Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 7:9 - ພຣະຄຳພີສັກສິ

9 ພຣະອົງ​ຄື​ພຣະເຈົ້າ​ອົງ​ຊອບທຳ ຜູ້​ຢັ່ງ​ຮູ້​ຄວາມຄິດ​ຈິດໃຈ ທັງ​ຄວາມ​ປາຖະໜາ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ. ພຣະອົງ​ລະງັບ​ຄວາມ​ຊົ່ວຮ້າຍ​ຂອງ​ຄົນຊົ່ວ​ທັງຫລາຍ ແລະ​ປະທານ​ບຳເໜັດ​ໃຫ້​ແກ່​ຄົນ​ຊອບທຳ​ທຸກຄົນ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 7:9
36 Jak'a apnaqawi uñst'ayäwi  

ອັບຣາຮາມ​ເອງ​ບອກ​ວ່າ​ນາງ​ເປັນ​ນ້ອງສາວ​ຂອງ​ລາວ ແລະ​ນາງ​ຊາຣາ​ເອງ​ກໍ​ເວົ້າ​ຄືກັນ. ຂ້ານ້ອຍ​ເຮັດ​ໄປ​ດ້ວຍ​ຄວາມ​ບໍຣິສຸດ​ໃຈ ແລະ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ເລີຍ.”


ເມື່ອນັ້ນ​ທີ່​ສະຫວັນ ຂໍໂຜດ​ຟັງ​ແລະ​ຕັດສິນ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ​ເຖີດ. ຈົ່ງ​ລົງໂທດ​ຜູ້​ທີ່​ເຮັດ​ຜິດ​ຕາມ​ທີ່​ລາວ​ສົມຄວນ​ຈະ​ໄດ້​ຮັບ ແລະ​ປົດປ່ອຍ​ຜູ້​ທີ່​ບໍ່ມີ​ຄວາມຜິດ​ໄປ​ດ້ວຍ​ເທີ້ນ.


ຕໍ່ມາ​ເພິ່ນ​ໄດ້​ກ່າວ​ແກ່​ໂຊໂລໂມນ​ວ່າ, “ລູກເອີຍ ເຈົ້າ​ຈົ່ງ​ຮໍ່າຮຽນ​ໃຫ້​ຮູ້ຈັກ​ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ຮັບໃຊ້​ນີ້​ໃຫ້​ດີໆ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ​ແລະ​ສຸດ​ຄວາມຄິດ. ພຣະເຈົ້າຢາເວ​ຮູ້​ຄວາມຄິດ​ແລະ​ຄວາມ​ປາຖະໜາ​ທັງໝົດ​ຂອງ​ພວກເຮົາ. ຖ້າ​ເຈົ້າ​ສະແຫວງ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ເຈົ້າ​ໄດ້​ພົບ​ກັບ​ພຣະອົງ, ແຕ່​ຖ້າ​ເຈົ້າ​ຫັນໜ້າ​ໜີໄປ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ເຈົ້າ​ຕະຫລອດໄປ.


ໂຜດ​ທຳລາຍ​ອຳນາດ​ຂອງ​ຄົນ​ທີ່​ຊົ່ວຮ້າຍ​ທັງຫລາຍ ໂຜດ​ລົງໂທດ​ຈົນ​ພວກເຂົາ​ຫລາບ​ບໍ່​ຢາກ​ເຮັດ​ຜິດ​ອີກ.


ພຣະອົງ​ຊົງ​ຟັງ​ສຽງ​ຮ້ອງໄຫ້​ຂອງ​ຜູ້​ທີ່​ຖືກ​ຂົ່ມເຫັງ ແລະ​ສຽງ​ຂອງ​ລູກກຳພ້າ ແລະ​ຕັດສິນ​ເຂົ້າຂ້າງ​ເຂົາເຈົ້າ ເພື່ອ​ວ່າ​ມະນຸດ​ທີ່​ຕາຍເປັນ​ຈະ​ບໍ່ໄດ້​ຈອງຫອງ ສ້າງ​ຄວາມ​ຕົກໃຈ​ກົວ​ໃຫ້​ພວກເຂົາ​ຕໍ່ໄປ​ອີກ.


ພຣະເຈົ້າຢາເວ​ກວດກາ​ເບິ່ງ​ຄົນ​ຊອບທຳ ແລະ​ຄົນຊົ່ວ​ເໝືອນກັນ ພຣະອົງ​ກຽດຊັງ​ຄົນ​ທິ່​ເຮັດ​ການ​ໂຫດຮ້າຍ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ກວດເບິ່ງ​ຂ້ານ້ອຍ ແລະ​ພຣະອົງ​ກໍ​ຮູ້ຈັກ​ຮອດ​ສ່ວນເລິກ ໃນ​ຈິດໃຈ​ຂອງ​ຂ້ານ້ອຍ​ນັ້ນ.


ເມື່ອ​ພຣະອົງ​ຊົງ​ກວດເບິ່ງ​ຈິດໃຈ​ຂອງ​ຂ້ານ້ອຍ. ພຣະອົງ​ມາ​ຫາ​ຂ້ານ້ອຍ​ໃນ​ຕອນ​ກາງຄືນ; ເມື່ອ​ພຣະອົງ​ໄດ້​ກວດເບິ່ງ​ຂ້ານ້ອຍ ແລະ​ກໍ​ບໍ່​ພົບ​ຄວາມ​ປາຖະໜາ​ຊົ່ວ​ໃດໆ ຢູ່​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ.


ຂ້ານ້ອຍ​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ຫລອນ​ຫັນໜີ​ໄປ​ຈາກ​ພຣະເຈົ້າ​ຂອງ​ຂ້ານ້ອຍ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ກວດເບິ່ງ​ແລະ​ທົດສອບ​ຂ້ານ້ອຍ​ດ້ວຍ ຂໍ​ຊົງ​ໂຜດ​ພິສູດ​ເຖິງ​ຄວາມ​ປາຖະໜາ ແລະ​ຄວາມຄິດ​ຈິດໃຈ​ຂອງ​ຂ້ານ້ອຍ


ຂໍ​ຊົງ​ໂຜດ​ລຸກ​ຂຶ້ນ​ມາ​ປົກປ້ອງ ແລະ​ຕື່ນ​ຂຶ້ນ​ແກ້​ຄະດີ​ໃຫ້​ຂ້ານ້ອຍ​ແດ່. ພຣະເຈົ້າ​ແລະ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ​ເອີຍ.


ພຣະເຈົ້າຢາເວ​ນຳ​ຄົນ​ຕາມ​ທາງ​ທີ່​ພວກເຂົາ​ຄວນ​ໄປ ຜູ້​ທີ່​ເຮັດ​ໃຫ້​ພຣະອົງ​ພໍໃຈ ພຣະອົງ​ກໍ​ຊົງ​ຄຸ້ມຄອງ​ເຂົາ​ໄວ້.


ພຣະອົງ​ດຶງ​ຂ້ານ້ອຍ​ອອກ​ຈາກ​ຂຸມ​ອັນຕະລາຍ ຄື​ຈາກ​ບຶງ​ດິນ​ຊາຍ​ຊຶ່ງ​ບໍ່ມີ​ພື້ນ. ແລ້ວ​ພຣະອົງ​ກໍ​ໃຫ້​ນັ່ງ​ຢູ່​ເທິງ​ໂງ່ນຫີນ​ຢ່າງ​ປອດໄພ ແລະ​ເຮັດ​ໃຫ້​ມີ​ຄວາມ​ໝັ້ນຄົງ​ຫລາຍ​ຂຶ້ນ.


ຂ້າແດ່​ພຣະເຈົ້າ ໂຜດ​ປະກາດ​ວ່າ​ຂ້ານ້ອຍ​ບໍ່ມີ​ຄວາມຜິດ ຂໍ​ຊົງ​ໂຜດ​ຊ່ວຍ​ແກ້​ຄະດີ​ໃຫ້​ຂ້ານ້ອຍ​ດ້ວຍ ຄົນ​ບໍ່​ເຊື່ອ​ພຣະເຈົ້າ​ໄດ້​ກ່າວ​ຕໍ່ສູ້​ຂ້ານ້ອຍ ໂຜດ​ຊ່ວຍກູ້​ຂ້ານ້ອຍ​ຈາກ​ຄົນ​ຂີ້ຕົວະ​ແລະ​ຊົ່ວຮ້າຍ.


