3 ຂ້າແດ່ພຣະເຈົ້າຢາເວ ຈິດໃຈພາຍໃນຂອງຂ້ານ້ອຍກໍເດືອດຮ້ອນໜັກ ພຣະອົງຈະລໍຖ້າດົນປານໃດຈຶ່ງຈະມາຊ່ວຍຂ້ານ້ອຍ?
ເຫື່ອແຮງຂອງຂ້ານ້ອຍກໍໄດ້ສູນເສຍໄປ ດັ່ງນໍ້າທີ່ໄຫລຊະໄປຕາມພື້ນດິນນັ້ນ. ກະດູກຂອງຂ້ານ້ອຍທຸກຊີກກໍບໍ່ຕິດຕໍ່ກັນ ຈິດໃຈຂອງຂ້ານ້ອຍກໍເປື່ອຍໄປດັ່ງຂີ້ເຜິ້ງ.
ຂ້ານ້ອຍໝົດແຮງທັງຖືກຂະຍີ້ຈົນໝົດສະຕິໄປ ຈິດໃຈຂອງຂ້ານ້ອຍລະທົມທຸກແລະເຈັບປວດ.
ເປັນຫຍັງຈຶ່ງໂສກເສົ້າແລະຍາກລຳບາກຍິ່ງ? ຂ້ານ້ອຍມອບຄວາມຫວັງໄວ້ກັບພຣະເຈົ້າ ແລະຂ້ານ້ອຍຍັງຈະຍ້ອງຍໍສັນລະເສີນພຣະອົງ ພຣະຜູ້ຊ່ວຍຂອງຂ້ານ້ອຍ ແລະພຣະເຈົ້າຂອງຂ້ານ້ອຍເອີຍ.
ເປັນຫຍັງຈຶ່ງໂສກເສົ້າແລະຍາກລຳບາກຍິ່ງ? ຈຶ່ງມອບຄວາມຫວັງໄວ້ກັບພຣະເຈົ້າແຕ່ອົງດຽວ ຄັ້ງໜຶ່ງອີກ ຂ້ານ້ອຍຈະໄດ້ຍ້ອງຍໍສັນລະເສີນພຣະອົງ ພຣະເຈົ້າ ພຣະຜູ້ໄຖ່ຂອງຂ້ານ້ອຍເອີຍ.
“ອົງພຣະຜູ້ເປັນເຈົ້າຈະປະພວກເຮົາເລື້ອຍໆຊັ້ນບໍ? ພຣະອົງຈະບໍ່ພໍໃຈນຳອີກຕໍ່ໄປຫລືນີ້?
ເພື່ອວ່າຂ້ານ້ອຍຈະໄດ້ກ່າວຄຳຍ້ອງຍໍສັນລະເສີນພຣະອົງ ໃນປະຕູທັງຫຼາຍຂອງລູກສາວຊີໂອນ. ຂ້ານ້ອຍກໍຈະຊົມຊື່ນຍິນດີຫລາຍ ເພາະພຣະອົງໄດ້ຊ່ວຍຂ້ານ້ອຍໃຫ້ພົ້ນໄພແລ້ວ.
ຂ້າແດ່ພຣະເຈົ້າຢາເວ ພຣະອົງຈະໂກດຮ້າຍຢູ່ອີກດົນປານໃດ? ໂຜດເມດຕາອີດູຜູ້ຮັບໃຊ້ຂອງພຣະອົງດ້ວຍ
ຈິດໃຈຂອງຄົນທົນຕໍ່ຄວາມເຈັບປ່ວຍໄດ້, ແຕ່ຜູ້ທີ່ມີຈິດໃຈຊອກຊໍ້າຈະທົນໄດ້ຢ່າງໃດ?
ຂ້າແດ່ພຣະເຈົ້າຢາເວ ຈົ່ງປິ່ນປົວຂ້ານ້ອຍແລະຂ້ານ້ອຍກໍຈະຫາຍດີ; ຈົ່ງຊ່ວຍກູ້ເອົາຂ້ານ້ອຍ ແລະຂ້ານ້ອຍກໍຈະໄດ້ພົ້ນ. ພຣະອົງແມ່ນຜູ້ທີ່ຂ້ານ້ອຍຍ້ອງຍໍສັນລະເສີນ.
ຈຶ່ງກ່າວແກ່ພວກເພິ່ນວ່າ, “ຈິດໃຈຂອງເຮົາເປັນທຸກໜັກແທບຈະຕາຍຢູ່ແລ້ວ ຈົ່ງເຝົ້າຄອຍຢູ່ທີ່ນີ້ກັບເຮົາເທີ້ນ.”
ຝ່າຍຄົນທັງຫລາຍທີ່ພຣະເຈົ້າໄດ້ເລືອກໄວ້ ຊຶ່ງຮ້ອງຫາພຣະອົງທັງກາງເວັນ ແລະກາງຄືນນັ້ນ ເຖິງແມ່ນວ່າ ພຣະອົງຈະຊົງຊ້ານານໃນການຂອງພວກເຂົາກໍຕາມ ພຣະອົງຈະບໍ່ຊົງໂຜດຄວາມຍຸດຕິທຳແກ່ພວກເຂົາບໍ?
“ບັດນີ້ ຈິດໃຈຂອງເຮົາວຸ້ນວາຍ ແລະເຮົາຈະວ່າຢ່າງໃດ? ເຮົາຄວນຈະເວົ້າວ່າ, ‘ໂອ ພຣະບິດາເຈົ້າເອີຍ ຂໍໃຫ້ຂ້ານ້ອຍລອດພົ້ນຈາກຍາມນີ້ທ້ອນຢ່າງນັ້ນຫລື?’ ກໍວ່າບໍ່ໄດ້, ທີ່ເຮົາໄດ້ມາໃນຍາມນີ້ກໍເພື່ອການນີ້ແຫຼະ.