Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 81:13 - ພຣະຄຳພີສັກສິ

13 ເຮົາ​ຢາກ​ໃຫ້​ປະຊາຊົນ​ຂອງເຮົາ​ຍອມ​ເຊື່ອຟັງ​ເຮົາ ຄື​ຢາກ​ໃຫ້​ເຊື່ອຟັງ​ຖ້ອຍຄຳ​ທີ່​ເຮົາ​ເວົ້າ

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 81:13
8 Jak'a apnaqawi uñst'ayäwi  

ດ້ວຍເຫດນີ້ ເຈົ້າ​ຈຶ່ງ​ຈະ​ໄດ້​ຮັບ​ຜົນ​ຕອບແທນ​ຕາມ​ທາງ​ຂອງ​ເຈົ້າ ຈົນ​ເຈົ້າ​ເບື່ອໜ່າຍ​ຕໍ່​ຄວາມຊົ່ວ​ທີ່​ເຈົ້າ​ໄດ້​ກະທຳ​ມາ.


“ຖ້າ​ເຈົ້າ​ໄດ້​ເຮັດ​ແຕ່​ຕາມ​ຄຳສັ່ງ​ຂອງເຮົາ ແລ້ວ​ພອນ​ກໍ​ຈະ​ຫລັ່ງໄຫລ​ດັ່ງ​ສາຍ​ນໍ້າ​ບໍ່​ບົກແຫ້ງ. ແລ້ວ​ໄຊຊະນະ​ກໍ​ຈະ​ເປັນ​ຂອງ​ເຈົ້າ​ໃນທັນທີ ດັ່ງ​ຄື້ນ​ທະເລ​ທີ່​ຖືກ​ລົມ​ພັດ​ມາ​ເທິງ​ຊາຍຫາດ.


ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຫລື​ເອົາໃຈໃສ່​ເລີຍ. ພວກເຂົາ​ຕ່າງ​ກໍໄດ້​ປະພຶດ​ຕົນ​ໄປ​ຕາມ​ຄວາມ​ດື້ດ້ານ ແລະ​ໃຈ​ຊົ່ວ​ຂອງ​ພວກ​ເຂົາເອງ; ສະນັ້ນ ພວກເຂົາ​ຈຶ່ງ​ຊົ່ວ​ໜັກ​ລົງ​ແທນ​ທີ່​ຈະ​ດີ​ຂຶ້ນ.


“ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ຂ້າ​ບັນດາ​ຜູ້ທຳນວາຍ ເອົາ​ຫີນ​ແກວ່ງ​ໃສ່​ພວກ​ຜູ້ທຳນວາຍ​ທີ່​ໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ​ເຮົາ​ຢາກ​ຈະ​ຮວບຮວມ​ເອົາ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ດັ່ງ​ແມ່​ໄກ່​ຮວບຮວມ​ລູກ​ຂອງຕົນ​ໄວ້​ໃຕ້​ປີກ ແຕ່​ເຈົ້າ​ບໍ່​ຍິນຍອມ.


ພວກເຂົາ​ບໍ່​ຮູ້​ວ່າ​ຕົນ​ພ່າຍແພ້​ນັ້ນ​ຍ້ອນ​ຫຍັງ ທັງ​ບໍ່​ເຂົ້າໃຈ​ແມ່ນແຕ່​ມີ​ຫຍັງ​ໄດ້​ເກີດຂຶ້ນ.


ຖ້າ​ພວກເຂົາ​ພ້ອມ​ທີ່​ຈະ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ແກ່​ເຮົາ ແລະ​ເຊື່ອຟັງ​ຄຳສັ່ງ​ທຸກ​ຂໍ້​ຂອງເຮົາ​ສະເໝີ ພວກເຂົາ​ແລະ​ລູກຫລານ​ຂອງ​ພວກເຂົາ​ກໍ​ຈະ​ຢູ່ເຢັນ​ເປັນ​ສຸກ​ຈະເລີນ​ຮຸ່ງເຮືອງ​ຕະຫລອດໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka