ເພງ^ສັນລະເສີນ 8:2 - ພຣະຄຳພີສັກສິ2 ພຣະອົງໃຫ້ປາກຂອງເດັກນ້ອຍແລະເດັກອ່ອນທັງຫລາຍສົ່ງສຽງສັນລະເສີນ. ເພື່ອເຮັດໃຫ້ພວກສັດຕູຂອງພຣະອົງ ແລະພວກທີ່ກະທຳການແກ້ແຄ້ນ ມິດງຽບໄປ. Uka jalj uñjjattʼäta |
ໃນເວລາໂມງນັ້ນ ພຣະເຢຊູເຈົ້າຊົງມີຄວາມຊື່ນຊົມຍີນດີ ດ້ວຍພຣະວິນຍານບໍຣິສຸດເຈົ້າ ຈຶ່ງຊົງກ່າວວ່າ, “ຂ້າແດ່ພຣະບິດາເຈົ້າ ອົງເປັນອົງພຣະຜູ້ເປັນເຈົ້າຂອງສະຫວັນ ແລະແຜ່ນດິນໂລກ, ຂ້ານ້ອຍສັນລະເສີນພຣະອົງ ເພາະພຣະອົງໄດ້ຊົງປົກບັງສິ່ງເຫຼົ່ານີ້ໄວ້ ຈາກຜູ້ມີປັນຍາ ແລະຜູ້ສະຫລາດ, ແຕ່ໄດ້ຊົງສຳແດງໃຫ້ແກ່ພວກເດັກນ້ອຍຮູ້ ຂ້າແດ່ພຣະບິດາເຈົ້າ ພຣະອົງຊົງເຫັນຊອບດັ່ງນັ້ນ.”