Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 5:2 - ພຣະຄຳພີສັກສິ

2 ເຈົ້າຊີວິດ​ຂອງ​ຂ້ານ້ອຍ​ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ຟັງ​ຄຳຮ້ອງຂໍ​ຄວາມ​ຊ່ວຍເຫຼືອ​ຂອງ​ຂ້ານ້ອຍ​ດ້ວຍ. ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ພາວັນນາ​ອະທິຖານ​ຕໍ່​ພຣະອົງ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 5:2
13 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ເປັນ​ຄົນ​ຮັບໃຊ້​ຂອງ​ພຣະອົງ. ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ແລະ​ຕອບ​ຄຳຮ້ອງຂໍ​ຂອງ​ຂ້ານ້ອຍ​ໃນວັນນີ້​ດ້ວຍ​ເທີ້ນ.


ພຣະເຈົ້າຢາເວ​ຄື​ກະສັດ​ສືບ​ໄປ ຜູ້​ທີ່​ຂາບໄຫວ້​ພະອື່ນ​ຈະ​ສູນສິ້ນໄປ ຈາກ​ດິນແດນ​ຂອງ​ພຣະອົງ.


ຂ້ານ້ອຍ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະເຈົ້າ​ແລະ​ກະສັດ​ຂອງ​ຂ້ານ້ອຍ​ເອີຍ. ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ສືບໄປ​ເປັນນິດ.


ຂ້ານ້ອຍ​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ຈາກ​ເນີນພູ​ສັກສິດ ພຣະອົງ​ຕອບ​ຂ້ານ້ອຍ​ແລ້ວ.


ພຣະອົງ​ເປັນ​ກະສັດ​ຂອງ​ຂ້ານ້ອຍ ແລະ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຈຶ່ງ​ໃຫ້ ຄວາມມີໄຊ​ແກ່​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ


ກໍ​ເພາະ​ພຣະອົງ​ຕອບ​ຄຳ​ພາວັນນາ​ອະທິຖານ ຄົນ​ທົ່ວ​ໂລກ​ຈະ​ມາ​ຫາ​ພຣະອົງ​ເມື່ອ​ພວກເຂົາ​ມີ​ຜິດບາບ.


ພຣະອົງ​ຄື​ກະສັດ​ຂອງ​ພວກ​ຂ້ານ້ອຍ​ແຕ່​ເດີມ ພຣະອົງ​ໄດ້​ໃຫ້​ຄວາມ​ພົ້ນ​ເທິງ​ແຜ່ນດິນ​ໂລກ.


ແມ່ນແຕ່​ນົກ​ຈອກ​ກໍ​ສ້າງ​ຮັງ​ແລະ​ນົກ​ແອ່ນ​ກໍ​ມີ​ຮັງ​ຂອງຕົນ ຕ່າງ​ກໍ​ຮັກສາ​ລູກນ້ອຍ​ໄວ້​ຢູ່​ໃກ້​ແທ່ນບູຊາ​ຂອງ​ພຣະອົງ. ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຈອມກະສັດ​ຂອງ​ຂ້ານ້ອຍ​ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ.


ເຊືອກ​ກາງ​ຜ້າໃບ​ຂອງ​ເຮືອ​ກໍ​ບໍ່ມີ​ປະໂຫຍດ; ຜ້າໃບ​ແລ່ນ​ເຮືອ​ກໍ​ໃຊ້​ການ​ບໍ່ໄດ້ ພວກເຈົ້າ​ຈະ​ຢຶດ​ຊັບສົມບັດ​ອັນ​ມະຫາສານ​ຂອງ​ກອງທັບ​ເຫຼົ່າ​ສັດຕູ​ຈົນ​ໝົດ ແມ່ນແຕ່​ຄົນ​ຂາ​ພິການ​ກໍໄດ້​ຮັບ​ສ່ວນແບ່ງ. ເພາະ​ພຣະເຈົ້າຢາເວ​ເປັນ​ຜູ້ຕັດສິນ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ຜູ້​ໃຫ້​ກົດໝາຍ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ກະສັດ​ຂອງ​ພວກເຮົາ; ພຣະອົງ​ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ.


ເມື່ອ​ຂ້ານ້ອຍ​ຮ້ອງ​ຂໍ​ນັ້ນ​ພຣະອົງ​ກໍ​ໄດ້​ຍິນ ຍິນ​ສຽງ​ຮ້ອງ​ທູນຂໍ​ຂອງ​ຂ້ານ້ອຍ​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka