5 ແຕ່ພຣະອົງໄດ້ສ້າງພວກເຂົາໃຫ້ຕໍ່າກວ່າພຣະເຈົ້າໜ້ອຍດຽວ ມີຖານະຮອງຈາກພຣະອົງ ພຣະອົງໄດ້ສວມມົງກຸດອັນມີກຽດຕິຍົດ ແລະສະຫງ່າຣາສີໃຫ້ພວກເຂົາດ້ວຍ.
ແລ້ວພຣະເຈົ້າຢາເວພຣະເຈົ້າກໍເອົາຂີ້ດິນແຕ່ພື້ນດິນ ມາປັ້ນເປັນຊາຍ ແລະເປົ່າລົມຫາຍໃຈໃສ່ຮູດັງຂອງຊາຍທີ່ຖືກປັ້ນຂຶ້ນມານັ້ນໃຫ້ມີຊີວິດ ແລະຊາຍທີ່ຖືກປັ້ນນັ້ນກໍໄດ້ເລີ່ມມີຊີວິດ.
ແລ້ວອັບຊາໂລມກໍສົ່ງຄົນໄປຫາໂຢອາບເພື່ອໃຫ້ລາວໄປພົບກະສັດໃຫ້ຕົນ ແຕ່ໂຢອາບບໍ່ຍອມມາ. ອັບຊາໂລມຈຶ່ງສົ່ງຄົນໄປຫາໂຢອາບເທື່ອທີສອງອີກ ແຕ່ໂຢອາບກໍຍັງບໍ່ຍອມມາອີກ.
ເປັນຫຍັງມະນຸດຈຶ່ງສຳຄັນຕໍ່ພຣະອົງແທ້ນໍ? ເປັນຫຍັງຈຶ່ງເອົາໃຈໃສ່ຕໍ່ສິ່ງທີ່ພວກເຂົາເຮັດນັ້ນ?
ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ ພວກເທວະດາຜູ້ແຂງແຮງແລະມີຣິດອຳນາດຍິ່ງໃຫຍ່ເອີຍ ຄືຜູ້ທີ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ ຜູ້ທີ່ຍອມຟັງສິ່ງທີ່ພຣະອົງຊົງກ່າວ.
ພຣະອົງຮັກສາຂ້ານ້ອຍໄວ້ຈາກຂຸມຝັງສົບ ທັງອວຍພອນດ້ວຍຄວາມຮັກແລະຄວາມເມດຕາ.
ຂ້າແດ່ພຣະເຈົ້າຢາເວ ມະນຸດແມ່ນຜູ້ໃດທີ່ພຣະອົງຕ້ອງເອົາໃຈໃສ່ ມະນຸດທຳມະດາເປັນຫຍັງພຣະອົງຈຶ່ງເອົາໃຈໃສ່ພວກເຂົາ?
ອານາຈັກທີ່ພຣະເຈົ້າມອບໃຫ້ທ່ານ ຈະຄົງຢູ່ສືບໄປ ທ່ານຈະປົກຄອງດ້ວຍຄວາມຍຸດຕິທຳອັນຍິ່ງໃຫຍ່.
ສູງກວ່າບັນດາວິນຍານທີ່ຄອບຄອງ, ຜູ້ມີອຳນາດ, ຜູ້ມີຣິດເດດ, ຜູ້ມີອານຸພາບ ແລະເໜືອກວ່ານາມຊື່ທັງປວງທີ່ເຂົາເອີ່ຍຂຶ້ນ ບໍ່ແມ່ນໃນສະໄໝນີ້ເທົ່ານັ້ນ ແຕ່ວ່າໃນສະໄໝທີ່ຈະມາເຖິງດ້ວຍ.
ເປັນສິ່ງຈະແຈ້ງວ່າ ພຣະອົງບໍ່ໄດ້ຊົງເປັນຫ່ວງນຳຝູງເທວະດາ ແຕ່ພຣະອົງໄດ້ເປັນຫ່ວງນຳເຊື້ອສາຍຂອງອັບຣາຮາມ.
ພຣະອົງຊົງເຮັດໃຫ້ມະນຸດຕໍ່າກວ່າ ເທວະດາພຽງໜ້ອຍໜຶ່ງເທົ່ານັ້ນ ຊົງເອົາສະຫງ່າຣາສີ ແລະກຽດຕິຍົດເປັນມົງກຸດໃຫ້
ແຕ່ພວກເຮົາກໍເຫັນພຣະເຢຊູເຈົ້າ ຜູ້ທີ່ຖືກເຮັດໃຫ້ຕໍ່າກວ່າເທວະດາພຽງຊົ່ວຄາວນັ້ນ ຊົງໄດ້ຮັບພຣະສະຫງ່າຣາສີ ແລະພຣະກຽດຕິຍົດເປັນມົງກຸດ ເພາະທີ່ພຣະອົງຊົງຍອມຕາຍດ້ວຍຄວາມທໍລະມານ ໂດຍພຣະຄຸນຂອງພຣະເຈົ້າ ພຣະອົງຈຶ່ງໄດ້ຊົງຊີມຣົດຄວາມຕາຍແທນມະນຸດທຸກຄົນ.