ພຣະອົງ​ກໍ​ຕ້ອງ​ຄົ້ນພົບ​ເລື່ອງ​ນີ້​ຢ່າງ​ແນ່ນອນ ເພາະ​ຄວາມຄິດ​ອັນ​ເລິກລັບ ພຣະອົງ​ກໍ​ຊົງ​ຮູ້.


ຂ້າແດ່​ພຣະເຈົ້າ ຂໍ​ພຣະອົງ​ຫັກ​ແຂ້ວ​ຂອງ​ພວກເຂົາ​ຖິ້ມ​ໃຫ້​ໝົດ​ສາ ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ຫັກ​ແຂ້ວ​ໂຄບ​ຝູງ​ສິງໜຸ່ມ​ທີ່​ໂຫດຮ້າຍ​ສາ​ເຖີດ


ພຣະເຈົ້າຢາເວ​ເປັນ​ທີ່​ເພິ່ງ​ຂອງ​ຜູ້​ທີ່​ຖືກ​ຂົ່ມເຫັງ ເປັນ​ບ່ອນ​ປອດໄພ​ໃນ​ຄາວ​ເດືອດຮ້ອນ.


ຈົ່ງ​ກ່າວ​ແກ່​ຊົນຊາດ​ທັງປວງ​ວ່າ, “ພຣະເຈົ້າຢາເວ​ເປັນ​ຈອມຣາຊາ ແຜ່ນດິນ​ໂລກ​ໄດ້​ຖືກ​ຕັ້ງ​ໄວ້​ຢູ່​ບ່ອນ​ເກົ່າ ຢ່າງ​ໝັ້ນຄົງ​ແລະ​ບໍ່​ຫວັ່ນໄຫວ. ພຣະອົງ​ຈະ​ຕັດສິນ​ປະຊາຊົນ​ທັງປວງ ດ້ວຍ​ຄວາມ​ຍຸດຕິທຳ.”


ເມື່ອ​ພຣະເຈົ້າຢາເວ​ມາ​ປົກຄອງ​ຄົນ​ໂລກນີ້ ພຣະອົງ​ຈະ​ປົງຄອງ​ຢ່າງ​ສັດຊື່​ແລະ​ເປັນທຳ ແລະ​ຈະ​ຕັດສິນ​ປະຊາຊົນ​ທັງຫລາຍ​ດ້ວຍ​ຄວາມຈິງ​ຂອງ​ພຣະອົງ.


ຕໍ່ໜ້າ​ພຣະເຈົ້າຢາເວ ເພາະ​ພຣະອົງ​ກຳລັງ​ຈະມາ​ຕັດສິນ​ແຜ່ນດິນ​ໂລກ ເພື່ອ​ພິພາກສາ​ຕັດສິນ​ໂລກ​ດ້ວຍ​ຄວາມ​ຊອບທຳ​ແລະ​ຊົນຊາດ​ທັງຫຼາຍ​ດ້ວຍ​ຄວາມ​ສັດຊື່.


ແລ້ວ​ຂ້າພະເຈົ້າ​ກໍ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເອີຍ ພຣະອົງ​ເປັນ​ຜູ້​ພິພາກສາ​ທີ່​ທ່ຽງທຳ; ພຣະອົງ​ທົດສອບ​ເບິ່ງ​ຄວາມ​ນຶກຄິດ​ກັບ​ຄວາມ​ຮູ້ສຶກ​ຂອງ​ຄົນ​ທັງຫລາຍ. ຂ້ານ້ອຍ​ຂໍ​ມອບ​ເລື່ອງ​ຂອງ​ຂ້ານ້ອຍ​ໄວ້​ໃນ​ມື​ຂອງ​ພຣະອົງ. ດັ່ງນັ້ນ ຂໍໂຜດ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ພຣະອົງ​ແກ້ແຄ້ນ​ຄົນ​ເຫຼົ່ານີ້​ດ້ວຍ​ເຖີດ.”


ເຮົາ​ຄື​ພຣະເຈົ້າຢາເວ​ຄົ້ນເບິ່ງ​ແນວຄິດ​ຂອງ​ຄົນ ແລະ​ທົດສອບ​ເບິ່ງ​ໃຈ​ມະນຸດ​ທັງຫລາຍ​ດ້ວຍ. ເຮົາ​ເຮັດ​ຕໍ່​ແຕ່ລະຄົນ​ຕາມ​ວິທີ​ທີ່​ພວກເຂົາ​ໃຊ້​ຊີວິດ ຄື​ຕາມ​ສິ່ງ​ທີ່​ພວກເຂົາ​ປະພຶດ​ແລະ​ກະທຳ.”


ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ຍິ່ງໃຫຍ່​ທົດສອບ​ຢ່າງ​ຍຸດຕິທຳ ຮູ້​ສິ່ງ​ທີ່​ຢູ່​ໃນ​ໃຈ​ຄົນ​ແລະ​ແນວຄິດ​ຂອງ​ພວກເຂົາ​ດ້ວຍ. ສະນັ້ນ ຈົ່ງ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ພຣະອົງ​ແກ້ແຄ້ນ​ເຫຼົ່າ​ສັດຕູ ເພາະ​ຂ້ານ້ອຍ​ໄດ້​ມອບ​ເລື່ອງລາວ​ໄວ້​ໃນ​ກຳມື​ຂອງ​ພຣະອົງ.


ລາວ​ຈະ​ກາງ​ເຕັນ​ຫລວງ​ຂະໜາດ​ໃຫຍ່​ໄວ້ ລະຫວ່າງ​ທະເລ​ກັບ​ພູເຂົາ​ບໍຣິສຸດ​ທີ່​ງົດງາມ. ແຕ່​ລາວ​ຈະ​ຕາຍໄປ​ໂດຍ​ບໍ່ມີ​ຜູ້ໃດ​ໃນ​ທີ່ນັ້ນ​ຊ່ວຍ​ລາວ​ໄດ້.”


ໃນ​ທັນໃດນັ້ນ ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ລົງໂທດ​ເຮໂຣດ​ໃຫ້​ລົ້ມ​ລົງ ເພາະ​ເພິ່ນ​ບໍ່ໄດ້​ຍົກ​ຍໍ​ໃຫ້ກຽດ​ພຣະເຈົ້າ, ແລ້ວ​ເກີດ​ມີ​ຕົວ​ໜອນ​ກັດ​ກິນ​ຮ່າງກາຍ​ຂອງ​ເພິ່ນ​ຈົນ​ເສຍ​ຊີວິດ.


ຈົ່ງ​ຖວາຍ​ພຣະ​ກຽດ​ແດ່​ພຣະເຈົ້າ ຜູ້​ຊົງ​ຣິດເດດ​ທີ່​ເຮັດ​ໃຫ້​ເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່ ຕາມ​ຂ່າວປະເສີດ​ເລື່ອງ​ພຣະເຢຊູ​ຄຣິດເຈົ້າ​ທີ່​ເຮົາ​ປະກາດ​ນັ້ນ ແລະ​ຕາມ​ການ​ເປີດເຜີຍ​ໃຫ້​ເຫັນ​ເຖິງ​ຄວາມຈິງ​ອັນ​ເລິກລັບ ຊຶ່ງ​ໄດ້​ຖືກ​ປົກບັງ​ໄວ້​ມາ​ຕັ້ງແຕ່​ບູຮານ​ນະການ​ພຸ້ນ.


ເພື່ອ​ພຣະອົງ​ຈະ​ໄດ້​ຊົງ​ຊ່ວຍຊູ​ຈິດໃຈ​ຂອງ​ພວກເຈົ້າ ໃຫ້​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມ​ບໍຣິສຸດ ໂດຍ​ບໍ່ມີ​ຂໍ້​ຕິຕຽນ​ໄດ້ ເມື່ອ​ຢູ່​ຊ້ອງໜ້າ​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ເມື່ອ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ​ສະເດັດ​ມາ​ປາກົດ ພ້ອມ​ກັບ​ຄົນ​ທັງປວງ​ທີ່​ເປັນ​ຂອງ​ພຣະອົງ.


ແລະ​ເມື່ອ​ເຈົ້າ​ທັງຫລາຍ​ໄດ້​ທົນທຸກ​ຢູ່​ຊົ່ວ​ຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ຜູ້​ຊົງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຂົ້າ​ໃນ​ສະຫງ່າຣາສີ​ອັນ​ຕະຫລອດໄປ​ໃນ​ພຣະຄຣິດ ພຣະອົງ​ເອງ​ຈະ​ຊົງ​ໂຜດ​ແປງ​ໃຈ​ພວກເຈົ້າ ໃຫ້​ຕັ້ງ​ຂຶ້ນ​ໃໝ່​ແລະ​ຕັ້ງໝັ້ນຄົງ​ຢູ່ ໃຫ້​ມີ​ກຳລັງ​ຂຶ້ນ​ແລະ​ຊົງ​ບັນດານ​ໃຫ້​ມີ​ຮາກ​ອັນ​ແໜ້ນໜາ.


ຈາກ ຢູດາ ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ. ເຖິງ ພວກ​ທີ່​ໄດ້​ຖືກ​ເອີ້ນ​ໄວ້​ແລ້ວ​ໂດຍ​ພຣະເຈົ້າ ຄື​ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ຄວາມຮັກ​ຂອງ​ພຣະບິດາເຈົ້າ ແລະ​ໃນ​ຄວາມ​ປ້ອງກັນ​ຮັກສາ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ເຮົາ​ຍັງ​ຈະ​ຂ້າ​ລູກ​ຂອງ​ນາງ​ດ້ວຍ ແລ້ວ​ຄຣິສຕະຈັກ​ທັງຫລາຍ​ກໍ​ຈະ​ຮູ້​ວ່າ ເຮົາ​ເປັນ​ຜູ້​ທີ່​ຮູ້​ຄວາມ​ຄິດ ແລະ​ຄວາມ​ປາຖະໜາ​ໃນ​ໃຈ​ຂອງ​ມະນຸດ​ທຸກຄົນ. ເຮົາ​ຈະ​ຕອບ​ແທນ​ພວກເຈົ້າ​ແຕ່ລະຄົນ ຕາມ​ການ​ກະທຳ​ຂອງຕົນ.


ແຕ່​ພຣະເຈົ້າຢາເວ​ກ່າວ​ຕໍ່​ເພິ່ນ​ວ່າ, “ຢ່າ​ໄດ້​ສົນໃຈ​ນຳ​ຄວາມສູງ ແລະ​ຄວາມງາມ​ຂອງ​ລາວ​ເລີຍ. ເຮົາ​ບໍ່​ຮັບ​ເອົາ​ລາວ​ເພາະ​ການ​ເບິ່ງ​ຂອງ​ພຣະເຈົ້າຢາເວ​ບໍ່​ຄື​ການ​ເບິ່ງ​ຂອງ​ມະນຸດ. ມະນຸດ​ເບິ່ງ​ພາຍນອກ​ແຕ່​ພຣະເຈົ້າຢາເວ​ເບິ່ງ​ພາຍໃນ​ຈິດໃຈ.”


ພຣະອົງ​ຄຸ້ມຄອງ​ຊີວິດ​ຄົນ​ທີ່​ສັດຊື່​ຕໍ່​ພຣະອົງ ສ່ວນ​ຄົນຊົ່ວຮ້າຍ​ຈະ​ຖືກ​ດັບສູນ​ໃນ​ທີ່​ມືດ; ມະນຸດ​ບໍ່​ຫ່ອນ​ໄຊຊະນະ​ໄດ້​ດ້ວຍ​ກຳລັງ ຄື​ໂດຍ​ກຳລັງ​ຂອງ​ຕົນເອງ​ທີ່​ມີ​ຢູ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka