Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 8:3 - ພຣະຄຳພີສັກສິ

3 ເມື່ອ​ຂ້ານ້ອຍ​ຫລຽວ​ເບິ່ງ​ຟ້າ​ສະຫວັນ​ທີ່​ພຣະອົງ​ໄດ້​ສ້າງ​ຂຶ້ນ​ມາ ເດືອນ​ດາວ​ທີ່​ພຣະອົງ​ຕັ້ງ​ໄວ້​ໃນ​ບ່ອນ​ຂອງ​ມັນ​ນັ້ນ

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 8:3
18 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຈົ້າ​ຕັ້ງຕົ້ນ​ນິຣະມິດ​ສ້າງ​ຈັກກະວານ


ພຣະເຈົ້າ​ບໍ່ໄດ້​ສະຖິດ​ຢູ່​ທີ່​ຟ້າ​ສະຫວັນ​ບ່ອນ​ສູງສຸດ​ບໍ? ແລະ​ແນມ​ເບິ່ງ​ໝູ່​ດວງດາວ​ທີ່​ຢູ່​ບ່ອນ​ສູງໆ​ພຸ້ນ?


ມີ​ຜູ້ໃດ​ແດ່ ນັບ​ໄດ້​ບັນດາ​ເທວະດາ​ທີ່​ຮັບໃຊ້​ພຣະອົງ? ມີ​ບ່ອນ​ໃດ ທີ່​ແສງສຸກໃສ​ຂອງ​ພຣະເຈົ້າ​ສ່ອງ​ໃສ່​ບໍ່ໄດ້?


ໃນ​ສາຍຕາ​ພຣະອົງ​ແລ້ວ ແມ່ນແຕ່​ເດືອນ​ກໍ​ບໍ່​ແຈ້ງເທົ່າ ທັງ​ດວງດາວ​ຕ່າງໆ​ດ້ວຍ ກໍ​ບໍ່​ໃສແຈ້ງ.


ພຣະອົງ​ເປັນ​ທີ່​ຍົກຍໍ​ເລື້ອຍໆ​ໃນ​ສິ່ງ​ທີ່​ຊົງ​ກະທຳ ເຈົ້າ​ກໍ​ເຊັ່ນກັນ​ຕ້ອງ​ຍົກຍ້ອງ​ສັນລະເສີນ​ພຣະເຈົ້າ.


ພຣະອົງ​ໄດ້​ສ້າງ​ດວງເດືອນ​ເພື່ອ​ໝາຍ​ເດືອນ​ປີ ແລະ​ດວງຕາເວັນ​ເພື່ອ​ໃຫ້​ຮູ້​ເວລາ​ຕັ້ງ​ໄວ້.


ພາລະກິດ​ທີ່​ພຣະເຈົ້າຢາເວ​ກະທຳ​ນັ້ນ​ກໍ​ຍິ່ງໃຫຍ່​ຫລາຍ ທຸກຄົນ​ທີ່​ຊົມຊື່ນ​ຍິນດີ​ກໍ​ຢາກ​ເຂົ້າໃຈ​ໃນ​ການ​ກະທຳ​ນີ້.


ດວງຕາເວັນ ດວງເດືອນ ພ້ອມ​ດວງດາວ​ທັງຫລາຍ ທີ່​ສ່ອງແສງ​ແຈ້ງໃສ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເທີ້ນ.


ຟ້າ​ສະຫວັນ​ໄດ້​ເປີດເຜີຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ຊີ້​ໃຫ້​ເຫັນ​ຊັດເຈນ​ສິ່ງ​ທີ່​ໄດ້​ຊົງ​ກະທຳ​ນັ້ນ


ພຣະເຈົ້າຢາເວ​ໄດ້​ສ້າງ​ຟ້າ​ສະຫວັນ​ດ້ວຍ​ຖ້ອຍຄຳ​ຂອງ​ພຣະອົງ ຕາເວັນ, ເດືອນ​ແລະ​ດາວ​ກໍ​ໂດຍ​ລົມປາກ​ຂອງ​ພຣະອົງ.


ຈັກກະວານ​ແລະ​ແຜ່ນດິນ​ໂລກ​ເປັນ​ຂອງ​ພຣະອົງ ພຣະອົງ​ໄດ້​ສ້າງ​ໂລກ​ແລະ​ທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ.


ເມື່ອ​ພຣະເຈົ້າ​ໄດ້​ກ່າວ​ກັບ​ໂມເຊ​ທີ່​ເທິງ​ພູເຂົາ​ຊີນາຍ​ຈົບ​ແລ້ວ ພຣະອົງ​ໄດ້​ເອົາ​ຫີນ​ສອງ​ແຜ່ນ ຊຶ່ງ​ໄດ້​ຈາລຶກ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຊຶ່ງ​ຂຽນ​ໂດຍ​ພຣະຫັດ(ມື)​ຂອງ​ພຣະເຈົ້າ​ເອງ​ນັ້ນ ຍື່ນໃຫ້​ໂມເຊ.


ແລະ​ພວກ​ໝໍມົນ​ຈຶ່ງ​ໄປ​ບອກ​ກະສັດ​ຟາໂຣ​ວ່າ, “ແມ່ນ​ພຣະເຈົ້າ​ທີ່​ເຮັດ​ສິ່ງ​ນີ້!” ແຕ່​ກະສັດ​ຟາໂຣ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຄື​ເກົ່າ ແລະ​ບໍ່​ເຊື່ອຟັງ​ໂມເຊ ແລະ​ອາໂຣນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ.


ແຕ່​ຖ້າ​ເຮົາ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ ໂດຍ​ຣິດອຳນາດ​ຂອງ​ພຣະເຈົ້າ. ດັ່ງນັ້ນ ອານາຈັກ​ຂອງ​ພຣະເຈົ້າ​ກໍ​ມາ​ເຖິງ​ພວກເຈົ້າ​ແລ້ວ.


ຕັ້ງແຕ່​ເລີ່ມ​ສ້າງ​ໂລກ​ມາ ສະພາບ​ທີ່​ບໍ່​ປາກົດ​ຂອງ​ພຣະເຈົ້າ ຄື​ຣິດທານຸພາບ​ອັນ​ຖາວອນ ແລະ​ຄວາມ​ເປັນ​ພຣະເຈົ້າ​ຂອງ​ພຣະອົງ ກໍໄດ້​ປາກົດ​ແຈ້ງ​ໃນ​ສັບພະສິ່ງ​ທີ່​ພຣະອົງ​ຊົງ​ສ້າງ. ສະນັ້ນ ພວກເຂົາ​ຈຶ່ງ​ບໍ່ມີ​ຂໍ້​ແກ້ຕົວ​ໄດ້,


ຢ່າ​ໃຫ້​ຖືກ​ລໍ້ລວງ​ໄປ​ຂາບໄຫວ້​ແລະ​ຮັບໃຊ້ ສິ່ງ​ທີ່​ພວກເຈົ້າ​ເຫັນ​ໃນ​ຈັກກະວານ ເຊັ່ນ: ຕາເວັນ, ດວງເດືອນ ແລະ​ດວງດາວ​ຕ່າງໆ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ໃຫ້​ໝົດ​ທຸກ​ຊົນຊາດ​ອື່ນໆ​ຂາບໄຫວ້​ສິ່ງ​ເຫຼົ່ານີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka