3 ຂ້າແດ່ພຣະເຈົ້າ ຂໍໃຫ້ປະຊາຊາດຍ້ອງຍໍສັນລະເສີນພຣະອົງ ຂໍໃຫ້ທຸກຊາດທຸກພາສາຍ້ອງຍໍສັນລະເສີນພຣະອົງເທີ້ນ.
ຂໍຊົງໂຜດຮັກສາຊີວິດຂອງຂ້ານ້ອຍໄວ້ດ້ວຍ ເພື່ອຈະສາມາດຍ້ອງຍໍສັນລະເສີນພຣະອົງ ຂໍໃຫ້ຂໍ້ຄຳແນະນຳຂອງພຣະອົງຊ່ວຍເຫຼືອຂ້ານ້ອຍດ້ວຍ.
ຂໍຊົງໂຜດປົດປ່ອຍຂ້ານ້ອຍໃຫ້ພົ້ນຈາກຄວາມທຸກລຳບາກ ແລ້ວຂ້ານ້ອຍກໍຈະກ່າວຍ້ອງຍໍສັນລະເສີນພຣະອົງ ໃນທີ່ຊຸມນຸມປະຊາຊົນຂອງພຣະອົງ ເພາະຄຸນຄວາມດີຂອງພຣະອົງ ທີ່ຊົງມີແກ່ຂ້ານ້ອຍນັ້ນ.
ບົດເພງນີ້ຈະເຮັດໃຫ້ຊື່ສຽງທ່ານຍືນຍົງຕໍ່ໄປ ທຸກຄົນຈະຍົກຍໍຊົມເຊີຍທ່ານເທົ່າກາລະນານພຸ້ນ.
ຂ້າແດ່ພຣະເຈົ້າ ຂໍໃຫ້ປະຊາຊາດຍ້ອງຍໍສັນລະເສີນພຣະອົງ ຂໍໃຫ້ທຸກຊາດທຸກພາສາຍ້ອງຍໍສັນລະເສີນພຣະອົງເທີ້ນ.
ຂໍຢ່າໃຫ້ຄົນທີ່ຖືກຂົ່ມເຫັງນັ້ນໄດ້ຮັບຄວາມອັບອາຍ ຂໍໃຫ້ຄົນທຸກແລະຄົນຂັດສົນໄດ້ຍ້ອງຍໍສັນລະເສີນພຣະອົງເຖີດ.
ພຣະອົງກ່າວວ່າ, “ເຮົາມີພາລະກິດ ທີ່ຍິ່ງໃຫຍ່ໃຫ້ເຈົ້າຜູ້ຮັບໃຊ້ຂອງເຮົາເຮັດ. ບໍ່ແມ່ນພຽງແຕ່ໃຫ້ນຳຄວາມຍິ່ງໃຫຍ່ ຂອງຊົນຊາດອິດສະຣາເອນທີ່ລອດຕາຍຄືນມາ, ແຕ່ຈະໃຫ້ເຈົ້າເປັນແສງສະຫວ່າງແກ່ບັນດາປະຊາຊາດທັງຫລາຍ ເພື່ອວ່າເຈົ້າຈະນຳຄວາມລອດພົ້ນຂອງເຮົາໄປເຖິງທີ່ສຸດປາຍແຜ່ນດິນໂລກ.”
ສະນັ້ນ ເພິ່ນຈຶ່ງມອບພວກເຂົາໃຫ້ເຫຼົ່າສັດຕູຂອງພວກເຂົາ ຈົນເຖິງເວລາຍິງສາວທີ່ໃຫ້ກຳເນີດມີລູກຊາຍຂອງຕົນ. ແລ້ວບັນດາພວກພີ່ນ້ອງທີ່ໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນນັ້ນ ກໍຈະມາທ້ອນໂຮມກັນກັບປະຊາຊົນຂອງພວກເຂົາເອງ.