3 ແຕ່ທຸກຄົນລ້ວນແຕ່ເຮັດຜິດຄືກັນໝົດ ບໍ່ມີຈັກຄົນດຽວເຮັດໃນສິ່ງທີ່ຖືກຕ້ອງ.
ແລ້ວຊາວອິດສະຣາເອນກໍປະກະສັດດາວິດແລະໄປກັບເຊບາ. ແຕ່ຊາວຢູດາຍັງຈົງຮັກພັກດີຕໍ່ກະສັດດາວິດ ແລະຕິດຕາມເພິ່ນໄປ, ເລີ່ມແຕ່ແມ່ນໍ້າຈໍແດນຈົນເຖິງນະຄອນເຢຣູຊາເລັມ.
ແລະມະນຸດກໍດື່ມສິ່ງຊົ່ວຮ້າຍດັ່ງດື່ມນໍ້າກິນ ແມ່ນແລ້ວ ມະນຸດມີມົນທິນແລະຊຸດໂຊມທຸກວັນ.
ພວກເຂົາລ້ວນແຕ່ເຮັດຜິດບາບ ແລະເຮັດການຊົ່ວຮ້າຍເໝືອນກັນທຸກຄົນ ບໍ່ມີຈັກຄົນໜຶ່ງຄົນດຽວເຮັດໃນສິ່ງທີ່ຖືກຕ້ອງເລີຍ.
ພວກເຮົາທຸກຄົນເປັນດັ່ງແກະທີ່ໄດ້ຫຼົງເສຍໄປ ແຕ່ລະຄົນເດີນຕາມທາງຂອງຕົນເອງທັງນັ້ນ. ແຕ່ພຣະເຈົ້າຢາເວໄດ້ໃຫ້ທ່ານຮັບໂທດທັນ ຄືໂທດກຳທີ່ເຮົາທຸກຄົນສົມຄວນໄດ້ຮັບ.
ພວກຂ້ານ້ອຍທຸກຄົນເປັນຄົນບາບໝົດ; ແມ່ນແຕ່ການເຮັດທີ່ດີທີ່ສຸດຂອງພວກຂ້ານ້ອຍກໍຍັງເປິເປື້ອນ. ເພາະການບາບ ພວກຂ້ານ້ອຍຈຶ່ງເປັນດັ່ງໃບໄມ້ຫ່ຽວແຫ້ງແລະຖືກລົມພັດໄປ.
ເຮົາຈະເອົານໍ້າສະອາດຫົດສົງພວກເຈົ້າໃຫ້ພົ້ນມົນທິນທັງໝົດ ອັນເນື່ອງມາຈາກການຂາບໄຫວ້ຮູບເຄົາຣົບ.
ເຮົາຈະທຳລາຍພວກທີ່ໄດ້ຫັນໜີໄປຈາກເຮົາ ແລະບໍ່ຕິດຕາມພຣະເຈົ້າຢາເວອີກຕໍ່ໄປ ຄືພວກທີ່ບໍ່ມາຫາພຣະເຈົ້າຢາເວ ຫລືບໍ່ມາຂໍໃຫ້ເຮົານຳພາພວກເຂົາ.”
ແຕ່ທຸກຄົນໄດ້ຫັນໜີຈາກພຣະເຈົ້າ ພາກັນເປັນຄົນຊົ່ວໄປໝົດ ຜູ້ເຮັດການດີບໍ່ມີຈັກຄົນດຽວ”
ບັນດາເພື່ອນທີ່ຮັກຂອງເຮົາເອີຍ, ເມື່ອພວກເຮົາມີພຣະສັນຍາໃໝ່ດັ່ງນີ້ແລ້ວ ຈົ່ງໃຫ້ພວກເຮົາຊຳລະຕົວຈາກທຸກສິ່ງ ທີ່ເຮັດໃຫ້ຮ່າງກາຍແລະຈິດວິນຍານເປັນມົນທິນ ແລະຈົ່ງເຮັດໃຫ້ມີຄວາມບໍຣິສຸດຢ່າງຄົບຖ້ວນ ໂດຍຄວາມຢຳເກງພຣະເຈົ້າ.
ຖ້າເຈົ້າທັງຫລາຍຮູ້ວ່າ ພຣະອົງຊົງທ່ຽງທຳ ພວກເຈົ້າກໍຮູ້ໄດ້ວ່າ ທຸກຄົນທີ່ປະຕິບັດຕາມຄວາມທ່ຽງທຳນັ້ນ ກໍບັງເກີດມາຈາກພຣະອົງເໝືອນກັນ.
ເພື່ອນທີ່ຮັກເອີຍ, ຢ່າເອົາການຊົ່ວຮ້າຍເປັນແບບຢ່າງ ແຕ່ຈົ່ງເອົາການດີງາມ ຜູ້ທີ່ເຮັດການດີກໍເປັນຂອງພຣະເຈົ້າ ຜູ້ທີ່ເຮັດການຊົ່ວກໍບໍ່ໄດ້ເຫັນພຣະເຈົ້າ.
ຜູ້ໃດທີ່ເຮັດຊົ່ວ ກໍໃຫ້ເຮັດຊົ່ວຕໍ່ໄປ, ຜູ້ໃດທີ່ເປັນຄົນຊົ່ວຊ້າ ກໍໃຫ້ເປັນຄົນຊົ່ວຊ້າຕໍ່ໄປ, ຜູ້ໃດທີ່ເປັນຄົນຊອບທຳ ກໍໃຫ້ເຮັດການຊອບທຳຕໍ່ໄປ ແລະຜູ້ໃດທີ່ເປັນຄົນບໍຣິສຸດ ກໍໃຫ້ເປັນຄົນບໍຣິສຸດຕໍ່ໄປ.”