ເພງ^ສັນລະເສີນ 7:3 - ພຣະຄຳພີສັກສິ3 ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ຖ້າມືຂອງຂ້ານ້ອຍໄດ້ກະທຳຜິດດັ່ງທີ່ຖືກກ່າວຫານັ້ນ Uka jalj uñjjattʼäta |
“ພຣະເຈົ້າຢາເວ ພຣະເຈົ້າເປັນອົງຍິ່ງໃຫຍ່ເໜືອພະທັງຫລາຍ! ພຣະເຈົ້າຢາເວ ພຣະເຈົ້າເປັນອົງຍິ່ງໃຫຍ່ເໜືອພະທັງຫລາຍ! ພຣະອົງຮູ້ວ່າເຫດໃດພວກຂ້ອຍຈຶ່ງໄດ້ກະທຳເຊັ່ນນີ້ ແລະພວກຂ້ອຍຢາກໃຫ້ພວກເຈົ້ານັ້ນໄດ້ຮູ້ເຊັ່ນດຽວກັນ. ຖ້າພວກຂ້ອຍໄດ້ກະບົດ ແລະບໍ່ໄດ້ສືບຕໍ່ເຊື່ອຟັງພຣະເຈົ້າຢາເວ ກໍຢ່າໃຫ້ພວກຂ້ອຍມີຊີວິດຢູ່ຕໍ່ໄປ
ດ້ວຍເຫດນັ້ນບໍ ພວກເຈົ້າຈຶ່ງພວມກະບົດຕໍ່ເຮົາ? ໃນພວກເຈົ້າບໍ່ມີຜູ້ໃດເລີຍບອກເຮົາວ່າ ລູກຊາຍຂອງເຮົາເອງໄດ້ເຮັດສັນຍາມິດຕະພາບກັບດາວິດ. ບໍ່ມີຜູ້ໃດເລີຍສົນໃຈບອກເຮົາວ່າ ດາວິດຜູ້ຮັບໃຊ້ຂອງເຮົາເອງກຳລັງຊອກຫາຊ່ອງທາງທີ່ຈະຂ້າເຮົາ ແລະລູກຊາຍຂອງເຮົາເອງເປັນຜູ້ໃຫ້ກຳລັງໃຈ ແລະສະໜັບສະໜູນລາວ.”
ພໍ່ຂ້ານ້ອຍເອີຍ ເບິ່ງສົ້ນເສື້ອລ່າມຂອງທ່ານທີ່ຂ້ານ້ອຍພວມຖືຢູ່ນີ້ດູ ຂ້ານ້ອຍຄວນຂ້າທ່ານຖິ້ມເສຍແລ້ວ, ແຕ່ຂ້ານ້ອຍພຽງແຕ່ໄດ້ຕັດເອົາສົ້ນເສື້ອເທົ່ານັ້ນ. ອັນນີ້ກໍເຮັດໃຫ້ທ່ານແນ່ໃຈໄດ້ແລ້ວວ່າ ຂ້ານ້ອຍບໍ່ໄດ້ກະບົດຫລືຄິດທຳຮ້າຍທ່ານແຕ່ຢ່າງໃດ. ແມ່ນວ່າຂ້ານ້ອຍບໍ່ໄດ້ເຮັດຫຍັງຜິດຕໍ່ທ່ານກໍຕາມ ແຕ່ທ່ານກໍຍັງຕາມລ່າຂ້ານ້ອຍຢູ່.