Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 7:6 - ພຣະຄຳພີສັກສິ

6 ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ລຸກ​ຂຶ້ນ​ເຖີດ ຢືນ​ຕໍ່ສູ້​ສັດຕູ​ຜູ້​ທີ່​ກິ້ວໂກດ​ຂ້ານ້ອຍ​ດ້ວຍ ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ໂຜດ​ລຸກ​ຂຶ້ນ​ຊ່ວຍ​ຂ້ານ້ອຍ​ແດ່ ເພາະ​ຄວາມ​ຍຸດຕິທຳ​ຄື​ສິ່ງ​ທີ່​ພຣະອົງ​ຕ້ອງການ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 7:6
21 Jak'a apnaqawi uñst'ayäwi  

ອັບຊາໂລມ​ແລະ​ຊາວ​ອິດສະຣາເອນ​ທຸກຄົນ​ຈຶ່ງ​ເວົ້າ​ວ່າ, “ຄຳແນະນຳ​ຂອງ​ຮູຊາຍ​ຊາວ​ອາກກິດ​ນີ້​ດີກວ່າ​ຄຳແນະນຳ​ຂອງ​ອາຮີໂຕເຟນ.” ພຣະເຈົ້າຢາເວ​ຕັດສິນໃຈ​ບໍ່​ໃຫ້​ອັບຊາໂລມ​ເຮັດ​ຕາມ​ຄຳແນະນຳ​ທີ່​ດີ​ຂອງ​ອາຮີໂຕເຟນ ເພື່ອ​ວ່າ​ພຣະເຈົ້າຢາເວ​ຈະ​ໃຫ້​ຄວາມພິນາດ​ຕົກ​ຖືກ​ອັບຊາໂລມ.


ພຣະເຈົ້າຢາເວ​ຕັດສິນ​ເຂົ້າຂ້າງ​ຜູ້​ທີ່​ຖືກ​ຂົ່ມເຫັງ ແລະ​ມອບ​ສິດ​ທີ່​ພວກເຂົາ​ຄວນ​ມີ​ໃຫ້​ພວກ​ເຂົາເຈົ້າ.


ພຣະເຈົ້າຢາເວ​ກ່າວ​ໂຕ້ຕອບ​ອອກ​ໄປ​ວ່າ, “ບັດນີ້ ເຮົາ​ຈະ​ລຸກ​ຂຶ້ນ​ຍ້ອນ​ຄົນ​ຂັດສົນ​ຖືກ​ກົດຂີ່ ຄົນ​ຖືກ​ຂົ່ມເຫັງ​ກໍ​ຄວນຄາງ​ຢ່າງ​ເຈັບປວດ​ໜັກ ເຮົາ​ຈະ​ໃຫ້​ພວກເຂົາ​ປອດໄພ​ຢ່າງ​ຖາວອນ​ຕາມ​ທີ່​ພວກເຂົາ​ປາຖະໜາ.”


ເມື່ອ​ຄວາມ​ເດືອດຮ້ອນ​ອ້ອມຮອບ​ຂ້ານ້ອຍ ພຣະອົງ​ກໍ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ​ໄດ້. ພຣະອົງ​ຂັດຂວາງ​ສັດຕູ​ຜູ້​ໂຫດຮ້າຍ​ໃຈ​ອຳມະຫິດ ແລະ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນໄພ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ.


ຝ່າຍ​ສັດຕູ​ນັ້ນ​ພວກເຂົາ​ກໍຕາມ​ລ້າງຜານ ແລະ​ຢຽບຢໍ່າ​ຂ້ານ້ອຍ​ຢ່າງ​ທາລຸນ. ພວກເຂົາ​ໄດ້​ກັກຂັງ​ຂ້ານ້ອຍ​ໄວ້​ໃນ​ຄຸກ​ອັນ​ມືດໜາ ຂ້ານ້ອຍ​ເປັນ​ດັ່ງ​ຄົນຕາຍ​ດົນນານ​ມາ​ແລ້ວ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລຸກ​ຂຶ້ນ​ຊ່ວຍ​ແດ່ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ໄພ​ດ້ວຍ​ເຖີດ. ຂໍ​ພຣະອົງ​ຕົບ​ໜ້າ​ສັດຕູ​ທັງຫຼາຍ​ຂອງ​ຂ້ານ້ອຍ ແລະ​ຊົງ​ຫັກ​ແຂ້ວ​ຂອງ​ຄົນ​ທັງປວງ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຕໍ່ຕ້ານ​ຜູ້​ທີ່​ຂັດຂວາງ​ຂ້ານ້ອຍ​ເຖີດ ໂຜດ​ຕໍ່ສູ້​ພວກ​ທີ່​ຕໍ່ສູ້​ຂ້ານ້ອຍ​ນັ້ນ


