Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 70:2 - ພຣະຄຳພີສັກສິ

2 ຂໍ​ໃຫ້​ພວກ​ທີ່​ຊອກ​ສັງຫານ​ຂ້ານ້ອຍ​ນັ້ນ​ພ່າຍແພ້ ແລະ​ສັບສົນ​ວຸ້ນວາຍ. ຂໍ​ໃຫ້​ຄົນ​ທີ່​ດີໃຈ​ຍ້ອນ​ເຫັນ​ຂ້ານ້ອຍ​ເດືອດຮ້ອນ ຖອຍໜີ​ອອກ​ໄປ​ແລະ​ຖືກ​ອັບອາຍ​ຂາຍໜ້າ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 70:2
13 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ພວກ​ສັດຕູ​ເຕັມ​ໄປ​ແຕ່​ຄວາມ​ອັບອາຍ ແລະ​ໃຫ້​ຫົ່ມ​ຄວາມ​ອັບອາຍ​ດັ່ງ​ຫົ່ມ​ເສື້ອຜ້າ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ພຣະອົງ ບັດນີ້ ໂຜດ​ຊ່ວຍເຫລືອ​ແລະ​ໂຜດ​ຟັງ​ຂ້ານ້ອຍ​ດ້ວຍ ເມື່ອ​ຂ້ານ້ອຍ​ຮ້ອງຫາ​ພຣະອົງ.


ສັດຕູ​ດັ່ງ​ຝູງ​ງົວປ່າ​ອ້ອມ​ຂ້ານ້ອຍ​ໄວ້​ທຸກ​ແຈ ດັ່ງ​ງົວປ່າ​ຮ້າຍ​ແຕ່​ເຂດ​ບາຊານ​ທີ່​ປິດລ້ອມ​ໄວ້.


ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄົມ​ດາບ ແລະ​ຊ່ວຍ​ຊີວິດ​ຂອງ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຝູງ​ໝາ​ຮ້າຍ​ເຫຼົ່ານີ້​ແດ່ທ້ອນ.


ຂໍ​ໃຫ້​ຄົນ​ສົມນໍ້າໜ້າ ທີ່​ເຫັນ​ຂ້ານ້ອຍ​ທົນທຸກ ພ່າຍແພ້​ແລະ​ສັບສົນ​ຢ່າງ​ໝົດສິ້ນ​ສາເຖີດ ຂໍ​ໃຫ້​ຄົນ​ທີ່​ອ້າງ​ວ່າ​ຕົນ​ດີ​ລື່ນ​ຂ້ານ້ອຍ ຖືກ​ອັບອາຍ​ຂາຍໜ້າ​ຢ່າງ​ເຕັມທີ່​ດ້ວຍ.


ຂໍ​ໃຫ້​ພວກ​ທີ່​ຊອກ​ສັງຫານ​ຂ້ານ້ອຍ​ນັ້ນ ພ່າຍແພ້​ແລະ​ເສຍໜ້າ ຂໍ​ໃຫ້​ຜູ້​ທີ່​ປອງຮ້າຍ​ຂ້ານ້ອຍ ພາກັນ​ຫັນ​ໜີໄປ​ທັງ​ວຸ້ນວາຍ​ເຖີດ


ຂໍ​ໃຫ້​ຄົນ​ທີ່​ຊອກ​ສັງຫານ​ນັ້ນ​ພ່າຍແພ້​ໝົດສາ ແລະ​ຂໍ​ໃຫ້​ພວກເຂົາ​ວຸ້ນວາຍ​ໄປ​ຢ່າງ​ໝົດສິ້ນ. ຂໍ​ໃຫ້​ຄົນ​ທີ່​ດີອົກ​ດີໃຈ​ຍ້ອນ​ເຫັນ​ຂ້ານ້ອຍ​ເປັນທຸກ ຖອຍໜີ​ໄກຫ່າງ​ແລະ​ຖືກ​ອັບອາຍ.


ສັດຕູ​ຂອງຂ້ອຍ​ຈະ​ພ່າຍແພ້​ຢ່າງ​ອັບອາຍຂາຍໜ້າ ພວກເຂົາ​ຈະ​ຖືກ​ຂັບໄລ່​ໜີໄປ​ດ້ວຍ​ຄວາມ​ສັບສົນ​ຢ່າງ​ກະທັນຫັນ.


ຂ້າແດ່​ພຣະເຈົ້າ ຂໍ​ຢ່າ​ຢູ່​ຫ່າງໄກ​ຈາກ​ຂ້ານ້ອຍ​ເລີຍ​ເທາະ ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ຟ້າວ​ມາ​ຊ່ວຍເຫຼືອ​ຂ້ານ້ອຍ​ດ້ວຍ.


ຂໍ​ໃຫ້​ຄົນ​ທີ່​ໂຈມຕີ​ຂ້ານ້ອຍ​ພ່າຍແພ້​ເສຍ ແລະ​ໃຫ້​ຖືກ​ທຳລາຍ​ດ້ວຍ ຂໍ​ໃຫ້​ຄົນ​ທີ່​ຊອກ​ທຳຮ້າຍ​ຂ້ານ້ອຍ​ຖືກ​ອັບອາຍ ແລະ​ໃຫ້​ພວກເຂົາ​ເສື່ອມເສຍ​ກຽດຕິຍົດ.


ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຈະ​ສັ່ງສອນ​ບົດຮຽນ​ໃຫ້​ເທື່ອລະ​ໂຕ ເທື່ອລະ​ແຖວ ແລະ​ເທື່ອລະ​ບົດ ແລ້ວ​ພວກເຈົ້າ​ກໍ​ຈະ​ສະດຸດ​ລົ້ມລົງ​ທຸກ​ບາດກ້າວ​ທີ່​ພວກເຈົ້າ​ຍ່າງ​ໄປ. ພວກເຈົ້າ​ຈະ​ໄດ້​ຮັບ​ບາດເຈັບ, ຖືກ​ບ້ວງແຮ້ວ ແລະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.


ຜູ້ໃດ​ທີ່​ໂກດຮ້າຍ​ພວກເຈົ້າ​ຈະ​ພ່າຍແພ້​ຢ່າງ​ອັບອາຍ ຜູ້ໃດ​ທີ່​ຕໍ່ສູ້​ພວກເຈົ້າ​ຈະ​ຕ້ອງ​ຕາຍ​ເປັນ​ແນ່


ພໍ​ພຣະອົງ​ບອກ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ຜູ້ນັ້ນ.” ພວກເຂົາ​ກໍ​ຍ່າງ​ຖອຍ​ຄືນ​ຫລັງ ແລະ​ລົ້ມ​ລົງ​ດິນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka