Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 48:1 - ພຣະຄຳພີສັກສິ

1 ພຣະເຈົ້າຢາເວ​ຍິ່ງໃຫຍ່ ແລະ​ເປັນ​ທີ່​ສັນລະເສີນ​ຢ່າງ​ສູງສຸດ ໃນ​ນະຄອນ​ທີ່​ເທິງ​ເນີນພູ​ສັກສິດ​ນັ້ນ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 48:1
31 Jak'a apnaqawi uñst'ayäwi  

ແລ້ວ​ກໍ​ມີ​ການ​ຮຽກຮ້ອງ​ປະຊາຊົນ​ໃຫ້​ນະມັດສະການ​ພຣະເຈົ້າ ໂດຍ​ຊາວ​ເລວີ ມີ​ດັ່ງນີ້: ເຢຊູອາ, ກາດມີເອນ, ບານີ, ຮາຊັບເນອີຢາ, ເຊເຣບີຢາ, ໂຮດີຢາ, ເຊບານີຢາ ແລະ​ເປທາຮີຢາ. ພວກເຂົາ​ໄດ້​ເວົ້າ​ວ່າ, “ຈົ່ງ​ລຸກ​ຢືນ​ຂຶ້ນ ແລະ​ສັນລະເສີນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ຈົ່ງ​ສັນລະເສີນ​ພຣະອົງ​ສືບ​ໄປ​ຊົ່ວນິຣັນດອນ ຈົ່ງ​ໃຫ້​ທຸກຄົນ​ຍົກຍໍ​ພຣະນາມ​ອັນ​ຮຸ່ງເຮືອງ​ຍິ່ງໃຫຍ່ ເຖິງ​ແມ່ນ​ວ່າ​ມະນຸດ​ນັ້ນ​ໃຫ້​ຄຳ​ຍົກຍໍ ບໍ່​ຍິ່ງໃຫຍ່​ພໍ​ສຳລັບ​ພຣະອົງ​ກໍຕາມ.”


ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່ ແລະ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ຢ່າງ​ສູງສົ່ງ. ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ນັ້ນ ເໜືອກວ່າ​ຄວາມ​ເຂົ້າໃຈ​ໄດ້.


ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ຍິ່ງໃຫຍ່​ແລະ​ຊົງ​ຣິດອຳນາດ​ຫລາຍ ບໍ່ມີ​ຜູ້ໃດ​ທີ່​ຊັ່ງຊາ​ສະຕິປັນຍາ​ຂອງ​ພຣະອົງ​ໄດ້.


ພຣະອົງ​ກ່າວ​ວ່າ, “ເຮົາ​ໄດ້​ແຕ່ງຕັ້ງ​ກະສັດ​ຂອງເຮົາ; ຢູ່​ເທິງ​ພູເຂົາ​ຊີໂອນ ພູ​ສັກສິດ​ຂອງເຮົາ.”


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ຊ່ວຍ​ເອົາ​ຂ້ານ້ອຍ​ໄວ້ ພຣະອົງ​ໄດ້​ຮັກສາ​ຂ້ານ້ອຍ​ໄວ້​ຈາກ​ເຫຼົ່າ​ສັດຕູ ໂດຍ​ບໍ່​ໃຫ້​ພວກເຂົາ​ສົມນໍ້າໜ້າ​ຂ້ານ້ອຍ​ໄດ້.


ຂ້າແດ່​ພຣະເຈົ້າ ຈິດໃຈ​ຂອງ​ຂ້ານ້ອຍ​ຫິວກະຫາຍ​ຫາ​ພຣະອົງ ດັ່ງ​ກວາງນ້ອຍ​ຫິວກະຫາຍ​ລຳນໍ້າ​ໃສ


ພຣະເຈົ້າ​ເປັນ​ທີ່​ກຳບັງ​ແລະ​ກຳລັງ​ຂອງ​ພວກ​ຂ້ານ້ອຍ ພຣະອົງ​ພ້ອມ​ຊ່ວຍເຫຼືອ​ໃນ​ຄາວ​ພວກ​ຂ້ານ້ອຍ​ຍາກ​ລຳບາກ.


ມີ​ແມ່ນໍ້າ​ສາຍ​ໜຶ່ງ​ທີ່​ນຳ​ເອົາ​ຄວາມ​ຊົມຊື່ນ​ຍິນດີ​ມາ ສູ່​ນະຄອນ​ທີ່​ສັກສິດ​ແຫ່ງ​ອົງ​ສູງສຸດ​ນັ້ນ.


ພຣະເຈົ້າ​ນັ່ງ​ເທິງ​ພຣະ​ບັນລັງ​ອັນ​ສັກສິດ ພຣະເຈົ້າ​ເປັນ​ກະສັດ​ເໜືອ​ທຸກ​ຊົນຊາດ.


ຂ້າແດ່​ພຣະເຈົ້າ ຖືກ​ຕ້ອງ​ແລ້ວ​ສຳລັບ​ພວກເຮົາ ທີ່​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ໃນ​ພູເຂົາ​ຊີໂອນ​ນັ້ນ ແລະ​ຮັກສາ​ຄຳສັນຍາ​ຂອງ​ເຮົາ​ທັງຫລາຍ ຊຶ່ງ​ໄດ້​ມີ​ຕໍ່​ພຣະອົງ​ນັ້ນ


ແຕ່​ພຣະອົງ​ຊໍ້າພັດ​ເລືອກເອົາ​ເຜົ່າຢູດາ​ແທນ ທັງ​ພູເຂົາ​ຊີໂອນ​ຊຶ່ງ​ພຣະອົງ​ຮັກ​ຫລາຍ​ທີ່ສຸດ​ນັ້ນ.


ພຣະອົງ​ຊົງ​ຣິດອຳນາດ​ແລະ​ເຮັດ​ສິ່ງ​ອັດສະຈັນ ພຣະອົງ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ.


ພຣະອົງ​ໄດ້​ສ້າງ​ຮາກຖານ​ຂອງ​ນະຄອນ ໄວ້​ເທິງ​ພູເຂົາ​ອັນ​ສັກສິດ​ນັ້ນ


ນະຄອນ​ຂອງ​ພຣະເຈົ້າ​ເອີຍ ຈົ່ງ​ຟັງ​ສິ່ງ​ອັດສະຈັນ ທີ່​ພຣະອົງ​ກ່າວ​ເຖິງ​ເຈົ້າ:


ພຣະເຈົ້າຢາເວ​ຍິ່ງໃຫຍ່​ແລະ​ເປັນ​ທີ່​ຍົກຍໍ​ຢ່າງສູງ ເປັນ​ຜູ້​ສົມຄວນ​ຮັບ​ກຽດ​ສັກສີ​ເໜືອ​ບັນດາ​ພະອື່ນໆ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຈົ່ງ​ນະມັດສະການ​ທີ່​ເນີນພູ​ສັກສິດ​ຂອງ​ພຣະອົງ. ດ້ວຍວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ເປັນ​ອົງ​ບໍຣິສຸດ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ສຽງ​ແກ​ຈະ​ດັງ​ຂຶ້ນ ເພື່ອ​ເອີ້ນ​ເອົາ​ພວກ​ອິດສະຣາເອນ​ທັງໝົດ​ທີ່​ໄດ້​ຖືກ​ເນລະເທດ​ໄປ​ນັ້ນ ໃຫ້​ກັບຄືນ​ມາ​ຈາກ​ອັດຊີເຣຍ ແລະ​ປະເທດ​ເອຢິບ. ພວກເຂົາ​ຈະ​ມາ​ນະມັດສະການ​ພຣະເຈົ້າຢາເວ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຄື​ທີ່​ເທິງ​ເນີນພູ​ສັກສິດ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ເມື່ອ​ເຮົາ​ປົວແປງ​ປະຊາຊົນ​ຂອງເຮົາ​ໃນ​ດິນແດນ​ຂອງ​ພວກເຂົາ​ໃຫ້​ດີ​ຄື​ເກົ່າ​ແລ້ວ ພວກເຂົາ​ຈະ​ເວົ້າ​ໃນ​ດິນແດນ​ຂອງ​ຢູດາຍ​ແລະ​ຂອງ​ພວກເຂົາ​ເອງ​ອີກເທື່ອໜຶ່ງ​ວ່າ, ‘ຂໍ​ພຣະເຈົ້າຢາເວ​ອວຍພອນ​ເຈົ້າ ເນີນພູ​ສັກສິດ ນະຄອນ​ເຢຣູຊາເລັມ​ບ່ອນ​ສັກສິດ​ທີ່​ພຣະອົງ​ສະຖິດ​ຢູ່.’


ແຕ່​ບາງຄົນ​ເຫຼືອ​ຢູ່​ທີ່​ພູເຂົາ​ຊີໂອນ​ຈະ​ໄດ້​ພົ້ນໄພ ທີ່​ນັ້ນ​ຈະ​ໄດ້​ເປັນ​ສະຖານທີ່​ສັກສິດ​ທີ່ສຸດ​ແທ້ໆ. ປະຊາຊົນ​ຂອງ​ຢາໂຄບ​ຈະ​ໄດ້​ເປັນ​ກຳມະສິດ ດິນແດນ​ທີ່​ເປັນ​ຂອງ​ພວກເຂົາ​ຕາມ​ສິດທິ​ທີ່​ພວກເຂົາ​ມີຢູ່.


ໃນ​ຍຸກ​ຈະ​ມາ​ເຖິງ​ພູ​ໜ່ວຍ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ຕັ້ງ​ຢູ່​ອາໄສ ຈະ​ສູງກວ່າ​ພູ​ໜ່ວຍ​ໃດໆ ທີ່​ຕັ້ງ​ຢູ່​ທີ່​ນັ້ນ. ພູ​ໜ່ວຍ​ນັ້ນ ຈະ​ຢູ່​ສູງກວ່າ​ບັນດາ​ພູເຂົາ​ທັງປວງ ຫລາຍໆ​ຊົນຊາດ​ຈະ​ຫລັ່ງໄຫລ​ມາ​ສູ່​ພູ​ໜ່ວຍ​ນີ້.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ກັບຄືນ​ມາ​ຢູ່​ຊີໂອນ, ແລະ​ສະຖິດ​ໃນ​ທ່າມກາງ​ນະຄອນ​ເຢຣູຊາເລັມ ນະຄອນ​ເຢຣູຊາເລັມ​ຈະ​ມີ​ຊື່​ວ່າ​ນະຄອນ​ແຫ່ງ​ຄວາມສັດຊື່. ແລະ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ເປັນ​ທີ່​ເອີ້ນ​ວ່າ​ພູເຂົາ​ສັກສິດ.


“ພວກເຈົ້າ​ຈະ​ເຫັນ ‘ສິ່ງ​ປະຫລາດ​ອັນ​ໜ້າ​ຢ້ານ’ ທີ່​ເຮັດ​ໃຫ້​ເກີດ​ວິບັດ​ຕັ້ງ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະເຈົ້າ ຕາມ​ທີ່​ຜູ້ທຳນວາຍ​ດານີເອນ​ໄດ້​ກ່າວ​ໄວ້. (ໃຫ້​ຜູ້​ອ່ານ​ເຂົ້າໃຈ​ເອງ)


ແຕ່​ເຈົ້າ​ທັງຫລາຍ​ໄດ້​ມາ​ເຖິງ​ພູເຂົາ​ຊີໂອນ, ມາ​ເຖິງ​ນະຄອນ​ຂອງ​ພຣະເຈົ້າ ຜູ້​ຊົງພຣະຊົນ​ຢູ່ ຄື​ນະຄອນ​ເຢຣູຊາເລັມ​ແຫ່ງ​ສະຫວັນ, ມາ​ເຖິງ​ຝູງ​ເທວະດາ​ນັບ​ເປັນ​ຈຳນວນ​ໝື່ນໆ ທີ່​ຊຸມນຸມ​ກັນ​ເປັນ​ງານ​ມ່ວນຊື່ນ,


ແລະ​ມີ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ​ວ່າ, “ເຈົ້າ​ທັງຫລາຍ​ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ທີ່​ຢຳເກງ​ພຣະອົງ ທັງ​ຜູ້ໃຫຍ່​ແລະ​ຜູ້ນ້ອຍ ຈົ່ງ​ຖວາຍ​ສັນລະເສີນ​ແດ່​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ.”


ຂ້າພະເຈົ້າ​ກໍໄດ້​ເຫັນ​ນະຄອນ​ສັກສິດ ຄື​ນະຄອນ​ເຢຣູຊາເລັມ​ໃໝ່ ກຳລັງ​ລົງ​ມາ​ຈາກ​ສະຫວັນ ແລະ​ຈາກ​ພຣະເຈົ້າ, ນະຄອນ​ນີ້​ໄດ້​ຈັດ​ຕຽມພ້ອມ​ແລ້ວ​ເໝືອນ​ເຈົ້າສາວ​ແຕ່ງຕົວ​ໄວ້​ເພື່ອ​ພົບ​ເຈົ້າບ່າວ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka