4 ຖ້າຂ້ານ້ອຍໄດ້ຄິດຄົດຕໍ່ຜູ້ໜຶ່ງຜູ້ໃດ ຫລືໄດ້ຫັກຫລັງເພື່ອນຄົນໃດຄົນໜຶ່ງ ຫລືເຮັດຮຸນແຮງໂພດຕໍ່ສັດຕູຢ່າງບໍ່ຍຸດຕິທຳ ຖ້າຂ້ານ້ອຍໄດ້ເຮັດໃນສິ່ງເຫຼົ່ານີ້
ເມື່ອພວກເຂົາໄປບໍ່ໄກຈາກຕົວເມືອງພໍເທົ່າໃດ ໂຢເຊັບກໍກ່າວແກ່ຄົນຮັບໃຊ້ຜູ້ຮັບຜິດຊອບປະຈຳເຮືອນຂອງຕົນວ່າ, “ຈົ່ງຮີບອອກໄປຕິດຕາມຄົນເຫຼົ່ານັ້ນ. ເມື່ອເຈົ້າທັນພວກເຂົາແລ້ວ ໃຫ້ເຈົ້າຖາມພວກເຂົາວ່າ, ‘ເປັນຫຍັງພວກເຈົ້າຈຶ່ງປະພຶດການຊົ່ວຕອບແທນການດີ?
ເອົາເທາະ ໃນຈຳນວນພວກເຮົານີ້ຖ້າຈອກເງິນຕົກຢູ່ນຳຜູ້ໃດ ໃຫ້ທ່ານຂ້າຜູ້ນັ້ນຖິ້ມໂລດ ແລະພວກເຮົາທຸກຄົນກໍຈະຍອມເປັນຄົນຮັບໃຊ້ຂອງທ່ານ.”
ເຈົ້າໄດ້ຢຶດອານາຈັກຂອງກະສັດໂຊນ ແລະບັດນີ້ພຣະເຈົ້າຢາເວໄດ້ລົງໂທດເຈົ້າຄືນ ເພາະເຈົ້າໄດ້ຂ້າຫລາຍຄົນໃນຄອບຄົວຂອງເພິ່ນ. ພຣະເຈົ້າຢາເວໄດ້ຍົກອານາຈັກໃຫ້ອັບຊາໂລມລູກຊາຍຂອງເຈົ້າ; ສ່ວນຜູ້ຮ້າຍຂ້າຄົນດັ່ງເຈົ້າກໍໄດ້ແຕ່ຈິບຫາຍເທົ່ານັ້ນ.”
ກໍຂໍໃຫ້ແຂນຂອງຂ້ອຍຫັກລົງກັບທີ່ ຂໍໃຫ້ມັນຫລຸດທັນທີອອກຈາກຂໍ້ຕໍ່ທີ່ບ່າໄຫລ່.
ຖ້າຂ້ອຍຫັນປ່ຽນຈາກທິດທາງເດີນ ຄືທິດທາງເດີນອັນຍຸດຕິທຳແລະຖືກຕ້ອງ; ຫລືປ່ອຍຕົວເອງໃຫ້ຄວາມຊົ່ວຈ່ອງດຶງໄປ ຖ້າມືຂ້ອຍດ່າງພອຍດ້ວຍຮອຍເປື້ອນເປິໃດໆນັ້ນ
ພວກເຂົາຕອບສະໜອງໂດຍຄວາມຊົ່ວແທນຄວາມດີ ແລະໃຊ້ຄວາມກຽດຊັງຕອບແທນຄວາມຮັກ.
ໝູ່ເກົ່າຂອງຂ້ອຍໄດ້ໂຈມຕີໝູ່ຂອງລາວເອງ ຄືໄດ້ລະເມີດຄຳສັນຍາທີ່ຕົນໄດ້ເຮັດໄວ້.
ເງິນຄຳຖືກທົດລອງດ້ວຍໄຟສັນໃດ ໃຈມະນຸດກໍຖືກພຣະເຈົ້າຢາເວລອງເບິ່ງສັນນັ້ນ.
ແຕ່ໂປໂລຮ້ອງຈົນສຸດສຽງວ່າ, “ຢ່າເຮັດຮ້າຍໃຫ້ຕົນເອງ ພວກເຮົາຍັງຢູ່ທີ່ນີ້ໝົດທຸກຄົນ.”
ຕໍ່ມາ ດາວິດໄດ້ໜີໄປຈາກບ້ານນາໂຢດໃນເມືອງຣາມາ ໄປຫາໂຢນາທານແລະຖາມລາວວ່າ, “ຂ້ອຍໄດ້ເຮັດຜິດຫຍັງ ຂ້ອຍມີຄວາມຜິດຫຍັງ ຂ້ອຍໄດ້ເຮັດຊົ່ວອັນໃດແດ່ຕໍ່ພໍ່ຂອງເຈົ້າ ເພິ່ນຈຶ່ງຢາກຂ້າຂ້ອຍ?”
ອາຮີເມເຫຼັກຕອບວ່າ, “ດາວິດເປັນນາຍທະຫານຜູ້ທີ່ຊື່ສັດທີ່ສຸດຂອງທ່ານ! ທັງເປັນລູກເຂີຍຂອງທ່ານເອງ ເປັນຜູ້ບັນຊາການທະຫານຮັກສາທ່ານ ແລະທຸກຄົນທີ່ຢູ່ໃນວັງນີ້ກໍນັບຖືລາວເປັນຢ່າງສູງ.
ດັ່ງນັ້ນ ດາວິດຈຶ່ງຊັກຊວນຄົນທັງຫລາຍຂອງເພິ່ນບໍ່ໃຫ້ຕໍ່ສູ້ກະສັດໂຊນ. ກະສັດໂຊນລຸກຂຶ້ນ ແລະອອກມາຈາກຖໍ້າ ແລ້ວເພິ່ນກໍເດີນທາງຕໍ່ໄປ.
ກະສັດໂຊນຕອບວ່າ, “ດາວິດ ລູກຊາຍຂອງພໍ່ເອີຍ ຂ້ອຍໄດ້ເຮັດຜິດໄປແລ້ວ ຈົ່ງກັບຄືນມາສາ. ຂ້ອຍຈະບໍ່ທຳຮ້າຍເຈົ້າອີກຕໍ່ໄປ ເພາະໃນຄືນນີ້ເຈົ້າໄດ້ໄວ້ຊີວິດຂອງຂ້ອຍ. ຂ້ອຍຊ່າງເປັນຄົນໂງ່ຈ້າແທ້ໜໍ ແລະຂ້ອຍກໍໄດ້ເຮັດໃນສິ່ງທີ່ໂຫດຮ້າຍທີ່ສຸດ.”
ເໝືອນກັນກັບທີ່ຂ້ານ້ອຍໄດ້ໄວ້ຊີວິດຂອງທ່ານແລ້ວໃນມື້ນີ້ ຂໍພຣະເຈົ້າຢາເວກະທຳຕໍ່ຂ້ານ້ອຍເຊັ່ນດຽວກັນເຖີດ ແລະຂໍໃຫ້ຂ້ານ້ອຍພົ້ນຈາກຄວາມເດືອດຮ້ອນທຸກຢ່າງດ້ວຍ.”