ເພງ^ສັນລະເສີນ 71:2 - ພຣະຄຳພີສັກສິ2 ເພາະພຣະອົງຊົງຊອບທຳ ໂຜດມາຊ່ວຍຂ້ານ້ອຍ ແລະກອບກູ້ເອົາຂ້ານ້ອຍດ້ວຍ ໂຜດຫງ່ຽງຫູຟັງແລະຊ່ວຍໃຫ້ຂ້ານ້ອຍພົ້ນແດ່ທ້ອນ Uka jalj uñjjattʼäta |
ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ປ້ອງກັນພວກຂ້ານ້ອຍໃນອະດີດ; ສະນັ້ນ ຂໍຢ່າໂກດຮ້າຍນະຄອນເຢຣູຊາເລັມອີກຕໍ່ໄປທ້ອນ. ນະຄອນເຢຣູຊາເລັມເປັນເມືອງຂອງພຣະອົງ ແລະເປັນພູເຂົາສັກສິດຂອງພຣະອົງ. ປະເທດເພື່ອນບ້ານທັງໝົດ ຕ່າງກໍໄດ້ດູຖູກຢຽດຫຍາມນະຄອນເຢຣູຊາເລັມແລະປະຊາຊົນຂອງພຣະອົງ ຍ້ອນບາບຂອງພວກຂ້ານ້ອຍແລະການເຮັດຊົ່ວຂອງບັນພະບຸລຸດຂອງພວກຂ້ານ້ອຍ.
ບໍ່ມີການທົດລອງອັນໃດເກີດຂຶ້ນກັບເຈົ້າທັງຫລາຍ ນອກຈາກການທົດລອງທີ່ເຄີຍເກີດຂຶ້ນກັບມະນຸດທົ່ວໄປ ພຣະເຈົ້າຊົງທ່ຽງທຳ ພຣະອົງຈະບໍ່ຊົງຍອມໃຫ້ພວກເຈົ້າຖືກທົດລອງ ເກີນກວ່າທີ່ເຈົ້າຈະທົນໄດ້ ແລະເມື່ອຊົງທົດລອງເຈົ້ານັ້ນ ພຣະອົງຈະຊົງໂຜດໃຫ້ເຈົ້າມີທາງຫລີກໜີໄປໄດ້ດ້ວຍ ເພື່ອເຈົ້າທັງຫລາຍຈະສາມາດທົນໄດ້.