Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 7:10 - ພຣະຄຳພີສັກສິ

10 ພຣະເຈົ້າ​ເປັນ​ໂລ້​ປ້ອງກັນ​ຂອງ​ຂ້ານ້ອຍ ພຣະອົງ​ຊ່ວຍ​ຜູ້​ທີ່​ເຊື່ອຟັງ​ພຣະອົງ​ໃຫ້​ພົ້ນໄພ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 7:10
15 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ ອັບຣາມ​ກໍ​ໄດ້​ຍິນ​ພຣະເຈົ້າຢາເວ​ກ່າວ​ແກ່​ຕົນ​ທາງ​ນິມິດ​ວ່າ, “ອັບຣາມ​ເອີຍ ເຈົ້າ​ຢ່າ​ຢ້ານ​ແຕ່​ຢ່າງໃດ​ເລີຍ ເຮົາ​ແມ່ນ​ໂລ້​ຕ້ານທານ​ທີ່​ຄອຍ​ຮັກສາ​ເຈົ້າ ຈາກ​ເຫຼົ່າ​ໂພຍໄພ​ຮ້າຍ​ອັນຕະລາຍ​ຕ່າງໆ ເຮົາ​ຈະ​ໃຫ້​ບຳເໜັດ​ເຈົ້າ​ຢ່າງ​ຫລວງຫລາຍ.”


ຕໍ່ມາ​ເພິ່ນ​ໄດ້​ກ່າວ​ແກ່​ໂຊໂລໂມນ​ວ່າ, “ລູກເອີຍ ເຈົ້າ​ຈົ່ງ​ຮໍ່າຮຽນ​ໃຫ້​ຮູ້ຈັກ​ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ຮັບໃຊ້​ນີ້​ໃຫ້​ດີໆ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ​ແລະ​ສຸດ​ຄວາມຄິດ. ພຣະເຈົ້າຢາເວ​ຮູ້​ຄວາມຄິດ​ແລະ​ຄວາມ​ປາຖະໜາ​ທັງໝົດ​ຂອງ​ພວກເຮົາ. ຖ້າ​ເຈົ້າ​ສະແຫວງ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ເຈົ້າ​ໄດ້​ພົບ​ກັບ​ພຣະອົງ, ແຕ່​ຖ້າ​ເຈົ້າ​ຫັນໜ້າ​ໜີໄປ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ເຈົ້າ​ຕະຫລອດໄປ.


ຂໍ​ພຣະອົງ​ໂຜດ​ຟັງ​ທີ່​ສະຫວັນ​ບ່ອນ​ພຣະອົງ​ສະຖິດຢູ່ ແລະ​ຍົດໂທດ​ໃຫ້​ເຂົາ​ດ້ວຍ​ເທີ້ນ. ພຣະອົງ​ເທົ່ານັ້ນ​ຮູ້ຈັກ​ຄວາມຄິດ ແລະ​ຈິດໃຈ​ຂອງ​ມະນຸດ. ໂຜດ​ເຮັດ​ກັບ​ແຕ່ລະຄົນ​ຕາມ​ທີ່​ເຂົາ​ຄວນ​ຈະ​ໄດ້​ຮັບ​ເຖີດ


ຖ້າ​ເຈົ້າ​ສັດຊື່​ແທ້​ແລະ​ເປັນ​ຄົນ​ບໍຣິສຸດ ແລ້ວ​ພຣະເຈົ້າ​ກໍ​ຈະ​ມາ​ຊ່ວຍຊູ​ເຈົ້າ​ໄວ້ ທັງ​ຈະ​ປົວແປງ​ເຈົ້າ​ກັບ​ຄອບຄົວ​ຂຶ້ນ​ໃໝ່ ພຣະອົງ​ຈະ​ໃຫ້​ບຳເໜັດ​ແກ່​ເຈົ້າ​ເຊັ່ນກັນ.


ລູກ​ຂອງ​ພວກເຂົາ​ນັ້ນ​ຈະ​ມີ​ອຳນາດ​ຢູ່​ໃນ​ດິນແດນ ຕະຫຼອດ​ທັງ​ເຊື້ອສາຍ​ກໍ​ຈະ​ໄດ້​ຮັບ​ພຣະພອນ​ດ້ວຍ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເຮັດ​ດີ​ຕໍ່​ຜູ້​ທີ່​ເຮັດ​ດີ​ດ້ວຍ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ,


ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ເປັນ​ທີ່​ກຳບັງ​ຂອງ​ຂ້ານ້ອຍ ພຣະອົງ​ປົກປັກ​ຮັກສາ​ຂ້ານ້ອຍ​ຈາກ​ອັນຕະລາຍ​ເລື້ອຍໆ ພຣະອົງ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຄວາມມີໄຊ ແລະ​ຊ່ວຍຊູ​ໃຫ້​ມີ​ຄວາມ​ກ້າຫານ​ຂຶ້ນ​ໃໝ່.


ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ຕາເວັນ​ແລະ​ເປັນ​ໂລ້ກຳບັງ ຊົງ​ປະທານ​ພຣະຄຸນ​ແລະ​ສະຫງ່າຣາສີ. ດ້ວຍ​ຄວາມ​ເມດຕາ​ແລະ​ກຽດສັກສີ ພຣະເຈົ້າຢາເວ​ໃຫ້​ຂອງ​ດີ ແກ່​ຜູ້​ທີ່​ເດີນ​ຕາມ​ທາງ​ອັນ​ຊອບທຳ​ຢ່າງ​ບໍ່​ອັ້ນ.


ແທ້ຈິງ​ແລ້ວ ໂລ້ກຳບັງ​ຂອງເຮົາ​ທັງຫຼາຍ​ຄື​ພຣະເຈົ້າຢາເວ ພຣະ​ມະຫາ​ກະສັດ​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ ໄດ້​ໃຫ້​ກະສັດ​ແກ່​ພວກ​ຂ້ານ້ອຍ.


ພຣະເຈົ້າຢາເວ​ກຽດຊັງ​ຄົນ​ມີ​ໃຈ​ຊົ່ວຊ້າ, ແຕ່​ພຣະອົງ​ຮັກ​ຜູ້​ທີ່​ປະພຶດ​ດີ.


ເພາະ​ຄົນ​ຊອບທຳ​ຈະ​ໄດ້​ຢູ່​ໃນ​ດິນແດນ ແລະ​ຄົນ​ສັດຊື່​ຄົງ​ຢູ່​ໃນ​ນັ້ນ.


ຜູ້​ທີ່​ໃຊ້​ຊີວິດ​ໃນ​ທາງ​ສັດຊື່​ກໍ​ຈະ​ປອດໄພ ຜູ້​ທີ່​ບໍ່​ສັດຊື່​ກໍ​ຈະ​ລົ້ມລົງ​ທັນທີ.


ແລ້ວ​ຂ້າພະເຈົ້າ​ກໍ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເອີຍ ພຣະອົງ​ເປັນ​ຜູ້​ພິພາກສາ​ທີ່​ທ່ຽງທຳ; ພຣະອົງ​ທົດສອບ​ເບິ່ງ​ຄວາມ​ນຶກຄິດ​ກັບ​ຄວາມ​ຮູ້ສຶກ​ຂອງ​ຄົນ​ທັງຫລາຍ. ຂ້ານ້ອຍ​ຂໍ​ມອບ​ເລື່ອງ​ຂອງ​ຂ້ານ້ອຍ​ໄວ້​ໃນ​ມື​ຂອງ​ພຣະອົງ. ດັ່ງນັ້ນ ຂໍໂຜດ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ພຣະອົງ​ແກ້ແຄ້ນ​ຄົນ​ເຫຼົ່ານີ້​ດ້ວຍ​ເຖີດ.”


ເຮົາ​ຄື​ພຣະເຈົ້າຢາເວ​ຄົ້ນເບິ່ງ​ແນວຄິດ​ຂອງ​ຄົນ ແລະ​ທົດສອບ​ເບິ່ງ​ໃຈ​ມະນຸດ​ທັງຫລາຍ​ດ້ວຍ. ເຮົາ​ເຮັດ​ຕໍ່​ແຕ່ລະຄົນ​ຕາມ​ວິທີ​ທີ່​ພວກເຂົາ​ໃຊ້​ຊີວິດ ຄື​ຕາມ​ສິ່ງ​ທີ່​ພວກເຂົາ​ປະພຶດ​ແລະ​ກະທຳ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka