8 ໂອ ຂ້າແດ່ພຣະເຈົ້າຢາເວເອີຍ ພຣະອົງເປັນຜູ້ຕັດສິນມະນຸດສະໂລກທຸກຄົນ. ພຣະເຈົ້າຢາເວ ຂໍຊົງໂຜດຕັດສິນເຂົ້າຂ້າງຂ້ານ້ອຍດ້ວຍ ເພາະຮູ້ວ່າຂ້ານ້ອຍບໍ່ໄດ້ເຮັດຜິດຫຍັງ.
ແນ່ນອນທີ່ສຸດ ພຣະອົງຈະບໍ່ຂ້າຄົນຊອບທຳພ້ອມກັບຄົນອະທຳ ເປັນໄປບໍ່ໄດ້ ພຣະອົງຈະບໍ່ເຮັດເຊັ່ນນັ້ນ. ຖ້າພຣະອົງເຮັດ ຄົນຊອບທຳກໍຈະຖືກລົງໂທດ ເຊັ່ນດຽວກັນກັບຄົນອະທຳ ເປັນໄປບໍ່ໄດ້. ຜູ້ພິພາກສາໂລກຕ້ອງເຮັດທຸກສິ່ງຢ່າງຍຸດຕິທຳ.”
ພຣະເຈົ້າຂອງອັບຣາຮາມ ແລະພຣະເຈົ້າຂອງນາໂຮ ຈະເປັນຜູ້ຕັດສິນລະຫວ່າງພວກເຮົາທັງສອງ.” ແລ້ວຢາໂຄບກໍສາບານໃນນາມຂອງພຣະເຈົ້າ ອົງທີ່ອີຊາກພໍ່ຂອງຕົນນະມັດສະການ.
ພຣະອົງເປັນພຣະເຈົ້າຂອງພວກຂ້ານ້ອຍ ຈົ່ງລົງໂທດພວກເຂົາເຖີດ ສຳລັບພວກຂ້ານ້ອຍນັ້ນເຮັດຫຍັງບໍ່ໄດ້ແລ້ວກັບກອງທັບອັນໃຫຍ່ໂຕ ຊຶ່ງກຳລັງມາໂຈມຕີພວກຂ້ານ້ອຍ. ພວກຂ້ານ້ອຍບໍ່ຮູ້ຈັກຈະເຮັດຢ່າງໃດ ໄດ້ແຕ່ຂໍເພິ່ງພຣະອົງໃຫ້ຊ່ວຍເຫລືອເທົ່ານັ້ນ.”
ພຣະເຈົ້າຢາເວຢູ່ໃນພຣະວິຫານອັນສັກສິດຂອງພຣະອົງ ພຣະເຈົ້າຢາເວປະທັບເທິງພຣະບັນລັງ ຢູ່ໃນສະຫວັນ ພຣະອົງເຝົ້າເບິ່ງມະນຸດທຸກແຫ່ງທຸກຫົນ ແລະທັງຮູ້ວ່າຄົນກຳລັງເຮັດຫຍັງຢູ່ດ້ວຍ.
ຂໍຄວາມດີແລະຄວາມສັດຊື່ນັ້ນປົກປັກຮັກສາ ເພາະວ່າຂ້ານ້ອຍໄວ້ວາງໃຈໃນພຣະເຈົ້າ.
ຂ້າແດ່ພຣະເຈົ້າຢາເວ ຂໍຊົງພິສູດຂ້ານ້ອຍດ້ວຍເຖີດ ເພາະວ່າຂ້ານ້ອຍດຳເນີນຊີວິດຢ່າງບໍ່ມີຕຳໜິ ແລະຂ້ານ້ອຍໄວ້ວາງໃຈໃນພຣະເຈົ້າຢາເວ ໂດຍປັດສະຈາກຄວາມຫວັ່ນໄຫວ.
ແຕ່ສຳລັບຂ້ານ້ອຍດຳເນີນຊີວິດໃນຄວາມຖືກຕ້ອງ ຂໍຊົງໂຜດເມດຕາແລະໄຖ່ເອົາຂ້ານ້ອຍໄວ້ດ້ວຍ.
ພຣະອົງຈະຊ່ວຍຂ້ານ້ອຍ ເພາະຂ້ານ້ອຍເຮັດສິ່ງທີ່ຊອບທຳ ແລະຈະໃຫ້ຂ້ານ້ອຍຢູ່ຕໍ່ໜ້າພຣະອົງສືບໄປເປັນນິດ.
