3 ຂ້າແດ່ພຣະເຈົ້າ ຂໍຊົງໂຜດນຳພວກຂ້ານ້ອຍກັບຄືນມາ ຂໍຊົງໂຜດເມດຕາ ແລ້ວພວກຂ້ານ້ອຍກໍຈະໄດ້ພົ້ນ.
ຂ້າແດ່ພຣະເຈົ້າຢາເວ ຂໍພຣະອົງຕອບຂ້ານ້ອຍດ້ວຍ ຂໍພຣະອົງຕອບຂ້ານ້ອຍເພື່ອປະຊາຊົນເຫຼົ່ານີ້ຈະຮູ້ວ່າ ພຣະອົງແມ່ນພຣະເຈົ້າຢາເວ ອົງເປັນພຣະເຈົ້າ ແລະຮູ້ວ່າພຣະອົງກຳລັງນຳພວກເຂົາກັບຄືນມາຫາພຣະອົງ.”
ຂໍຊົງໂຜດສະຖິດຢູ່ນຳຂ້ານ້ອຍທັງອວຍພອນຂ້ານ້ອຍດ້ວຍ. ແລະສັ່ງສອນຂ້ານ້ອຍໃຫ້ຮູ້ກົດບັນຍັດຂອງພຣະອົງແດ່ທ້ອນ.
ມີຫລາຍຄົນພາກັນພາວັນນາອະທິຖານວ່າ: ໂອ ຂ້າແດ່ພຣະເຈົ້າຢາເວເອີຍ ໂຜດອວຍພອນພວກຂ້ານ້ອຍຕື່ມຂຶ້ນແດ່ ໂຜດແນມເບິ່ງພວກຂ້ານ້ອຍດ້ວຍຄວາມເມດຕາແດ່ທ້ອນ.
ຂ້າແດ່ພຣະເຈົ້າ ພຣະອົງປະຕິເສດພວກຂ້ານ້ອຍ ພຣະອົງໃຫ້ພວກຂ້ານ້ອຍພ່າຍແພ້ ພຣະອົງໄດ້ໂກດຮ້າຍພວກຂ້ານ້ອຍ ບັດນີ້ໂຜດເຊົາແລະຄືນມາຫາພວກຂ້ານ້ອຍເຖີດ.
ຂໍພຣະເຈົ້າຊົງໂຜດອີດູແລະອວຍພອນພວກຂ້ານ້ອຍດ້ວຍ ໂຜດແນມເບິ່ງພວກຂ້ານ້ອຍດ້ວຍຄວາມເມດຕາແດ່ທ້ອນ
ໂອ ພຣະຜູ້ລ້ຽງຂອງອິດສະຣາເອນເອີຍ ຂໍຊົງໂຜດຮັບຟັງພວກຂ້ານ້ອຍດ້ວຍເຖີດ ຜູ້ລ້ຽງຝູງແກະຂອງພຣະອົງເອີຍ ໂຜດຟັງ ຄືຜູ້ນັ່ງເທິງບັນລັງເໜືອບັນດາເຄຣຸບ
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ເອີຍ ຂໍຊົງໂຜດນຳພວກຂ້ານ້ອຍໃຫ້ກັບຄືນມາແດ່ທ້ອນ ຂໍຊົງໂຜດໃຫ້ຄວາມເມດຕາແກ່ພວກຂ້ານ້ອຍ ແລ້ວພວກຂ້ານ້ອຍກໍຈະໄດ້ພົ້ນໄພ.
ຂ້າແດ່ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ເອີຍ ຂໍຊົງໂຜດນຳພວກຂ້ານ້ອຍກັບຄືນມາແດ່ທ້ອນ ຂໍຊົງໂຜດໃຫ້ຄວາມເມດຕາແກ່ພວກຂ້ານ້ອຍແດ່ ແລ້ວພວກຂ້ານ້ອຍກໍຈະພົ້ນໄພ.
ຂ້າແດ່ພຣະເຈົ້າແຫ່ງຄວາມພົ້ນຂອງພວກຂ້ານ້ອຍ ຂໍຊົງໂຜດນຳພວກຂ້ານ້ອຍຄືນບ້ານ ໂຜດລະຖິ້ມຄວາມບໍ່ພໍໃຈ ທີ່ພຣະອົງມີ ຕໍ່ພວກຂ້ານ້ອຍນັ້ນເຖີດ.
ຂ້າແດ່ພຣະເຈົ້າຢາເວ ໂຜດນຳພວກຂ້ານ້ອຍດ້ວຍ ໃຫ້ກັບມາຫາພຣະອົງອີກແດ່ ແລະໂຜດປົວແປງຖານະເກົ່ານັ້ນ ໃຫ້ຄືນສູ່ສະພາບເດີມແດ່ທ້ອນ.