Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 73:3 - ພຣະຄຳພີສັກສິ

3 ເພາະ​ຂ້ານ້ອຍ​ໄດ້​ອິດສາ​ຄົນ​ຈອງຫອງ ເມື່ອ​ຂ້ານ້ອຍ​ເຫັນ​ວ່າ​ທຸກສິ່ງ​ເປັນ​ໄປ​ໂດຍ​ດີ​ແກ່​ຄົນຊົ່ວຮ້າຍ​ນັ້ນ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 73:3
14 Jak'a apnaqawi uñst'ayäwi  

ແຕ່​ຄົນ​ຂີ້ລັກ ແລະ​ບໍ່ມີ​ພຣະເຈົ້າ​ກໍ​ຍັງ​ມີ​ສັນຕິສຸກ, ແມ່ນ​ວ່າ​ພະ​ຂອງ​ເຂົາ​ຄື​ກຳລັງ​ຂອງ​ເຂົາເອງ.


ຜູ້​ທີ່​ອ້າງ​ຕົນ​ວ່າ​ສັດຊື່​ກໍ​ສະດຸ້ງ​ຕົກໃຈ​ຢ້ານກົວ ທັງໝົດ​ປະນາມ​ຂ້ອຍ​ວ່າ​ເປັນ​ຄົນ​ບໍ່​ນັບຖື​ພຣະເຈົ້າ.


ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ປ່ອຍ​ໃຫ້​ຄົນ​ບໍ່​ດີ​ຍັງ​ມີ​ຊີວິດ​ຢູ່ ຈົນ​ພວກເຂົາ​ເຖົ້າແກ່​ຊະຣາ ຈົນ​ຮຸ່ງເຮືອງ​ຂຶ້ນ ແລະ​ຮັ່ງມີ​ນໍ?


ພຣະອົງ​ອາດ​ປ່ອຍ​ພວກເຂົາ​ໃຫ້​ມີ​ຊີວິດ​ຢູ່​ຢ່າງ​ປອດໄພ ແຕ່​ພຣະອົງ​ເຝົ້າ​ແນມເບິ່ງ​ພວກເຂົາ​ທຸກ​ເວລາ​ບໍ່​ຂາດ.


ຄົນຊົ່ວຮ້າຍ​ສຳເລັດຜົນ​ໃນ​ທຸກໆສິ່ງ ແຕ່​ພວກເຂົາ​ບໍ່​ສາມາດ​ເຂົ້າໃຈ​ການຕັດສິນ​ຂອງ​ພຣະອົງ​ໄດ້ ພວກເຂົາ​ຈຶ່ງ​ກ່າວ​ຄຳເຍາະເຍີ້ຍ​ໃສ່​ຄູ່​ຕໍ່ສູ້.


ຢ່າ​ກັງວົນ​ໃຈ​ໃນ​ເລື່ອງ​ຄົນຊົ່ວຮ້າຍ​ທັງຫລາຍ ຢ່າ​ອິດສາ​ຄົນ​ທີ່​ປະພຶດ​ຊົ່ວຮ້າຍ.


ຈົ່ງ​ອົດທົນ​ຄອຍຖ້າ​ພຣະເຈົ້າຢາເວ​ກະທຳການ ຢ່າ​ກັງວົນ​ນຳ​ຜູ້​ຮັ່ງມີ​ຫລື​ຜູ້ສຳເລັດ​ໃນ​ທາງ​ຊົ່ວຮ້າຍ.


ຢ່າ​ອິດສາ​ຄົນບາບ, ແຕ່​ຈົ່ງ​ຢຳເກງ​ພຣະເຈົ້າຢາເວ​ຢູ່​ສະເໝີ​ໃນ​ຊີວິດ​ຂອງເຈົ້າ


ຢ່າ​ອິດສາ​ຄົນຊົ່ວ​ແລະ​ຢ່າ​ປາຖະໜາ​ເປັນ​ໝູ່​ກັບ​ເຂົາເຈົ້າ.


ຢ່າ​ອິດສາ​ຄົນ​ໂຫດຮ້າຍ​ທາລຸນ ຫລື​ຕັດສິນໃຈ​ເຮັດ​ຕາມ​ທາງ​ຂອງ​ເຂົາເຈົ້າ


ຊີວິດ​ຂ້າພະເຈົ້າ​ກໍ​ອະນິຈັງ​ດ້ວຍ, ແຕ່​ຂ້າພະເຈົ້າ​ໄດ້​ເຫັນ​ທຸກສິ່ງ​ໃນ​ຊີວິດ​ຄື ຄົນ​ຊອບທຳ​ຜູ້ໜຶ່ງ​ຕາຍໄປ​ໃນ​ຄວາມ​ຊອບທຳ​ຂອງຕົນ ແລະ​ຄົນຊົ່ວຮ້າຍ​ມີ​ຊີວິດ​ຍືນຍາວ​ໃນ​ການກະທຳ​ຊົ່ວ​ຂອງ​ເຂົາ.


“ຂ້າແດ່​ພຣະເຈົ້າຢາເວ ຖ້າ​ຂ້ານ້ອຍ​ຖົກຖຽງ​ຄະດີ​ກັບ​ພຣະອົງ ພຣະອົງ​ກໍ​ຈະ​ພິສູດ​ວ່າ​ພຣະອົງ​ເປັນ​ຝ່າຍ​ຖືກຕ້ອງ. ແຕ່​ຂ້ານ້ອຍ​ຕ້ອງ​ຖາມ​ພຣະອົງ​ເຖິງ​ຄວາມ​ຍຸດຕິທຳ ເປັນຫຍັງ​ຄົນຊົ່ວ​ຈຶ່ງ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ແທ້? ເປັນຫຍັງ​ຄົນ​ບໍ່​ສັດຊື່ ຄົນ​ຂີ້ສໍ້​ຂີ້ໂກງ ຈຶ່ງ​ໄດ້​ຮັບ​ຜົນ​ສຳເລັດ​ໃນ​ຊີວິດ?


ຕາມ​ທີ່​ພວກເຮົາ​ເຫັນ​ແລ້ວ ຄົນ​ຈອງຫອງ​ແມ່ນ​ຄົນ​ພວກ​ໜຶ່ງ​ທີ່​ມີ​ຄວາມສຸກ. ຄົນຊົ່ວ​ບໍ່ແມ່ນ​ຮັ່ງມີ​ເທົ່ານັ້ນ ແຕ່​ພວກເຂົາ​ຍັງ​ທົດລອງ​ພຣະເຈົ້າ​ດ້ວຍ​ການ​ເຮັດ​ຊົ່ວ ແລະ​ພວກເຂົາ​ກໍ​ບໍ່ໄດ້​ຮັບ​ໂທດ​ຫຍັງ​ເລີຍ.”’


ຫລື​ເຈົ້າ​ທັງຫລາຍ​ຄິດ​ວ່າ​ເປັນ​ການ​ເປົ່າໆ​ບໍ ທີ່​ພຣະຄຳພີ​ກ່າວ​ວ່າ, “ວິນຍານ​ທີ່​ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ຢູ່​ໃນ​ເຮົາ​ທັງຫລາຍ ກໍ​ປາຖະໜາ​ຢ່າງ​ແຮງ​ກ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka