Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 59:3 - ພຣະຄຳພີສັກສິ

3 ຂ້າແດ່​ພຣະເຈົ້າຢາເວ ເບິ່ງດູ! ພວກເຂົາ​ລໍ​ຖ້າ​ທີ່​ຈະ​ສັງຫານ​ຂ້ານ້ອຍ ຄົນ​ໂຫດຮ້າຍ​ໂຮມກັນ​ຕໍ່ສູ້​ຂ້ານ້ອຍ​ຢູ່. ແຕ່​ບໍ່ແມ່ນ​ຍ້ອນ​ການບາບ​ຂອງ​ຂ້ານ້ອຍ ຫລື​ຍ້ອນ​ຄວາມຜິດ​ທີ່​ຂ້ານ້ອຍ​ໄດ້​ເຮັດ

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 59:3
18 Jak'a apnaqawi uñst'ayäwi  

ພວກເຂົາ​ຄິດ​ວາງແຜນ​ຮ້າຍ​ໃສ່​ຂ້ານ້ອຍ​ຢູ່​ເລື້ອຍໄປ ແລະ​ຍຸແຍ່​ໃຫ້​ຄົນ​ຜິດຖຽງກັນ​ຢູ່​ຕະຫລອດ.


ກະສັດ, ພວກ​ຜູ້ປົກຄອງ​ຂອງ​ພວກເຂົາ ກໍ​ລຸກ​ຂຶ້ນ​ຕໍ່ຕ້ານ ພວກເຂົາ​ຮ່ວມໃຈ​ກັນ​ວາງ​ອຸບາຍ ຕໍ່ສູ້​ພຣະເຈົ້າຢາເວ​ແລະ​ຕໍ່ສູ້​ກະສັດ ທີ່​ພຣະອົງ​ຫົດສົງ​ໄວ້.


ພວກ​ຄົນ​ທີ່​ຢາກ​ສັງຫານ​ຂ້ານ້ອຍ​ກໍ​ຫ້າງ​ແຮ້ວ​ດັກຈັບ​ຂ້ານ້ອຍ ຜູ້​ຢາກ​ທຳຮ້າຍ​ກໍ​ຂູ່ເຂັນ​ວ່າ​ຈະ​ບໍ່​ຢຸດ​ປອງຮ້າຍ​ຈັກເທື່ອ.


ພວກເຂົາ​ລີ້​ຈຸ້ມກັນ​ຊອມເບິ່ງ​ສິ່ງ​ທີ່​ຂ້ານ້ອຍ​ກະທຳ ລໍຫາ​ໂອກາດ​ດີ​ທີ່​ຈະ​ສັງຫານ​ຂ້ານ້ອຍ​ຖິ້ມ.


ພວກ​ທີ່​ກຽດຊັງ​ຂ້ານ້ອຍ​ໂດຍ​ບໍ່ມີ​ເຫດຜົນ​ຫຍັງ ກໍ​ມີ​ຫລາຍກວ່າ​ເສັ້ນຜົມ​ທີ່​ຫົວ​ຂອງ​ຂ້ານ້ອຍ. ສັດຕູ​ຂອງ​ຂ້ານ້ອຍ​ຫາ​ເລື່ອງ​ໃສ່​ໂດຍ​ເວົ້າຕົວະ ພວກເຂົາ​ແຂງແຮງ​ຫລາຍ​ໝາຍ​ທີ່​ຈະ​ທຳລາຍ. ສິ່ງທີ່​ຂ້ານ້ອຍ​ບໍ່ໄດ້​ລັກ​ຫລື​ໂລບ​ເອົາ​ໄປ ຊໍ້າ​ຖືກ​ບັງຄັບ​ໃຫ້​ສົ່ງ​ຄືນ​ສິ່ງນັ້ນ.


ຄຳເວົ້າ​ຂອງ​ຄົນຊົ່ວ​ປະຫັດ​ປະຫານ, ແຕ່​ຄຳເວົ້າ​ຂອງ​ຄົນ​ຊອບທຳ​ຊ່ວຍ​ຄົນ​ໃຫ້​ພົ້ນ​ໄດ້.


ຢ່າ​ເປັນ​ດັ່ງ​ຄົນ​ຊົ່ວຮ້າຍ​ທີ່​ວາງແຜນ​ປຸ້ນ​ຄົນ​ສັດຊື່ ຫລື​ຢຶດ​ບ້ານເຮືອນ​ຂອງ​ລາວ​ໄປ.


ຢູ່​ໃນ​ດິນແດນ​ບໍ່ມີ​ຄົນ​ສຸດຈະຣິດ​ເຫຼືອ​ຢູ່​ເລີຍ ບໍ່ມີ​ຈັກ​ຄົນດຽວ ທີ່​ສັດຊື່​ຕໍ່​ພຣະເຈົ້າ. ທຸກຄົນ​ຕ່າງ​ກໍ​ຫາ​ໂອກາດ ເພື່ອ​ຂ້າຟັນ​ລັນແທງ​ຊຶ່ງກັນແລະກັນ ທຸກຄົນ​ຕ່າງ​ກໍ​ຕາມລ່າ​ພີ່ນ້ອງ​ຮ່ວມຊາດ​ຂອງ​ຕົນເອງ.


ທັງ​ນີ້​ກໍ​ເພື່ອ​ຈະ​ໄດ້​ເປັນ​ຈິງ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້ ໃນ​ກົດບັນຍັດ​ຂອງ​ພວກເຂົາ​ວ່າ, ‘ພວກເຂົາ​ໄດ້​ກຽດຊັງ​ເຮົາ​ໂດຍ​ບໍ່ມີ​ເຫດ.”’


ແຕ່​ທ່ານ​ຢ່າ​ໄດ້​ເຊື່ອ​ພວກເຂົາ, ເພາະວ່າ​ມີ​ຫລາຍກວ່າ​ສີ່ສິບ​ຄົນ​ໃນ​ພວກເຂົາ ທີ່​ກຳລັງ​ລໍຄອຍ​ປອງຮ້າຍ​ໂປໂລ​ຢູ່, ພວກເຂົາ​ໄດ້​ສາບານ​ຕົວ​ໄວ້​ວ່າ ພວກເຂົາ​ຈະ​ບໍ່​ກິນ​ຫລື​ດື່ມ ຈົນກວ່າ​ໄດ້​ຂ້າ​ໂປໂລ​ເສຍ​ກ່ອນ. ບັດນີ້ ພວກເຂົາ​ພ້ອມແລ້ວ​ທີ່​ຈະ​ດຳເນີນ​ການ​ນີ້ ແລະ​ກຳລັງ​ລໍຖ້າ​ການ​ຕັດສິນໃຈ​ຈາກ​ທ່ານ​ຢູ່.”


ກະສັດ​ໂຊນ​ໄດ້​ບອກ​ໂຢນາທານ​ລູກຊາຍ​ຂອງຕົນ ແລະ​ພວກ​ຂ້າຣາຊການ​ເຖິງ​ແຜນການ​ທີ່​ຈະ​ຂ້າ​ດາວິດ. ແຕ່​ໂຢນາທານ​ຮັກ​ດາວິດ​ຫລາຍ


ພໍ່​ຂ້ານ້ອຍ​ເອີຍ ເບິ່ງ​ສົ້ນ​ເສື້ອລ່າມ​ຂອງທ່ານ​ທີ່​ຂ້ານ້ອຍ​ພວມ​ຖື​ຢູ່​ນີ້​ດູ ຂ້ານ້ອຍ​ຄວນ​ຂ້າ​ທ່ານ​ຖິ້ມ​ເສຍ​ແລ້ວ, ແຕ່​ຂ້ານ້ອຍ​ພຽງແຕ່​ໄດ້​ຕັດ​ເອົາ​ສົ້ນ​ເສື້ອ​ເທົ່ານັ້ນ. ອັນນີ້​ກໍ​ເຮັດ​ໃຫ້​ທ່ານ​ແນ່ໃຈ​ໄດ້​ແລ້ວ​ວ່າ ຂ້ານ້ອຍ​ບໍ່ໄດ້​ກະບົດ​ຫລື​ຄິດ​ທຳຮ້າຍ​ທ່ານ​ແຕ່​ຢ່າງໃດ. ແມ່ນ​ວ່າ​ຂ້ານ້ອຍ​ບໍ່ໄດ້​ເຮັດ​ຫຍັງ​ຜິດ​ຕໍ່​ທ່ານ​ກໍຕາມ ແຕ່​ທ່ານ​ກໍ​ຍັງ​ຕາມລ່າ​ຂ້ານ້ອຍ​ຢູ່.


ເພິ່ນ​ກ່າວ​ແກ່​ດາວິດ​ວ່າ, “ເຈົ້າ​ເປັນ​ຝ່າຍ​ຖືກ​ແຕ່​ຂ້ອຍ​ເປັນ​ຝ່າຍ​ຜິດ. ເຈົ້າ​ເຮັດ​ດີທີ່ສຸດ​ຕໍ່​ຂ້ອຍ ໃນ​ເມື່ອ​ຂ້ອຍ​ເຮັດ​ຊົ່ວ​ຕໍ່​ເຈົ້າ.


ແລະ​ກ່າວ​ຕໍ່ໄປ​ວ່າ, “ທ່ານເອີຍ ເຫດໃດ​ທ່ານ​ຈຶ່ງ​ຍັງ​ສືບຕໍ່​ຕາມລ່າ​ຂ້ານ້ອຍ ຜູ້ຮັບໃຊ້​ຂອງທ່ານ​ຢູ່? ຂ້ານ້ອຍ​ໄດ້​ເຮັດ​ຜິດ​ຫຍັງ? ຂ້ານ້ອຍ​ເຮັດ​ຜິດ​ກົດໝາຍ​ຫຍັງ​ແດ່?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka