1 ຈົ່ງຮ້ອງເພງຢ່າງຊົມຊື່ນຍິນດີຖວາຍ ແດ່ພຣະເຈົ້າຂອງພວກເຮົາ. ຈົ່ງຮ້ອງເພງຍ້ອງຍໍສັນລະເສີນແກ່ພຣະເຈົ້າຂອງຢາໂຄບ.
“ກ່ອນພໍ່ຕາຍ ເພິ່ນໄດ້ສັ່ງໄວ້ກັບພວກເຮົາໃຫ້ມາບອກເຈົ້າວ່າ, ‘ລູກຈົ່ງກະລຸນາຍົກຄວາມຜິດ ທີ່ພວກອ້າຍຂອງເຈົ້າໄດ້ເຮັດຕໍ່ເຈົ້າເດີ.’ ບັດນີ້ ກະລຸນາຍົກຄວາມຜິດທີ່ພວກເຮົາ ຜູ້ຮັບໃຊ້ພຣະເຈົ້າຂອງພໍ່ເຈົ້າ ໄດ້ເຮັດມານັ້ນເຖີດ.” ເມື່ອໂຢເຊັບໄດ້ຍິນເລື່ອງນີ້ແລ້ວ ເພິ່ນກໍຮ້ອງໄຫ້.
ພວກເຂົາແຕ່ລະຄົນກໍມີລູກຊາຍເຊັ່ນກັນ. ເກໂຊນເປັນພໍ່ຂອງລິບນີແລະຊີເມອີ;
ພຣະເຈົ້າຢາເວເປັນປ້ອມປ້ອງກັນອັນເຂັ້ມແຂງຂອງຂ້ານ້ອຍ ແລະເປັນໂລ້ຕ້ານທານຂອງຂ້ານ້ອຍ. ສະນັ້ນ ຂ້ານ້ອຍຈຶ່ງໄວ້ວາງໃຈໃນພຣະອົງ. ພຣະອົງຊ່ວຍເຫລືອຂ້ານ້ອຍແລະເຮັດໃຫ້ຂ້ານ້ອຍຊົມຊື່ນຍິນດີ ດັ່ງນັ້ນ ຂ້ານ້ອຍຈຶ່ງສັນລະເສີນພຣະອົງດ້ວຍບົດເພງອັນອອນຊອນ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຢູ່ກັບພວກຂ້ານ້ອຍ ພຣະເຈົ້າຂອງຢາໂຄບເປັນປ້ອມປ້ອງກັນຂອງພວກຂ້ານ້ອຍ.
ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຢາເວກ່າວຈາ ພຣະອົງເອີ້ນເອົາຄົນທົ່ວທັງໂລກາຈາກທິດຕາເວັນອອກ ເຖິງທິດຕາເວັນຕົກ.
“ເບິ່ງແມ! ນີ້ແມ່ນຄົນທີ່ບໍ່ເພິ່ງຄວາມປອດໄພໃນພຣະເຈົ້າ ແຕ່ໄວ້ວາງໃຈໃນຊັບສິນອັນມະຫາສານຂອງຕົນ ແລະຊອກຫາຄວາມປອດໄພໃນທາງຊົ່ວຮ້າຍ.”
ປະຊາຊົນທົ່ວໂລກເອີຍ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າ ຈົ່ງໂຮຮ້ອງຍິນດີສັນລະເສີນເຖີດ
ຂໍໃຫ້ຊົນຊາດຕ່າງໆ ຊົມຊື່ນແລະຍິນດີ ຮ່ວມກັນຮ້ອງເພງຢ່າງເບີກບານເຖີດ ເພາະພຣະອົງຕັດສິນບັນດາຊົນຊາດຢ່າງຍຸດຕິທຳ ແລະນຳພາແຕ່ລະຊົນຊາດເທິງແຜ່ນດິນໂລກນີ້.
ໂອ ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າຂອງພວກຂ້ານ້ອຍເອີຍ ພຣະນາມຂອງພຣະອົງປະເສີດເລີດລໍ້າທົ່ວທັງແຜ່ນດິນໂລກ! ພຣະອົງໄດ້ຊົງຕັ້ງສະຫງ່າຣາສີຂອງພຣະອົງເໜືອຟ້າສະຫວັນ.
ພຣະເຈົ້າຢາເວກ່າວດັ່ງນີ້: “ຈົ່ງຮ້ອງເພງຢ່າງຊົມຊື່ນໃຫ້ອິດສະຣາເອນ ຊົນຊາດໜຶ່ງທີ່ຍິ່ງໃຫຍ່ກວ່າທຸກຊົນຊາດ. ຈົ່ງຮ້ອງເພງຂອງພວກເຈົ້າສັນລະເສີນວ່າ, ‘ພຣະເຈົ້າຢາເວໄດ້ຊ່ວຍກູ້ເອົາປະຊາຊົນຂອງພຣະອົງ; ພຣະອົງໄດ້ຊ່ວຍກູ້ເອົາທຸກໆຄົນ ຄືປະຊາຊົນທີ່ຍັງເຫລືອຢູ່ນັ້ນ.’
‘ຝ່າຍເຮົາເປັນພຣະເຈົ້າຂອງອັບຣາຮາມ ເປັນພຣະເຈົ້າຂອງອີຊາກ ແລະເປັນພຣະເຈົ້າຂອງຢາໂຄບ.’ ພຣະອົງແມ່ນພຣະເຈົ້າຂອງຄົນເປັນ ບໍ່ແມ່ນພຣະເຈົ້າຂອງຄົນຕາຍ.”
ເຮົາສາມາດສູ້ກັບທຸກສິ່ງໄດ້ໂດຍພຣະອົງຜູ້ຊົງຊູກຳລັງເຮົາ.