Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 5:3 - ພຣະຄຳພີສັກສິ

3 ພຣະອົງ​ໄດ້ຍິນ​ສຽງ​ຄຳພາວັນນາ​ອະທິຖານ ຂອງ​ຂ້ານ້ອຍ​ໃນ​ຕອນເຊົ້າ ແລະ​ຄອງຄອຍ​ຖ້າ​ຮັບ​ຄຳຕອບ​ຈາກ​ພຣະອົງ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 5:3
15 Jak'a apnaqawi uñst'ayäwi  

ພວກເຂົາ​ບັງຄັບ​ຄົນ​ທຸກໄຮ້ ທີ່​ຮ້ອງຫາ​ພຣະເຈົ້າ​ໃຫ້​ຊ່ວຍເຫຼືອ ແລະ​ພຣະອົງ​ກໍ​ໄດ້​ຍິນ​ຄຳຮ້ອງຂໍ​ຂອງ​ເຂົາເຈົ້າ.


ກ່ອນ​ຕາເວັນ​ຂຶ້ນ ຂ້ານ້ອຍ​ກໍ​ຮ້ອງຫາ​ພຣະອົງ​ໃຫ້​ຊ່ວຍເຫຼືອ ຂ້ານ້ອຍ​ຂໍ​ຝາກ​ຄວາມຫວັງ​ໄວ້​ໃນ​ພຣະສັນຍາ​ຂອງ​ພຣະອົງ​ດ້ວຍ.


ໂອ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂໍ​ຊົງ​ໂຜດ​ຟັງ​ສຽງ​ຮ້ອງໄຫ້​ຂອງ​ຂ້ານ້ອຍ​ດ້ວຍ ໂຜດ​ຟັງ​ສຽງ​ຂອງ​ຂ້ານ້ອຍ​ເອີ້ນ​ຫາ​ໃຫ້​ຊ່ວຍເຫຼືອ​ແດ່ທ້ອນ.


ຂ້ານ້ອຍ​ຄອງຄອຍ​ຖ້າ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ຈິດໃຈ​ຮ້ອນຮົນ ຍິ່ງກວ່າ​ຄົນເຝົ້າຍາມ​ຄອງຄອຍ​ຖ້າ​ໃຫ້​ເຖິງ​ຮຸ່ງເຊົ້າ.


ຂ້ານ້ອຍ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະເຈົ້າ​ແລະ​ກະສັດ​ຂອງ​ຂ້ານ້ອຍ​ເອີຍ. ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ສືບໄປ​ເປັນນິດ.


ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຮ້ອງຫາ​ໃນ​ກາງເວັນ ແຕ່​ພຣະອົງ​ບໍ່​ໃຫ້​ຄຳຕອບ ຂ້ານ້ອຍ​ເອີ້ນ​ຫາ​ພຣະອົງ​ໃນ​ເວລາ​ກາງຄືນ ຈົນ​ວ່າ​ບໍ່ໄດ້​ຮັບ​ການ​ພັກຜ່ອນ.


ເຫຼົ່າ​ສັດຕູ​ໄດ້​ພ່າຍແພ້​ດ້ວຍ​ອຳນາດ​ຂອງ​ພຣະອົງ ຂ້ານ້ອຍ​ບໍ່ໄດ້​ໄວ້ວາງໃຈ​ໃນ​ໜ້າທະນູ​ຫລື​ດາບ


ຂ້ອຍ​ຄາງ​ຈົ່ມທຸກ​ທັງເຊົ້າ​ທັງທ່ຽງ​ແລະ​ໃນ​ເວລາ​ກາງຄືນ ແລະ​ສຽງ​ຮ້ອງທຸກ​ກໍ​ຂຶ້ນ​ໄປ​ເຖິງ​ພຣະອົງ​ແລ້ວ.


ຂ້າແດ່​ພຣະເຈົ້າຢາເວ ໃນ​ພຣະຄຸນ​ຄວາມດີ ແຫ່ງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ນັ້ນ ຂໍ​ຊົງ​ຕອບ​ຂ້ານ້ອຍ​ດ້ວຍ ແລະ​ໃນ​ຄວາມ​ເມດຕາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ໂຜດ​ຕອບ​ແລະ​ຫັນ​ມາ​ຫາ​ຂ້ານ້ອຍ​ດ້ວຍ


ພຣະອົງ​ຄື​ກະສັດ​ຂອງ​ພວກ​ຂ້ານ້ອຍ​ແຕ່​ເດີມ ພຣະອົງ​ໄດ້​ໃຫ້​ຄວາມ​ພົ້ນ​ເທິງ​ແຜ່ນດິນ​ໂລກ.


ພວກ​ທີ່​ອາໄສ​ຢູ່​ໃນ​ວິຫານ​ຂອງ​ພຣະອົງ​ນັ້ນ​ມີ​ຄວາມສຸກ​ທີ່ສຸດ ພວກເຂົາ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ບໍ່​ຂາດ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ໃຫ້​ຊ່ວຍເຫຼືອ ຂ້ານ້ອຍ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ຢູ່​ທຸກໆເຊົ້າ.


ໃນ​ຕອນ​ກາງຄືນ ຂ້ານ້ອຍ​ກໍ​ຄິດຫາ​ແຕ່​ພຣະອົງ ປາຖະໜາ​ຫາ​ແຕ່​ພຣະອົງ​ດ້ວຍ​ໝົດ​ຫົວໃຈ. ເມື່ອ​ພຣະອົງ​ຕັດສິນ​ໂລກນີ້​ລວມທັງ​ປະຊາຊາດ​ທັງປວງ ທຸກຄົນ​ຈະ​ໄດ້​ຮຽນຮູ້​ວ່າ​ຄວາມ​ຍຸດຕິທຳ​ຄື​ຫຍັງ​ແທ້.


ເມື່ອ​ຂ້ານ້ອຍ​ຮ້ອງ​ຂໍ​ນັ້ນ​ພຣະອົງ​ກໍ​ໄດ້​ຍິນ ຍິນ​ສຽງ​ຮ້ອງ​ທູນຂໍ​ຂອງ​ຂ້ານ້ອຍ​ແລ້ວ.”


ເຊົ້າ​ວັນ​ໃໝ່​ເວລາ​ຍັງ​ມືດ​ຢູ່ ພຣະເຢຊູເຈົ້າ​ໄດ້​ລຸກ​ຂຶ້ນ ແລະ​ໄປ​ຍັງ​ສະຖານທີ່​ງຽບ​ສະຫງັດ ແລ້ວ​ພາວັນນາ​ອະທິຖານ​ຢູ່​ທີ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka