5 ໂອ ຂ້າແດ່ພຣະເຈົ້າ ຂ້ານ້ອຍອ່ອນແຮງທັງລຳບາກຫຼາຍ ຂ້າແດ່ພຣະເຈົ້າຢາເວເອີຍ ຂໍຊົງໂຜດມາຊ່ວຍຂ້ານ້ອຍໃຫ້ພົ້ນໄວໆດ້ວຍເຖີດ.
ຂ້ານ້ອຍລຳບາກ ແລະຂັດສົນທີ່ສຸດ ເຈັບປວດໃຈໜັກໜາ.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮ້ອງຫາພຣະອົງ ບັດນີ້ ໂຜດຊ່ວຍເຫລືອແລະໂຜດຟັງຂ້ານ້ອຍດ້ວຍ ເມື່ອຂ້ານ້ອຍຮ້ອງຫາພຣະອົງ.
ຂ້ານ້ອຍອິດອ່ອນລຳບາກ ແຕ່ພຣະເຈົ້າຢາເວບໍ່ລືມໄລແລະບໍ່ປະຖິ້ມຂ້ານ້ອຍຈັກເທື່ອ. ພຣະອົງຄືພຣະຜູ້ຊ່ວຍໃຫ້ພົ້ນ ຂ້າແດ່ພຣະເຈົ້າຂອງຂ້ານ້ອຍເອີຍ ໂຜດຮີບມາຊ່ວຍກູ້ເອົາຂ້ານ້ອຍໄວ້ດ້ວຍ.
ຂ້າແດ່ພຣະເຈົ້າ ແຕ່ຂ້ານ້ອຍຍັງເຈັບປວດສິ້ນຫວັງ ໂຜດຍົກຂ້ານ້ອຍຂຶ້ນແລະຊ່ວຍໃຫ້ພົ້ນໄພດ້ວຍ.
ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, “ອີກບໍ່ດົນ ບໍ່ນານເທົ່າໃດ ພຣະອົງຜູ້ທີ່ຈະສະເດັດມາ ກໍຈະສະເດັດມາ ແລະຈະບໍ່ຊັກຊ້າ.
ພຣະອົງຜູ້ຊົງເປັນພະຍານເຖິງເຫດການເຫຼົ່ານີ້ ຊົງກ່າວວ່າ, “ແນ່ນອນ ເຮົາຈະມາໃນໄວໆນີ້.” ອາແມນ ອົງພຣະເຢຊູເຈົ້າເຊີນສະເດັດມາເທີ້ນ!