ຂ້າແດ່ພຣະເຈົ້າ ໂຜດປະກາດວ່າຂ້ານ້ອຍບໍ່ມີຄວາມຜິດ ຂໍຊົງໂຜດຊ່ວຍແກ້ຄະດີໃຫ້ຂ້ານ້ອຍດ້ວຍ ຄົນບໍ່ເຊື່ອພຣະເຈົ້າໄດ້ກ່າວຕໍ່ສູ້ຂ້ານ້ອຍ ໂຜດຊ່ວຍກູ້ຂ້ານ້ອຍຈາກຄົນຂີ້ຕົວະແລະຊົ່ວຮ້າຍ.
ດາວິດໄດ້ດູແລດ້ວຍໃຈທ່ຽງທຳແລະບໍ່ເຫັນແກ່ຕົວ ແລະນຳພາດ້ວຍພິກໄຫວອັນສະຫລາດ.
ພຣະເຈົ້າຊົງປົກຄອງ ໃນສະພາແຫ່ງສະຫວັນນັ້ນ ພຣະອົງພິພາກສາໃນທ່າມກາງບັນດາພະທັງຫຼາຍວ່າ,
ພຣະອົງປົກຄອງໂລກດ້ວຍຄວາມສັດຊື່ ຊົງຕັດສິນບັນດາຊົນຊາດຢ່າງຍຸດຕິທຳ.
ເມື່ອພຣະເຈົ້າຢາເວມາປົກຄອງຄົນໂລກນີ້ ພຣະອົງຈະປົງຄອງຢ່າງສັດຊື່ແລະເປັນທຳ ແລະຈະຕັດສິນປະຊາຊົນທັງຫລາຍດ້ວຍຄວາມຈິງຂອງພຣະອົງ.
ຕໍ່ໜ້າພຣະເຈົ້າຢາເວ ເພາະພຣະອົງກຳລັງຈະມາຕັດສິນແຜ່ນດິນໂລກ ເພື່ອພິພາກສາຕັດສິນໂລກດ້ວຍຄວາມຊອບທຳແລະຊົນຊາດທັງຫຼາຍດ້ວຍຄວາມສັດຊື່.
ເປັນຄົນທຸກຈົນທີ່ສັດຊື່ກໍດີກວ່າຄົນໂງ່ຈ້າທີ່ກ່າວຄຳຕົວະ.
ເພາະວ່າ ພຣະອົງໄດ້ຊົງກຳນົດວັນໜຶ່ງໄວ້ ຊຶ່ງໃນວັນນັ້ນ ພຣະອົງຈະຊົງພິພາກສາໂລກຕາມຄວາມຍຸດຕິທຳ ໂດຍມະນຸດຜູ້ໜຶ່ງ ຊຶ່ງພຣະອົງໄດ້ຊົງຕັ້ງໄວ້ ແລະພຣະເຈົ້າໄດ້ຊົງໂຜດໃຫ້ຄົນທັງປວງມີຄວາມແນ່ໃຈໃນເລື່ອງນີ້ ໂດຍຊົງບັນດານໃຫ້ມະນຸດຜູ້ນັ້ນເປັນຄືນມາຈາກຕາຍ.”
ນີ້ແຫຼະ ແມ່ນສິ່ງທີ່ພວກເຮົາເອກອ້າງໄດ້ຄື: ໃຈສຳນຶກຜິດແລະຊອບຂອງພວກເຮົາກໍເປັນພະຍານວ່າ, ການດຳເນີນຊີວິດຂອງພວກເຮົາຢູ່ໃນໂລກນີ້ ດ້ວຍຄວາມບໍຣິສຸດໃຈແລະດ້ວຍຄວາມຈິງໃຈທີ່ມາຈາກພຣະເຈົ້າ ບໍ່ແມ່ນໂດຍປັນຍາຂອງມະນຸດ ແຕ່ເປັນມາໂດຍພຣະຄຸນຂອງພຣະເຈົ້າ.
ພວກເຈົ້າເປັນພະຍານໃຫ້ພວກເຮົາໄດ້ ແລະພຣະເຈົ້າກໍເຊັ່ນດຽວກັນວ່າ, ຄວາມປະພຶດຂອງພວກເຮົາຕໍ່ພວກເຈົ້າຜູ້ທີ່ເຊື່ອນັ້ນ ແມ່ນບໍຣິສຸດ, ຖືກຕ້ອງ, ທ່ຽງທຳ ແລະປາສະຈາກຄວາມຜິດ.