4 ຂໍໃຫ້ທຸກຄົນທີ່ມາຫາພຣະອົງຊົມຊື່ນຍິນດີ. ຂໍໃຫ້ທຸກຄົນໂມທະນາຂອບພຣະຄຸນທີ່ຊົງຊ່ວຍເຂົາໃຫ້ພົ້ນ ຂໍໃຫ້ທຸກຄົນກ່າວຢູ່ຢ່າງສະໝໍ່າສະເໝີວ່າ, “ພຣະເຈົ້າຍິ່ງໃຫຍ່!”
ຂໍໃຫ້ຄົນທີ່ຢາກເຫັນຂ້ານ້ອຍຖືກປ່ອຍຕົວໄປ ໄດ້ໂຮຮ້ອງຍິນດີຊໍ້າແລ້ວຊໍ້າອີກວ່າ, “ພຣະເຈົ້າຢາເວຍິ່ງໃຫຍ່ ພຣະອົງພໍໃຈທີ່ເຫັນ ຄວາມຈະເລີນຮຸ່ງເຮືອງຂອງຜູ້ຮັບໃຊ້ຂອງພຣະອົງ.”
ຂໍໃຫ້ທຸກຄົນທີ່ສະແຫວງຫາພຣະເຈົ້າຊົມຊື່ນຍິນດີ ແລະເບີກບານໃຈ ທຸກຄົນທີ່ໂມທະນາຂອບພຣະຄຸນສຳລັບຄວາມພົ້ນ ຈົ່ງພາກັນກ່າວຢູ່ຢ່າງສະໝໍ່າສະເໝີວ່າ, “ພຣະເຈົ້າຢາເວຍິ່ງໃຫຍ່!”
ແຕ່ທຸກຄົນທີ່ລີ້ໄພໃນພຣະອົງຈະເບີກບານໃຈ ພວກເຂົາຮ້ອງເພງຢ່າງຊົມຊື່ນຍິນດີໄດ້ຕະຫລອດ. ຂໍຊົງໂຜດປົກປັກຮັກສາຜູ້ທີ່ຮັກພຣະອົງໄວ້ແດ່ ເພາະພຣະອົງແທ້ໆ ພວກເຂົາຈຶ່ງສຸກໃຈຫລາຍ.
ຈົ່ງຍິນດີເຖີດ ຜູ້ຊອບທຳທັງຫລາຍ ເພາະທຸກສິ່ງທີ່ພຣະເຈົ້າຢາເວໄດ້ກະທຳນັ້ນ. ຈົ່ງຈົດຈຳແລະໂມທະນາຂອບພຣະຄຸນຄວາມບໍຣິສຸດແຫ່ງພຣະນາມຂອງພຣະອົງເຖີດ.
ຂ້ານ້ອຍຈະຊົມຊື່ນຍິນດີໃນພຣະເຈົ້າຢາເວ ຈິດໃຈຂອງຂ້ານ້ອຍຈະຊື່ນບານໃນພຣະເຈົ້າຂອງຂ້ານ້ອຍ ເພາະພຣະອົງໄດ້ເອົາເສື້ອຜ້າແຫ່ງຄວາມພົ້ນມາໃຫ້ນຸ່ງ ພຣະອົງໄດ້ເອົາເສື້ອແຫ່ງຄວາມຊອບທຳໃຫ້ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງເຈົ້າບ່າວຕົບແຕ່ງຕົວຄືປະໂຣຫິດ ແລະເໝືອນດັ່ງເຈົ້າສາວປະດັບຕົວດ້ວຍເພັດພອຍ.
ພຣະເຈົ້າຢາເວດີຕໍ່ທຸກໆຄົນ ຄືຕໍ່ຜູ້ທີ່ໄວ້ວາງໃຈໃນພຣະອົງນັ້ນ.
ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ພວກເຈົ້າຈະຮ້ອງໄຫ້ຮໍ່າໄຮ ແຕ່ໂລກນີ້ຈະຊົມຊື່ນຍິນດີ, ພວກເຈົ້າຈະໂສກເສົ້າຫລາຍ ແຕ່ຄວາມໂສກເສົ້າຂອງພວກເຈົ້າຈະກາຍເປັນຄວາມຊົມຊື່ນຍິນດີ.