11 ແຕ່ປະຊາຊົນຂອງເຮົາບໍ່ຍອມຮັບຟັງເຮົາເລີຍ ຊາວອິດສະຣາເອນບໍ່ເຄີຍເຊື່ອຟັງເຮົາຈັກເທື່ອ.
ເອລີຊາບອກນາງວ່າ, “ໃຫ້ເຈົ້າໄປຂໍຢືມແກ້ວເປົ່າຈາກເພື່ອນບ້ານໃກ້ຄຽງ ໃຫ້ຫລາຍເທົ່າທີ່ຈະຫລາຍໄດ້.
ດັ່ງນັ້ນ ໂມເຊແລະອາໂຣນຈຶ່ງບອກຊາວອິດສະຣາເອນໝົດທຸກຄົນວ່າ, “ໃນຕອນຄໍ່ານີ້ ພວກເຈົ້າທຸກຄົນຈະໄດ້ຮູ້ຄັກວ່າ ແມ່ນພຣະເຈົ້າຢາເວທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ.
“ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ຜູ້ທີ່ໄດ້ນຳພາເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ເຈົ້າຕົກເປັນທາດຮັບໃຊ້.
ເມື່ອປະຊາຊົນອິດສະຣາເອນໄດ້ເຫັນວ່າ ໂມເຊພັກຢູ່ເທິງພູເຂົາດົນນານໂພດ ພວກເຂົາຈຶ່ງໄດ້ເຕົ້າໂຮມກັນອ້ອມອາໂຣນ ແລະເວົ້າຂຶ້ນວ່າ, “ພວກເຮົາບໍ່ຮູ້ວ່າ ມີຫຍັງເກີດຂຶ້ນກັບໂມເຊ ຜູ້ທີ່ນຳພວກເຮົາອອກມາຈາກປະເທດເອຢິບ; ສະນັ້ນ ຈົ່ງເຮັດຮູບພະ ໃຫ້ນຳພາພວກເຮົາສາ.”
ສະນັ້ນ ຈົ່ງບອກຊາວອິດສະຣາເອນດັ່ງນີ້ວ່າ, ‘ເຮົາແມ່ນພຣະເຈົ້າຢາເວ ເຮົາຈະຊ່ວຍກູ້ເອົາພວກເຈົ້າ ແລະປົດປ່ອຍພວກເຈົ້າໃຫ້ເປັນອິດສະຫລະ ຈາກການເປັນທາດຮັບໃຊ້ຂອງຊາວເອຢິບ. ເຮົາຈະໃຊ້ຣິດອຳນາດອັນແກ່ກ້າຂອງເຮົາ ລົງໂທດພວກເຂົາຢ່າງຮຸນແຮງ ແລະເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນ.
ເຈົ້າບໍ່ເຄີຍຕ້ອງການຄຳແນະນຳຈາກເຮົາເລີຍ ຫລືບໍ່ສົນໃຈຈັກເທື່ອເພື່ອໃຫ້ເຮົາຕັກເຕືອນກໍ່ສ້າງເຈົ້າ.
ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ປະຊາຊົນຈະບໍ່ກ່າວຕໍ່ໄປອີກວ່າ, ‘ພຣະເຈົ້າຢາເວອົງຊົງພຣະຊົນຢູ່ ຜູ້ທີ່ໄດ້ນຳປະຊາຊົນອິດສະຣາເອນອອກມາຈາກປະເທດເອຢິບ.’
ແຕ່ປະຊາຊົນຂອງເຮົາດື້ດ້ານບໍ່ເຊື່ອຟັງ. ພວກເຂົາຫັນຫລັງໃສ່ເຮົາ ແລະປິດຫູຂອງພວກເຂົາໄວ້
ມັນກໍເວົ້າວ່າ, ‘ເຮົາຈະກັບຄືນເມືອເຮືອນຂອງເຮົາ ທີ່ເຮົາໄດ້ໜີມາ.’ ດັ່ງນັ້ນ ມັນຈຶ່ງກັບຄືນໄປ ແລະພົບເຮືອນນັ້ນເປົ່າຫວ່າງຢູ່ທັງສະອາດ ແລະຕົບແຕ່ງໄວ້ຢ່າງດີແລ້ວດ້ວຍ.
ໄພ່ພົນຂອງພຣະເຈົ້າຮັ່ງມີຂຶ້ນ ແຕ່ພັດຄິດຄົດທໍລະຍົດຕໍ່ພຣະອົງ; ພວກເຂົາອ້ວນຕຸ້ຍພີດີ ເພາະມີອາຫານການກິນຢ່າງເຫລືອລົ້ນ. ພວກເຂົາຈຶ່ງໄດ້ປະຖິ້ມ ພຣະເຈົ້າພຣະຜູ້ສ້າງຂອງຕົນໄປ ແລະບໍ່ຍອມຮັບພຣະຜູ້ຊ່ວຍກູ້ພວກເຂົາ ວ່າເປັນພຣະເຈົ້າອົງຍິ່ງໃຫຍ່.
ພວກເຂົາໄດ້ລືມໄລພຣະເຈົ້າ ພຣະຜູ້ໂຜດຊ່ວຍອົງຍິ່ງໃຫຍ່ຂອງພວກເຂົາ ອົງຊົງຣິດອຳນາດຫລາຍ ທີ່ໃຫ້ພວກເຂົາມີຊີວິດຢູ່.
‘ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ນຳພາເອົາພວກເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍຕົກເປັນທາດຮັບໃຊ້.
ພວກເຈົ້າຈົ່ງຄິດເບິ່ງວ່າ ຄົນທີ່ຢຽບຢໍ່າພຣະບຸດຂອງພຣະເຈົ້າ ແລະຖືພຣະໂລຫິດແຫ່ງພັນທະສັນຍາ ຊຶ່ງຊຳລະຕົວໃຫ້ບໍຣິສຸດວ່າເປັນສິ່ງຊົ່ວຊ້າ ກັບທັງປະໝາດພຣະວິນຍານຜູ້ຊົງພຣະຄຸນນັ້ນ ຄວນຈະຖືກລົງໂທດຫລາຍກວ່າຄົນເຫຼົ່ານັ້ນຈັກເທົ່າໃດ?