Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 7:2 - ພຣະຄຳພີສັກສິ

2 ຖ້າບໍ່​ດັ່ງນັ້ນ ພວກເຂົາ​ຈະ​ລາກ​ຂ້ານ້ອຍ​ໄປ​ດັ່ງ​ໂຕສິງ​ຂົບ​ຈີກ​ເຫຍື່ອ ກັດກິນ​ເປັນ​ຕ່ອນໆ ໂດຍ​ບໍ່ມີ​ຜູ້ໃດ​ຊ່ວຍກູ້​ໄວ້​ໄດ້.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 7:2
18 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ມີ​ລູກຊາຍ​ສອງ​ຄົນ, ແຕ່​ມື້​ໜຶ່ງ​ທັງສອງ​ໄດ້​ເກີດ​ຜິດຖຽງກັນ​ຢູ່​ໃນ​ທົ່ງນາ ແລະ​ບໍ່ມີ​ຜູ້ໃດ​ແຍກ​ພວກເຂົາ​ອອກ​ຈາກ​ກັນ​ໄດ້. ລູກຊາຍ​ຄົນ​ໜຶ່ງ​ຈຶ່ງ​ໄດ້​ຂ້າ​ລູກຊາຍ​ອີກ​ຄົນ​ໜຶ່ງ​ຕາຍ.


ພຣະອົງ​ຮູ້​ດີ​ວ່າ​ຂ້ານ້ອຍ​ບໍ່ມີ​ຄວາມ​ຜິດ​ຫຍັງ​ໝົດ ບໍ່ມີ​ຜູ້ໃດ​ຊ່ວຍ​ຂ້ານ້ອຍ​ໃຫ້​ຫວິດ​ຈາກ​ພຣະອົງ​ໄດ້.


ພວກເຂົາ​ເປັນ​ດັ່ງ​ໂຕສິງ​ທີ່​ລໍຖ້າ​ຄຸບ​ເຫຍື່ອ​ຢູ່​ໃນ​ຂຸມ​ຂອງ​ມັນ ເພື່ອ​ຄອຍ​ຜົກຈອບ​ຈັບ​ເອົາ​ຄົນ​ຍາກ​ລຳບາກ ພວກເຂົາ​ຫ້າງ​ແຮ້ວ​ໄວ້​ເພື່ອ​ຈັບ ແລະ​ລາກ​ເອົາ​ໄປ​ເປັນ​ເຫຍື່ອ.


ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ເພື່ອ​ຄວາມ​ປອດໄພ ເຫດໃດ​ໜໍ​ຈຶ່ງ​ເວົ້າ​ໃຫ້​ຂ້ອຍ​ວ່າ, “ຈົ່ງ​ໜີໄປ​ລີ້​ທີ່​ພູເຂົາ​ເໝືອນ​ດັ່ງ​ນົກ


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ຄຸ້ມຄອງ​ຂ້ານ້ອຍ​ໃຫ້​ປອດໄພ​ດ້ວຍ ເພາະ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ.


ພວກເຂົາ​ເປັນ​ດັ່ງ​ຝູງ​ສິງ​ໂຕຮ້າຍ​ທີ່​ຄອຍຖ້າ​ເຫຍື່ອ ຊຶ່ງ​ດັກຈັບ ເພື່ອ​ກັດ​ຈີກ​ກິນ​ຂ້ານ້ອຍ​ເປັນ​ຕ່ອນໆ.


ພວກເຂົາ​ອ້າ​ປາກ​ໃສ່​ເໝືອນ​ດັ່ງ​ຝູງ​ໂຕສິງ ທີ່​ກຳລັງ​ຮ້ອງ​ແຜດສຽງ​ແລະ​ຈະ​ກັດກິນ​ເນື້ອ.


ບັດນີ້ ໂຜດ​ຮັບ​ຟັງ​ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ແດ່ ເປັນ​ທີ່​ເພິ່ງ​ແລະ​ຜູ້​ປ້ອງກັນ​ຂອງ​ຂ້ານ້ອຍ​ດ້ວຍ.


ແຕ່​ເມື່ອໃດ​ຂ້ານ້ອຍ​ຕົກ​ຢູ່​ໃນ​ຄວາມ​ຂັດສົນ ພວກເຂົາ​ທຸກຄົນ​ຕ່າງ​ກໍ​ດີອົກ​ດີໃຈ ມາ​ອ້ອມ​ຂ້ານ້ອຍ​ໄວ້​ແລະ​ເຍາະເຍີ້ຍ​ຫົວຂວັນ ຄົນ​ແປກໜ້າ​ຕົບຕີ​ຂ້ານ້ອຍ​ຢ່າງ​ບໍ່​ຢຸດຢັ້ງ.


ຈົ່ງ​ພິຈາລະນາ​ເຖິງ​ເລື່ອງນີ້​ໃຫ້​ດີ​ຜູ້​ທີ່​ມັກ​ລືມ​ພຣະເຈົ້າ​ເອີຍ ຖ້າບໍ່​ດັ່ງນັ້ນ​ແລ້ວ ເຮົາ​ຈະ​ທຳລາຍ​ພວກເຈົ້າ​ໃຫ້​ແຕກ​ເປັນ​ປ່ຽງໆ ແລະ​ຈະ​ບໍ່ມີ​ຜູ້ໃດ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ໄດ້.


ໂຜດ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ຄົນຊົ່ວ​ເຫຼົ່ານັ້ນ​ສາ ຊ່ວຍ​ໃຫ້​ພົ້ນ​ຈາກ​ພວກ​ຄົນ​ຄາດຕະກອນ​ເຫຼົ່ານັ້ນ​ດ້ວຍ.


ຄວາມ​ໂກດຮ້າຍ​ຂອງ​ກະສັດ​ເປັນ​ດັ່ງ​ສຽງ​ໂຕສິງ​ແຜດສຽງ, ແຕ່​ຄວາມ​ເມດຕາ​ຂອງເພິ່ນ​ກໍ​ເປັນ​ດັ່ງ​ນໍ້າ​ຄ້າງ​ເທິງ​ຫຍ້າອ່ອນ.


ທັງ​ຄືນ​ຂ້ານ້ອຍ​ໄດ້​ແຕ່​ຮ້ອງ​ເຈັບປວດ​ເຫລືອຫລາຍ ຄ້າຍ​ດັ່ງ​ໂຕສິງ​ຫັກ​ກະດູກ​ທັງໝົດ​ຂອງ​ຂ້ານ້ອຍ​ຖິ້ມ. ຂ້ານ້ອຍ​ຫວນ​ແຕ່​ຄິດ​ຕະຫລອດ​ມາ​ວ່າ ພຣະເຈົ້າ​ໄດ້​ໃຫ້​ຂ້ານ້ອຍ​ຈົບ​ຊີວິດ​ສາ​ແລ້ວ.


ເພິ່ນ​ໄດ້​ເວົ້າ​ເຖິງ​ເຜົ່າ​ກາດ​ວ່າ, “ສັນລະເສີນ​ພຣະເຈົ້າ​ຜູ້​ບຸກເບີກ​ຂະຫຍາຍ​ເຂດແດນ ຄື​ໃຫ້​ເຂດແດນ​ພວກເຂົາ​ກວ້າງໄກ​ໄປ​ຫລາຍເທົ່າ. ພຣະເຈົ້າ​ຄອຍ​ເຝົ້າ​ເໝືອນ​ໂຕ​ສິງ​ຄອຍ​ຄຸບ​ເຫຍື່ອ ເພື່ອ​ຄອຍ​ຫັກ​ແຂນ​ແລ້ວ​ຈຶ່ງ​ລອກ​ເນື້ອ​ເຖືອໜັງ.


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ສະຖິດ​ຢູ່​ກັບ​ເຮົາ ແລະ​ຊູ​ກຳລັງ​ເຮົາ​ຂຶ້ນ ເພື່ອ​ໃຫ້​ເຮົາ​ສາມາດ​ປະກາດ​ຂ່າວປະເສີດ​ອັນ​ຄົບຖ້ວນ ແກ່​ຄົນຕ່າງຊາດ​ທຸກຄົນ ແລະ​ເຮົາ​ກໍໄດ້​ຖືກ​ຊ່ວຍກູ້​ເອົາ​ໃຫ້​ພົ້ນ​ຈາກ​ປາກ​ຂອງ​ສິງໂຕ.


ເຈົ້າ​ທັງຫລາຍ​ຈົ່ງ​ຄອຍ​ລະວັງຕົວ​ແລະ​ເຝົ້າ​ຢູ່. ດ້ວຍວ່າ, ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນ​ວຽນ​ໄປມາ​ເໝືອນ​ໂຕ​ສິງ ທີ່​ແຜດ​ສຽງ​ຊອກ​ຫາ​ຄົນ​ທີ່​ມັນ​ຈະ​ກັດ​ກິນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka