4 ມະນຸດສຳຄັນຫຍັງແດ່ທີ່ພຣະອົງຕ້ອງຄິດເຖິງພວກເຂົາ ມະນຸດທີ່ຕາຍເປັນ ສຳຄັນຫຍັງທີ່ພຣະອົງຕ້ອງຫ່ວງໃຍພວກເຂົາ?
ເມື່ອພຣະເຈົ້າຕັ້ງຕົ້ນນິຣະມິດສ້າງຈັກກະວານ
ແລະພຣະເຈົ້າໄດ້ກ່າວວ່າ, “ໃຫ້ມີດວງແຈ້ງໃນທ້ອງຟ້າ ແຍກກາງເວັນຈາກກາງຄືນ ແລະໃຫ້ເປັນເຄື່ອງໝາຍກຳນົດເວລາຂອງມື້, ປີ ແລະລະດູການ;
ດັ່ງນັ້ນ ພວກເຂົາຈຶ່ງເອົາເຫຼົ້າໃຫ້ພໍ່ດື່ມໃນຄືນນັ້ນ ແລ້ວຜູ້ນ້ອງກໍນອນນຳພໍ່ຂອງຕົນ, ແຕ່ຍ້ອນຄວາມມຶນເມົາ ເພິ່ນຈຶ່ງບໍ່ຮູ້ເລື່ອງນີ້.
ພຣະເຈົ້າຢາເວໄດ້ມາຢ້ຽມຢາມນາງຊາຣາ ເໝືອນດັ່ງທີ່ພຣະອົງໄດ້ກ່າວໄວ້, ແລະພຣະເຈົ້າຢາເວໄດ້ກະທຳແກ່ນາງຊາຣາຕາມທີ່ຊົງສັນຍາໄວ້;
ແຕ່ພຣະເຈົ້າເອີຍ ພຣະອົງສະຖິດຢູ່ເທິງແຜ່ນດິນໂລກທ່າມກາງມະນຸດໄດ້ແທ້ບໍ? ແມ່ນແຕ່ສະຫວັນແລະສະຫວັນທີ່ສູງສຸດກໍບໍ່ໃຫຍ່ພໍທີ່ຈະຮັບພຣະອົງໄດ້; ສະນັ້ນ ວິຫານທີ່ຂ້ານ້ອຍໄດ້ສ້າງນີ້ຈະໃຫຍ່ພໍສຳລັບພຣະອົງໄດ້ຢ່າງໃດ?
ແລ້ວຄົນທີ່ເປັນແຕ່ດັກແດ້ ແລະຕົວໜອນເດ? ພວກເຂົາຈະມີຄຸນຄ່າຫຍັງຕໍ່ສາຍຕາຂອງພຣະເຈົ້າ?”
ເປັນຫຍັງມະນຸດຈຶ່ງສຳຄັນຕໍ່ພຣະອົງແທ້ນໍ? ເປັນຫຍັງຈຶ່ງເອົາໃຈໃສ່ຕໍ່ສິ່ງທີ່ພວກເຂົາເຮັດນັ້ນ?
ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດລະນຶກເຖິງຂ້ານ້ອຍດ້ວຍ ເມື່ອພຣະອົງຊ່ວຍເຫຼືອໄພ່ພົນຂອງພຣະອົງ. ຂໍຊົງໂຜດຮວມເອົາຂ້ານ້ອຍເຂົ້ານຳ ເມື່ອພຣະອົງຊ່ວຍພວກເຂົາໃຫ້ພົ້ນ.
ພຣະອົງໄດ້ສ້າງຈັກກະວານດ້ວຍພຣະສະຕິປັນຍາ ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ສືບໄປເປັນນິດ.
ເດືອນແລະດາວທັງຫລາຍປົກຄອງໃນຕອນກາງຄືນ ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ສືບໄປເປັນນິດ.
ຂ້າແດ່ພຣະເຈົ້າຢາເວ ມະນຸດແມ່ນຜູ້ໃດທີ່ພຣະອົງຕ້ອງເອົາໃຈໃສ່ ມະນຸດທຳມະດາເປັນຫຍັງພຣະອົງຈຶ່ງເອົາໃຈໃສ່ພວກເຂົາ?
ຢ່າມອບຄວາມຫວັງຂອງເຈົ້າໄວ້ໃນບັນດາຜູ້ນຳ ບໍ່ມີມະນຸດຄົນໃດອາດຊ່ວຍເຈົ້າໃຫ້ພົ້ນໄດ້.