ຂໍ​ຊົງ​ໂຜດ​ລຸກ​ຂຶ້ນ​ມາ​ປົກປ້ອງ ແລະ​ຕື່ນ​ຂຶ້ນ​ແກ້​ຄະດີ​ໃຫ້​ຂ້ານ້ອຍ​ແດ່. ພຣະເຈົ້າ​ແລະ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ​ເອີຍ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ຕື່ນ​ຂຶ້ນ​ມາ​ເຖີດ ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ຫລັບ​ຢູ່? ໂຜດ​ມາ​ຊ່ວຍກູ້​ເອົາ​ພວກ​ຂ້ານ້ອຍ​ດ້ວຍ ຂໍ​ພຣະອົງ​ຊົງ​ລຸກ​ຂຶ້ນ ຢ່າ​ປະຖິ້ມ​ພວກ​ຂ້ານ້ອຍ​ຕະຫຼອດໄປ


ໂຜດ​ເຂົ້າ​ມາ​ຊ່ວຍຊູ​ແດ່ ເພາະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ໂຜດ​ມາ​ຊ່ວຍ​ກອບກູ້​ເອົາ​ພວກ​ຂ້ານ້ອຍ​ແດ່ທ້ອນ.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ເອີຍ ຂໍ​ຊົງ​ໂຜດ​ມາ​ຊ່ວຍ​ຂ້ານ້ອຍ​ດ້ວຍ ຈົ່ງ​ລຸກ​ຂຶ້ນ​ເພື່ອ​ລົງໂທດ​ຄົນ​ອະທຳ ຢ່າ​ສຳແດງ​ຄວາມ​ເມດຕາ​ຕໍ່​ຄົນ​ທໍລະຍົດ​ທີ່​ຊົ່ວຊ້າ​ເຫຼົ່ານັ້ນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພວກເຂົາ​ເປັນ​ເໝືອນ​ຄວາມຝັນ​ທີ່​ຫາຍໄປ ໃນ​ຕອນເຊົ້າ ເມື່ອ​ພຣະອົງ​ຕື່ນ​ຂຶ້ນ ພວກເຂົາ​ກໍ​ສູນຫາຍ​ໄປ​ແລ້ວ.


ຈົ່ງ​ຍ່າງ​ເລາະ​ເບິ່ງ​ສິ່ງ​ຫັກ​ເພພັງ​ທັງໝົດ​ນັ້ນ​ດູ ສັດຕູ​ຂອງ​ພວກ​ຂ້ານ້ອຍ​ໄດ້​ທຳລາຍ​ທຸກສິ່ງ​ໃນ​ພຣະວິຫານ​ໝົດສິ້ນ.


ໃນທີ່ສຸດ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຕື່ນຂຶ້ນ ເໝືອນດັ່ງ​ຄົນ​ທີ່​ຕື່ນ​ຈາກ​ຫລັບນອນ ດັ່ງ​ຊາຍ​ຜູ້ໜຶ່ງ​ທີ່​ແຂງແຮງ​ຍ້ອນ​ລິດ​ເຫຼົ້າ​ອະງຸ່ນ.


ພຣະເຈົ້າຢາເວ​ພ້ອມແລ້ວ​ທີ່​ຈະ​ກ່າວ​ຄະດີ​ຂອງ​ພຣະອົງ; ພຣະອົງ​ພ້ອມ​ແລ້ວ​ທີ່​ຈະ​ຕັດສິນ​ປະຊາຊົນ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ກ່າວ​ແກ່​ຊົນຊາດ​ທັງຫລາຍ​ວ່າ, “ບັດນີ້​ເຮົາ​ຈະ​ດຳເນີນການ. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ມີ​ຣິດອຳນາດ​ສໍ່າໃດ.


ແຕ່​ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ຂໍໂຜດ​ຊ່ວຍກູ້​ເອົາ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ພວກ​ອັດຊີເຣຍ​ດ້ວຍ​ເຖີດ ເພື່ອ​ວ່າ​ຊົນຊາດ​ທັງໝົດ​ທີ່​ຢູ່​ໃນ​ໂລກ​ຈະ​ໄດ້​ຮູ້​ວ່າ ພຣະເຈົ້າຢາເວ​ອົງດຽວ​ແຕ່​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ.”


ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ຕື່ນ​ຂຶ້ນ​ຊ່ວຍເຫຼືອ​ພວກ​ຂ້ານ້ອຍ​ແດ່ ຈົ່ງ​ໃຊ້​ຣິດທານຸພາບ​ຊ່ວຍຊູ​ແດ່ທ້ອນ ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ໃນ​ສະໄໝ​ບູຮານ ພຣະອົງ​ໄດ້​ຕັດ​ຣາຮາບ ໃນ​ທະເລ​ຂາດ​ເປັນ​ຕ່ອນໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka