Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 81:10 - ພຣະຄຳພີສັກສິ

10 ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ຈົ່ງ​ອ້າ​ປາກ​ຂອງ​ເຈົ້າ​ໃຫ້​ກວ້າງ​ແລະ​ເຮົາ​ຈະ​ປ້ອນ​ເຈົ້າ​ໃຫ້​ອີ່ມ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 81:10
16 Jak'a apnaqawi uñst'ayäwi  

ພຣະອົງ​ກະທຳ​ໃຫ້​ຜູ້​ຫິວນໍ້າ​ກິນ​ອີ່ມ​ຢ່າງ​ພໍໃຈ ແຕ່​ໃຫ້​ຜູ້​ຫິວເຂົ້າ​ເຕັມ​ໄປ​ດ້ວຍ​ຂອງດີ​ທຸກຢ່າງ.


“ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຜູ້​ທີ່​ໄດ້​ນຳພາ​ເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ເຈົ້າ​ຕົກ​ເປັນ​ທາດຮັບໃຊ້.


ຢ່າ​ນະມັດສະການ​ພະອື່ນ ນອກຈາກ​ເຮົາ.


ມັນ​ແມ່ນ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ສະໄໝ​ທີ່​ເຮົາ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ຄື​ດິນແດນ ຊຶ່ງ​ເປັນ​ດັ່ງ​ເຕົາຫລອມ​ເຫຼັກ​ສຳລັບ​ພວກເຂົາ. ເຮົາ​ໄດ້​ບອກ​ພວກເຂົາ​ໃຫ້​ເຊື່ອຟັງ​ເຮົາ ແລະ​ໃຫ້​ກະທຳ​ທຸກຢ່າງ​ທີ່​ເຮົາ​ໄດ້​ສັ່ງ. ເຮົາ​ໄດ້​ບອກ​ພວກເຂົາ​ວ່າ​ຖ້າ​ພວກເຂົາ​ເຊື່ອຟັງ ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ພວກເຂົາ​ກໍໄດ້​ປະຖິ້ມ​ສິ່ງ​ດີງາມ. ດ້ວຍເຫດນີ້ ສັດຕູ​ຈຶ່ງ​ຈະ​ໄລ່​ຕິດຕາມ​ພວກເຂົາ.


ຖ້າ​ເຈົ້າ​ທັງຫລາຍ​ເຂົ້າ​ສະໜິດ​ຢູ່​ໃນ​ເຮົາ ແລະ​ຖ້ອຍຄຳ​ຂອງເຮົາ​ຝັງ​ຢູ່​ໃນ​ພວກເຈົ້າ​ແລ້ວ ພວກເຈົ້າ​ປາຖະໜາ​ສິ່ງໃດ​ຈົ່ງ​ຂໍ ແລ້ວ​ສິ່ງ​ນັ້ນ​ຈະ​ເກີດ​ມີ​ແກ່​ພວກເຈົ້າ.


ເມື່ອ​ເຖິງ​ວັນ​ນັ້ນ ພວກເຈົ້າ​ຈະ​ບໍ່​ຖາມ​ເຮົາ​ເຖິງ​ສິ່ງໃດ​ໝົດ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພວກເຈົ້າ​ຂໍ​ສິ່ງໃດ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງເຮົາ, ພຣະອົງ​ກໍ​ຈະ​ໂຜດ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.


ໃນ​ວັນ​ສຸດທ້າຍ ຊຶ່ງ​ເປັນ​ວັນ​ສຳຄັນ​ຂອງ​ເທດສະການ ພຣະເຢຊູເຈົ້າ​ໄດ້​ຢືນ​ຂຶ້ນ ແລະ ຮ້ອງ​ດັງໆ​ວ່າ, “ຖ້າ​ຜູ້ໃດ​ຫິວນໍ້າ​ໃຫ້​ມາ​ຫາ​ເຮົາ​ແລະ​ດື່ມ.”


ຢ່າ​ມີ​ບັນດາ​ພະອື່ນ ຕໍ່ໜ້າ​ເຮົາ​ຈັກເທື່ອ.


ແລະ​ບັດນີ້ ຈົ່ງ​ຍົກຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ຢ່າງ​ຈິງໃຈ​ແລະ​ສັດຊື່. ຈົ່ງ​ປະຖິ້ມ​ບັນດາ​ພະ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເຄີຍ​ຂາບໄຫວ້​ໃນ​ເມໂຊໂປຕາເມຍ ແລະ​ໃນ​ປະເທດ​ເອຢິບ​ນັ້ນ​ສາ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ແຕ່​ພຣະເຈົ້າຢາເວ​ເທົ່ານັ້ນ.


ສະນັ້ນ ໂຢຊວຍ​ຈຶ່ງ​ໄດ້​ຮ້ອງ​ຂໍ​ວ່າ, “ຖ້າ​ຢ່າງ​ນັ້ນ ຈົ່ງ​ປະຖິ້ມ​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ​ທີ່​ພວກເຈົ້າ​ມີ​ຢູ່ ແລະ​ຕິດຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຢ່າງ​ສັດຊື່.”


ພຣະອົງ​ຊົງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ສຳເລັດ​ແລ້ວ ເຮົາ​ນີ້ ຄື​ອາລະຟາ​ແລະ​ໂອເມຄາ ເປັນ​ເບື້ອງຕົ້ນ​ແລະ​ເປັນ​ເບື້ອງປາຍ, ຜູ້ໃດ​ທີ່​ຫິວນໍ້າ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ດື່ມ​ຈາກ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ.


ຝ່າຍ​ພຣະວິນຍານ ແລະ​ເຈົ້າສາວ​ຊົງ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ໄດ້​ຍິນ​ນັ້ນ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ຫິວນໍ້າ​ເຂົ້າ​ມາ ຜູ້ໃດ​ມີ​ໃຈ​ປາຖະໜາ ກໍ​ໃຫ້​ຜູ້ນັ້ນ​ມາ​ຮັບ​ນໍ້າ​ສຳລັບ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍຄ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka