6 ພຣະອົງໄດ້ແຕ່ງຕັ້ງພວກເຂົາໃຫ້ປົກຄອງ ທຸກໆສິ່ງທີ່ພຣະອົງໄດ້ສ້າງມານັ້ນຄື:
ແລ້ວພຣະເຈົ້າໄດ້ກ່າວວ່າ, “ບັດນີ້ ເຮົາຈະສ້າງມະນຸດໃຫ້ມີຮູບລັກສະນະຄືເຮົາ, ຕາມແບບຢ່າງຂອງເຮົາ; ເຂົາຈະມີອຳນາດເໜືອປາ, ນົກ, ສັດທັງໝົດ; ບໍ່ວ່າສັດລ້ຽງຫລືສັດປ່າ, ສັດໃຫຍ່ຫລືສັດນ້ອຍກໍດີ.”
ພຣະເຈົ້າໄດ້ອວຍພອນພວກເຂົາ ແລະພຣະເຈົ້າໄດ້ກ່າວແກ່ພວກເຂົາວ່າ, “ຈົ່ງມີລູກຫລານໃຫ້ແຜ່ຜາຍຂະຫຍາຍທະວີຄູນຫລາຍຂຶ້ນ ເພື່ອເຊື້ອສາຍຂອງເຈົ້າຈະມີຢູ່ທົ່ວທຸກແຫ່ງຫົນ ແລະປົກຄອງທຸກສິ່ງເທິງແຜ່ນດິນໂລກນີ້. ເຮົາໃຫ້ເຈົ້າມີອຳນາດເໜືອປາ, ນົກ ແລະສັດປ່າທຸກຊະນິດ.”
ສັດທຸກຊະນິດ, ນົກທຸກໂຕ, ສັດເລືອຄານ ແລະປາທຸກຊະນິດຈະມີຊີວິດຢູ່ໂດຍຢ້ານກົວພວກເຈົ້າ.
ພຣະເຈົ້າຢາເວກ່າວແກ່ອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ວ່າ, “ຈົ່ງນັ່ງທີ່ກໍ້າຂວາມືຂອງເຮົາ ຈົນກວ່າເຮົາໄດ້ມອບເຫຼົ່າສັດຕູ ໃຫ້ກົ້ມລົງຢູ່ໃຕ້ຕີນຂອງເຈົ້າ.”
ພຣະເຢຊູເຈົ້າຈຶ່ງໄດ້ຫຍັບເຂົ້າມາໃກ້ ແລ້ວຊົງກ່າວກັບພວກເພິ່ນວ່າ, “ອຳນາດທັງໝົດໃນສະຫວັນ ແລະທີ່ແຜ່ນດິນໂລກ ໄດ້ມອບໃຫ້ແກ່ເຮົາແລ້ວ.
ແລະໄດ້ຊົງປາບສິ່ງສາລະພັດທັງປວງລົງໃຕ້ພຣະບາດຂອງພຣະອົງ ແລະໄດ້ຊົງຕັ້ງພຣະອົງໄວ້ໃຫ້ເປັນພຣະປະມຸກ ເໜືອສິ່ງສາລະພັດແກ່ຄຣິສຕະຈັກ.
ແຕ່ໃນຍຸກສຸດທ້າຍນີ້ ພຣະອົງໄດ້ຊົງກ່າວແກ່ເຮົາທັງຫລາຍທາງພຣະບຸດ ຜູ້ຊຶ່ງພຣະອົງໄດ້ຊົງຕັ້ງໃຫ້ເປັນຜູ້ຮັບສັບພະທຸກສິ່ງທັງປວງເປັນມໍຣະດົກ ແລະດ້ວຍພຣະບຸດນັ້ນພຣະອົງໄດ້ຊົງສ້າງໂລກທັງຫລາຍ.
ໄດ້ຊົງປາບສິ່ງທັງປວງ ໃຫ້ຢູ່ພາຍໃຕ້ຕີນຂອງເພິ່ນ.” ໃນການທີ່ພຣະອົງໄດ້ຊົງມອບສິ່ງທັງປວງໃຫ້ຢູ່ໃຕ້ອຳນາດຂອງເພິ່ນນັ້ນ ບໍ່ມີສິ່ງໃດທີ່ຊົງປະໄວ້ ນອກເໜືອຈາກອຳນາດຂອງເພິ່ນ ແຕ່ບັດນີ້ ພວກເຮົາຍັງບໍ່ເຫັນວ່າສິ່ງທັງປວງຢູ່ໃຕ້ອຳນາດຂອງເພິ່ນ.
ຜູ້ໄດ້ສະເດັດເຂົ້າໃນສະຫວັນ ແລະຊົງສະຖິດຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ ໂດຍມີຝູງເທວະດາແລະບັນດາຜູ້ມີອຳນາດ ແລະຣິດເດດຖືກຊົງມອບໄວ້ ໃຫ້ຢູ່ໃຕ້ອຳນາດຂອງພຣະອົງແລ້ວ.