ແຕ່ລະວັນກໍປະກາດເລື່ອງນີ້ໃຫ້ວັນຕໍ່ໄປ. ແຕ່ລະຄືນກໍກ່າວຢໍ້າເຖິງເລື່ອງນີ້
ພວກເຈົ້າຈະໝິ່ນປະໝາດຂ້ອຍໄປດົນປານໃດ? ພວກເຈົ້າຈະຮັກສິ່ງທີ່ໄຮ້ຄ່າ ທັງຊອກຫາຄຳຕົວະຍົວະຫລອກລວງຢູ່ຫລື?
ຂໍຊົງໂຜດປົກປ້ອງຄຸ້ມຄອງປະຊາຊົນຂອງພຣະອົງທີ່ຊົງເລືອກເອົາ ຄືຊົນຊາດທີ່ພຣະອົງໄດ້ເຮັດໃຫ້ເຂັ້ມແຂງນັ້ນ.
ພະຂອງຊົນຊາດອື່ນນັ້ນເປັນພຽງແຕ່ຮູບເຄົາຣົບ ສ່ວນພຣະເຈົ້າຢາເວໄດ້ສ້າງຟ້າສະຫວັນ.
ດັ່ງນັ້ນ ພວກເຂົາຈຶ່ງເຊື່ອ ແລະເມື່ອໄດ້ຍິນວ່າ ພຣະເຈົ້າຢາເວໄດ້ມາຫາພວກເຂົາ ແລະທັງຮູ້ວ່າ ພຣະອົງໄດ້ເຫັນພວກເຂົາຖືກກົດຂີ່ຢ່າງໂຫດຮ້າຍທາລຸນຢ່າງໃດ ພວກເຂົາຈຶ່ງໄດ້ພາກັນຂາບລົງແລະນ້ອມນະມັດສະການ.
ຕໍ່ໜ້າພຣະອົງຊົນຊາດຕ່າງໆໄຮ້ຄ່າທັງໝົດ ພວກເຂົາບໍ່ມີປະໂຫຍດຫຍັງຕໍ່ພຣະອົງຈັກດີ້.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາຄືຜູ້ທີ່ເຮັດໃຫ້ ພວກເຈົ້າໄດ້ກຳລັງເຂັ້ມແຂງຂຶ້ນໃໝ່. ເປັນຫຍັງພວກເຈົ້າຈຶ່ງຢ້ານມະນຸດທີ່ຕາຍເປັນ ພວກທີ່ບໍ່ຍືນຍົງລື່ນຕົ້ນຫຍ້າ?
ຕໍ່ມາ ພຣະອົງກໍຖາມວ່າ, “ມະນຸດເອີຍ ເຈົ້າເຫັນສິ່ງນັ້ນບໍ? ເຈົ້າຈະໄດ້ເຫັນສິ່ງທີ່ໜ້າກຽດຊັງຫລາຍກວ່ານີ້ອີກ.”
ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ໝາຈິກຈອກຍັງມີໂຜ້ງນອນ ແລະ ນົກກໍຍັງມີຮັງຢູ່ ສ່ວນບຸດມະນຸດແລ້ວບໍ່ມີບ່ອນຈະວາງຫົວນອນ.”
“ຈົ່ງສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງອິດສະຣາເອນ ດ້ວຍວ່າ, ພຣະອົງໄດ້ຊົງຢ້ຽມຢາມ ແລະ ໄດ້ຊົງໄຖ່ເອົາພົນລະເມືອງ ຂອງພຣະອົງ
ພວກເຂົາຈະທຳລາຍເຈົ້າ ແລະລູກທັງຫລາຍທີ່ຢູ່ນຳເຈົ້າໃຫ້ລົງພຽງດິນ. ພວກເຂົາຈະບໍ່ປະກ້ອນຫີນໃຫ້ຊ້ອນທັບກັນໄວ້ພາຍໃນເຈົ້າ ເພາະວ່າເຈົ້າບໍ່ຮູ້ເວລາທີ່ພຣະເຈົ້າໄດ້ມາຢ້ຽມຢາມເຈົ້າ.”
ຈົ່ງດຳເນີນຊີວິດອັນດີງາມຢູ່ໃນທ່າມກາງຄົນຕ່າງຄວາມເຊື່ອ ເພື່ອວ່າເມື່ອພວກເຈົ້າຖືກກ່າວຫາວ່າເປັນຄົນເຮັດຊົ່ວນັ້ນ, ພວກເຂົາກໍຈະໄດ້ເຫັນຄຸນຄວາມດີຂອງພວກເຈົ້າ ຈະໄດ້ສັນລະເສີນພຣະເຈົ້າ ໃນວັນທີ່ພຣະອົງສະເດັດມາປາກົດ.