Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 7:7 - ພຣະຄຳພີສັກສິ

7 ດັ່ງນັ້ນ ຂໍ​ຊົງ​ໂຜດ​ນຳ​ທຸກ​ຊົນຊາດ​ເຂົ້າ​ມາ​ໂຮມກັນ​ຢູ່​ອ້ອມຮອບ​ພຣະອົງ ໂຜດ​ປົກຄອງ​ພວກເຂົາ​ຈາກ​ພຣະທີ່ນັ່ງ​ເບື້ອງ​ເທິງ​ພຸ້ນ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 7:7
13 Jak'a apnaqawi uñst'ayäwi  

ເຖິງ​ວ່າ​ຢູ່​ທີ່​ສູງສຸດ ພຣະເຈົ້າຢາເວ​ກໍ​ເຝົ້າເບິ່ງ​ຜູ້​ທີ່​ຖ່ອມໃຈ ເຖິງ​ວ່າ​ຢູ່​ໄກແສນໄກ ພຣະອົງ​ກໍ​ເຫັນ​ຄົນ​ຈອງຫອງ​ໄດ້.


ຂໍ​ຊົງ​ໂຜດ​ລຸກ​ຂຶ້ນ​ມາ​ປົກປ້ອງ ແລະ​ຕື່ນ​ຂຶ້ນ​ແກ້​ຄະດີ​ໃຫ້​ຂ້ານ້ອຍ​ແດ່. ພຣະເຈົ້າ​ແລະ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ​ເອີຍ.


ຂ້າແດ່​ພຣະເຈົ້າ ໂຜດ​ປະກາດ​ວ່າ​ຂ້ານ້ອຍ​ບໍ່ມີ​ຄວາມຜິດ ຂໍ​ຊົງ​ໂຜດ​ຊ່ວຍ​ແກ້​ຄະດີ​ໃຫ້​ຂ້ານ້ອຍ​ດ້ວຍ ຄົນ​ບໍ່​ເຊື່ອ​ພຣະເຈົ້າ​ໄດ້​ກ່າວ​ຕໍ່ສູ້​ຂ້ານ້ອຍ ໂຜດ​ຊ່ວຍກູ້​ຂ້ານ້ອຍ​ຈາກ​ຄົນ​ຂີ້ຕົວະ​ແລະ​ຊົ່ວຮ້າຍ.


ຂໍ​ໃຫ້​ປະຊາຊົນ​ຊາວ​ຊີໂອນ​ຈົ່ງ​ຊົມຊື່ນ​ຍິນດີ ເພາະ​ພຣະອົງ​ຕັດສິນ​ຢ່າງ​ຖືກຕ້ອງ ຂໍ​ໃຫ້​ເມືອງ​ຕ່າງໆ​ຂອງ​ຊາວ​ຢູດາ ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ເອີຍ ຂໍ​ຊົງ​ໂຜດ​ມາ​ຊ່ວຍ​ຂ້ານ້ອຍ​ດ້ວຍ ຈົ່ງ​ລຸກ​ຂຶ້ນ​ເພື່ອ​ລົງໂທດ​ຄົນ​ອະທຳ ຢ່າ​ສຳແດງ​ຄວາມ​ເມດຕາ​ຕໍ່​ຄົນ​ທໍລະຍົດ​ທີ່​ຊົ່ວຊ້າ​ເຫຼົ່ານັ້ນ.


ພຣະເຈົ້າຢາເວ ເປັນ​ຜູ້ປົກຄອງ​ອົງ​ສູງສຸດ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ມີ​ອຳນາດ​ຍິ່ງໃຫຍ່​ກວ່າ​ສຽງ​ກຶກກ້ອງ​ຂອງ​ມະຫາສະໝຸດ ຊົງ​ຣິດທານຸພາບ​ກວ່າ​ຄື້ນ​ຂອງ​ທະເລ​ດ້ວຍ.


ເຮົາ​ເປັນ​ພຣະເຈົ້າ​ອົງ​ສູງສຸດ, ອົງ​ບໍຣິສຸດ, ແລະ​ອົງ​ຊົງ​ຊີວິດ​ຢູ່​ຕະຫລອດໄປ. ເຮົາ​ຢູ່​ໃນ​ສະຖານທີ່​ສູງສຸດ​ແລະ​ບໍຣິສຸດ; ແຕ່​ເຮົາ​ຢູ່​ນຳ​ປະຊາຊົນ​ຜູ້​ທີ່​ຖ່ອມໃຈ​ແລະ​ຜູ້​ທີ່​ກັບໃຈໃໝ່ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຟື້ນຟູ​ຈິດວິນຍານ ແລະ​ຄວາມຫວັງ​ຂອງ​ພວກເຂົາ​ຂຶ້ນ​ໃໝ່.


“ໂອ ສະຫວັນ ແລະ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ໂອ ອັກຄະສາວົກ ແລະ​ຜູ້​ປະກາດ​ພຣະທຳ​ທັງຫລາຍ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເພາະ​ນະຄອນ​ນັ້ນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ພິພາກສາ​ລົງໂທດ​ນະຄອນ​ນັ້ນ ເພື່ອ​ເປັນ​ການ​ແກ້ແຄ້ນ​ໃຫ້​ເຈົ້າ​ທັງຫລາຍ​ແລ້ວ.”


ດ້ວຍວ່າ, ການ​ຕັດສິນ​ຂອງ​ພຣະອົງ ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຍິງໂສເພນີ​ຄົນ​ສຳຄັນ ຜູ້​ທີ່​ໄດ້​ເຮັດ​ໃຫ້​ໂລກ​ຊົ່ວຊ້າ​ໄປ​ດ້ວຍ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງຕົນ ພຣະເຈົ້າ​ໄດ້​ລົງໂທດ​ນາງ ຍ້ອນ​ນາງ​ໄດ້​ຂ້າ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka