Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 8:1 - ພຣະຄຳພີສັກສິ

1 ໂອ ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະນາມ​ຂອງ​ພຣະອົງ​ປະເສີດ​ເລີດລໍ້າ​ທົ່ວ​ທັງ​ແຜ່ນດິນ​ໂລກ! ພຣະອົງ​ໄດ້​ຊົງຕັ້ງ​ສະຫງ່າຣາສີ​ຂອງ​ພຣະອົງ​ເໜືອ​ຟ້າ​ສະຫວັນ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 8:1
27 Jak'a apnaqawi uñst'ayäwi  

ໂອ​ພຣະເຈົ້າ​ເອີຍ ແຕ່​ພຣະອົງ​ຢາກ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້​ແທ້​ບໍ? ແມ່ນແຕ່​ຟ້າ​ສະຫວັນ​ທັງໝົດ​ກໍ​ບໍ່​ໃຫຍ່​ພໍ​ທີ່​ຈະ​ຮັບ​ພຣະອົງ​ໄດ້ ແລ້ວ​ພຣະວິຫານ​ທີ່​ຂ້ານ້ອຍ​ສ້າງ​ນີ້​ຈະ​ໃຫຍ່​ພຽງພໍ​ສຳລັບ​ພຣະອົງ​ໄດ້​ຢ່າງໃດ?


ຂ້ານ້ອຍ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະເຈົ້າ​ແລະ​ກະສັດ​ຂອງ​ຂ້ານ້ອຍ​ເອີຍ. ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ສືບໄປ​ເປັນນິດ.


ຂໍ​ໃຫ້​ສິ່ງ​ທັງໝົດ​ເຫຼົ່ານີ້ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າຢາເວ ເພາະ​ພຣະນາມ​ຂອງ​ພຣະອົງ​ຍິ່ງໃຫຍ່​ກວ່າ​ນາມ​ໃດໆ​ທັງສິ້ນ. ສະຫງ່າຣາສີ​ຂອງ​ພຣະອົງ​ສູງສົ່ງ​ເໜືອ​ແຜ່ນດິນ​ໂລກ ແລະ​ທັງ​ຢູ່​ເໜືອ​ຟ້າ​ສະຫວັນ.


ຂ້າແດ່​ພຣະເຈົ້າຢາເວ ພຣະຄຸນ​ຄວາມດີ​ຂອງ​ພຣະອົງ​ຢຽດສູງ​ສູ່​ຟ້າ​ສະຫວັນ ຄວາມສັດຊື່​ຂອງ​ພຣະອົງ​ກໍ​ແຜ່​ໄປ​ສູ່​ທ້ອງຟ້າ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ສຳແດງ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ປາກົດ​ທີ່​ຟ້າ​ສະຫວັນ ແລະ​ສະຫງ່າຣາສີ​ຂອງ​ພຣະອົງ​ປາກົດ​ທົ່ວ​ໄປ​ເທິງ​ແຜ່ນດິນ​ໂລກ.


ຂ້າແດ່​ພຣະເຈົ້າ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຈິດວິນຍານ​ຂອງ​ຂ້ານ້ອຍ​ຫິວກະຫາຍ​ຫາ​ພຣະອົງ ດັ່ງ​ດິນ​ແຫ້ງແລ້ງ​ທີ່​ຂາດ​ນໍ້າ​ລໍ່ລ້ຽງ​ສັນໃດ ເນື້ອໜັງ​ຂອງ​ຂ້ານ້ອຍ​ກໍ​ຫິວກະຫາຍ​ຫາ​ພຣະອົງ​ສັນນັ້ນ.


ຈົ່ງ​ຮ້ອງເພງ​ແດ່​ພຣະເຈົ້າ ຈົ່ງ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ ຈົ່ງ​ຕຽມ​ທາງ​ໃຫ້​ຜູ້​ຊົງ​ຂີ່​ເມກ​ເປັນ​ພາຫະນະ. ພຣະເຈົ້າຢາເວ​ແມ່ນ​ນາມ​ຂອງ​ພຣະອົງ ຈົ່ງ​ຊົມຊື່ນ​ຍິນດີ​ຢູ່​ຊ້ອງໜ້າ​ພຣະອົງ​ເຖີດ.


ໂອ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະນາມ​ຂອງ​ພຣະອົງ​ຍິ່ງໃຫຍ່​ລືຊາ​ປາກົດ​ໃນ​ທົ່ວ​ແຜ່ນດິນ​ໂລກ.


ຈົ່ງ​ຮ້ອງເພງ​ຢ່າງ​ຊົມຊື່ນ​ຍິນດີ​ຖວາຍ ແດ່​ພຣະເຈົ້າ​ຂອງ​ພວກເຮົາ. ຈົ່ງ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ແກ່​ພຣະເຈົ້າ​ຂອງ​ຢາໂຄບ.


ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ຮັກ​ພຣະວິຫານ​ຫລາຍ​ທີ່ສຸດ.


ຂ້າແດ່​ພຣະເຈົ້າຢາເວ ໃນ​ບັນດາ​ພະ​ທັງຫລາຍ​ນັ້ນ​ໃຜ​ແດ່​ຄື​ພຣະອົງ? ແນ່ວແນ່​ຄື​ພຣະອົງ ຜູ້​ຍິ່ງໃຫຍ່​ແລະ​ບໍຣິສຸດ​ດ້ວຍ. ພະ​ໃດ​ເຮັດ​ການ​ອັດສະຈັນ​ຕ່າງໆ​ໄດ້​ແດ່? ແລະ​ເຮັດ​ການ​ອັນ​ໃຫຍ່ຍິ່ງ​ໄດ້​ດັ່ງ​ພຣະອົງ?


ປາກ​ລາວ​ຫວານຊື່ນ ເປັນ​ໜ້າ​ຈູບ​ອີ່ຫລີ ທຸກສິ່ງ​ໃນ​ຕົວ​ລາວ ເຮັດ​ໃຫ້​ຂ້ອຍ​ໄຝ່ຝັນ​ຫາ​ເລື້ອຍ. ຄົນຮັກ​ຂອງຂ້ອຍ ກໍ​ເປັນ​ດັ່ງນີ້ແຫລະ ເປັນ​ທັງ​ເພື່ອນແທ້ ແລະ​ທີ່ຮັກ​ຂອງຂ້ອຍ​ຄືກັນ.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ມີ​ຄົນອື່ນ​ປົກຄອງ​ພວກ​ຂ້ານ້ອຍ ແຕ່​ພວກ​ຂ້ານ້ອຍ​ຍອມຮັບ​ນາມຊື່​ຂອງ​ພຣະອົງ​ອົງດຽວ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ.


ພຣະເຈົ້າ​ກຳລັງ​ກັບ​ມາ​ຈາກ​ເມືອງ​ເຕມານ​ອີກ​ໃດ ອົງ​ບໍຣິສຸດ​ກຳລັງ​ກັບ​ມາ​ຈາກ​ພູເຂົາ​ປາຣານ​ພຸ້ນ. ສະຫງ່າຣາສີ​ຂອງ​ພຣະອົງ​ປົກຄຸມ​ທົ່ວ​ເທິງ​ຟ້າ​ສະຫວັນ, ທີ່​ແຜ່ນດິນ​ໂລກ​ກໍ​ເຕັມ​ດ້ວຍ​ຄຳ​ສັນລະເສີນ​ຂອງ​ພຣະອົງ.


ດັ່ງນັ້ນ ຖ້າ​ດາວິດ​ເອີ້ນ​ພຣະຄຣິດ​ວ່າ, ‘ພຣະອົງເຈົ້າ’ ແລ້ວ​ພຣະຄຣິດ​ຈະ​ເປັນ​ເຊື້ອສາຍ​ຂອງ​ດາວິດ​ໄດ້​ຢ່າງ​ໃດ?”


ໂທມາ​ຕອບ​ພຣະອົງ​ວ່າ, “ພຣະອົງເຈົ້າ​ຂອງ​ຂ້ານ້ອຍ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ.”


ພຣະອົງ​ຜູ້​ສະເດັດ​ລົງ​ໄປ​ນັ້ນ ກໍ​ຄື​ພຣະອົງ​ຜູ້​ທີ່​ໄດ້​ສະເດັດ​ຂຶ້ນ​ເມືອ​ສູ່​ທີ່​ສູງ ເໜືອ​ຟ້າ​ສະຫວັນ​ທັງປວງ ເພື່ອ​ຈະ​ໄດ້​ສະຖິດ​ຢູ່​ເຕັມ​ທົ່ວ​ຈັກກະວານ.


ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ຢ່າງ​ສັດຊື່​ຄຳສັ່ງສອນ​ທຸກ​ຂໍ້​ຂອງ​ພຣະເຈົ້າ ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ປື້ມ​ຫົວ​ນີ້ ແລະ​ຖ້າ​ພວກເຈົ້າ​ບໍ່​ຍົກຍໍ​ໃຫ້ກຽດ​ນາມ​ອັນ​ເລີດ​ປະເສີດ​ແລະ​ອັນ​ໜ້າຢ້ານກົວ ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ


ທີ່​ຈິງ ເຮົາ​ຖື​ວ່າ​ສິ່ງສາລະພັດ​ເປັນ​ຂອງ​ໄຮ້​ປະໂຫຍດ ເພາະ​ເຫັນ​ແກ່​ສິ່ງ​ທີ່​ມີ​ຄຸນຄ່າ​ຫລາຍ​ເຫລືອລົ້ນ​ກວ່າ​ນັ້ນ​ອີກ ຄື​ການ​ຮູ້​ເຖິງ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງເຮົາ ເພາະ​ເຫດ​ພຣະອົງ​ນັ້ນ ເຮົາ​ຈຶ່ງ​ໄດ້​ຍອມ​ສະຫລະ​ສິ່ງສາລະພັດ ແລະ​ຖື​ວ່າ​ສິ່ງ​ເຫຼົ່ານັ້ນ​ເປັນ​ເໝືອນ​ຂີ້ເຫຍື້ອ ເພື່ອ​ຈະ​ໄດ້​ອົງ​ພຣະຄຣິດ​ມາ​ເປັນ​ປະໂຫຍດ​ແກ່​ເຮົາ


ພຣະ​ມະຫາ​ປະໂຣຫິດ​ຢ່າງ​ນີ້​ແຫຼະ ທີ່​ເໝາະສົມ​ສຳລັບ​ພວກເຮົາ ຄື​ເປັນ​ຜູ້​ບໍຣິສຸດ​ປາສະຈາກ​ຜິດ ຫລື​ສິ່ງ​ຊົ່ວ​ມົວໝອງ ແຍກ​ຈາກ​ຄົນ​ບາບ​ທັງປວງ ຊົງ​ປະທັບ​ຢູ່​ເໜືອ​ຟ້າ​ສະຫວັນ.


ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ເໝືອນ​ສຽງ​ຄົນ​ຈຳນວນ​ຫລວງຫລາຍ ເໝືອນ​ສຽງ​ນໍ້າ​ນອງ​ຕົກຕາດ ແລະ​ເໝືອນ​ຟ້າຮ້ອງ​ສຽງ​ແຮງກ້າ​ວ່າ, “ຮາເລລູຢາ ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ຣິດທານຸພາບ​ອັນ​ສູງສຸດ ໄດ້​ຊົງ​ຂຶ້ນ​ສະເຫວີຍ​ຣາດ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka