Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 47:3 - ພຣະຄຳພີສັກສິ

3 ພຣະອົງ​ໃຫ້​ພວກເຮົາ​ມີ​ໄຊຊະນະ​ເໜືອ​ຄົນ​ທັງຫລາຍ ແລະ​ໃຫ້​ປົກຄອງ​ເໜືອ​ບັນດາ​ປະຊາຊາດ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 47:3
14 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກ່າວ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ ວ່າ, “ຈົ່ງ​ນັ່ງ​ທີ່​ກໍ້າ​ຂວາມື​ຂອງເຮົາ ຈົນກວ່າ​ເຮົາ​ໄດ້​ມອບ​ເຫຼົ່າ​ສັດຕູ ໃຫ້​ກົ້ມ​ລົງ​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ.”


ພຣະອົງ​ຊົງ​ເປັນ​ຜູ້​ແກ້ແຄ້ນ​ສັດຕູ​ທັງຫລາຍ​ໃຫ້​ຂ້ານ້ອຍ ແລະ​ຊົງປາບ​ບັນດາ​ປະຊາຊາດ​ທັງຫຼາຍ​ໃຫ້​ຍອມ​ຈຳນົນ​ຕໍ່​ຂ້ານ້ອຍ.


ຈົ່ງ​ມາ​ເບິ່ງ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ຊົງ​ກະທຳ ການ​ອັດສະຈັນ​ທີ່​ຊົງ​ກະທຳ​ທ່າມກາງ​ມະນຸດ.


ແລ້ວ​ເຮົາ​ກໍ​ຈະ​ເອົາ​ຊະນະ​ສັດຕູ​ຂອງ​ພວກເຂົາ​ໃຫ້​ທັນທີ ແລະ​ຈະ​ປາບ​ສັດຕູ​ຂອງ​ພວກເຂົາ​ທັງໝົດ​ໃຫ້​ລາບຄາບ.


ເພາະ​ພຣະເຈົ້າຢາເວ​ຄື​ພຣະເຈົ້າ​ອົງ​ຊົງ​ຣິດ​ຍິ່ງໃຫຍ່ ເປັນ​ກະສັດ​ອົງ​ຊົງ​ຍິ່ງໃຫຍ່​ເໜືອ​ພະ​ທັງປວງ.


ພຣະເຈົ້າຢາເວ​ຊົງ​ຍິ່ງໃຫຍ່​ໃນ​ຊີໂອນ ຄື​ພຣະອົງ​ເປັນ​ອົງ​ສູງສຸດ​ເໜືອ​ທົ່ວ​ທຸກ​ຊົນຊາດ.


ຜູ້ໃດ​ແດ່​ບໍ່​ຍ້ອງຍໍ​ໃຫ້ກຽດ? ກະສັດ​ທຸກ​ຊົນຊາດ​ເອີຍ ພຣະອົງ​ເປັນ​ຜູ້​ສົມຄວນ​ຈະ​ໄດ້​ຮັບ​ກຽດຕິຍົດ. ທ່າມກາງ​ພວກ​ນັກປາດ​ຂອງ​ຊົນຊາດ​ທັງຫລາຍ ໃນ​ບັນດາ​ກະສັດ​ຂອງ​ພວກເຂົາ​ບໍ່ມີ​ຜູ້ໃດ​ຄື​ພຣະອົງ​ໄດ້.


ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ເປັນ​ກະສັດ ປົກຄອງ​ແຜ່ນດິນ​ໂລກ​ນີ້​ທັງໝົດ; ໃນວັນນັ້ນ ຈະ​ມີ​ພຣະເຈົ້າຢາເວ​ແຕ່​ອົງດຽວ ແລະ​ມີ​ນາມຊື່​ຂອງ​ພຣະອົງ​ແຕ່​ນາມດຽວ​ເທົ່ານັ້ນ.


“ຂໍ​ໃຫ້​ຄຳສາບແຊ່ງ​ຕົກ​ຖືກ​ຄົນ​ຂີ້ໂກງ ຜູ້​ຖວາຍ​ສັດ​ທີ່​ໜ້າຂີ້ດຽດ​ແກ່​ເຮົາ ເມື່ອ​ຢູ່​ໃນ​ຝູງ​ມີ​ສັດ​ໂຕດີ​ທີ່​ຕົນ​ໄດ້​ສັນຍາ​ວ່າ​ຈະ​ຖວາຍ​ໃຫ້​ແກ່​ອົງພຣະ​ຜູ້​ເປັນເຈົ້າ ດ້ວຍວ່າ, ເຮົາ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່ ແລະ​ນາມຊື່​ຂອງເຮົາ​ເປັນ​ທີ່​ຢຳເກງ​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ດ້ວຍວ່າ, ຈຳເປັນ​ທີ່​ພຣະຄຣິດ​ຕ້ອງ​ຂຶ້ນ​ປົກຄອງ​ໃນ​ອານາຈັກ​ຂອງ​ພຣະອົງ ຈົນກວ່າ​ພຣະເຈົ້າ​ຊົງ​ປາບ​ສັດຕູ​ທັງປວງ ໃຫ້​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ພຣະອົງ.


ເຈົ້າ​ນັ້ນ​ຊ່າງ​ມີ​ຄວາມສຸກ​ແທ້ ພຽງ​ໃດ​ເຈົາ​ຮູ້​ບໍ່? ຊາດ​ອິດສະຣາເອນ​ເອີຍ! ບໍ່ມີ​ໃຜ​ເປັນ​ເໝືອນ​ດັ່ງ​ພວກເຈົ້າ ເປັນ​ຊົນຊາດ​ໜຶ່ງ​ທີ່​ພຣະເຈົ້າ​ໄດ້​ຊ່ວຍເຫຼືອ​ເອົາ. ພຣະເຈົ້າຢາເວ​ເປັນ​ໂລ້​ຕ້ານທານ​ແລະ​ເປັນ​ດາບ​ປາບ​ສັດຕູ ເປັນ​ຜູ້​ປ້ອງກັນ​ແລະ​ນຳ​ໄຊຊະນະ​ມາ​ໃຫ້​ເຈົ້າ. ເຫຼົ່າ​ສັດຕູ​ນັ້ນ​ຈະ​ມາ​ກາບ​ຂໍ​ຄວາມ​ເມດຕາ ແລະ​ເຈົ້າ​ຈະ​ຢຽບຢໍ່າ​ພວກເຂົາ​ລົງ​ຈົນກ້ຽງ.”


ພຣະອົງ​ຈະ​ປ່ຽນແປງ​ຮ່າງກາຍ​ອັນ​ຕໍ່າຕ້ອຍ ແລະ​ຕາຍ​ເປັນ​ຂອງ​ພວກເຮົາ ໃຫ້​ເປັນ​ເໝືອນ​ພຣະກາຍ​ອັນ​ຊົງ​ສະຫງ່າຣາສີ​ຂອງ​ພຣະອົງ ດ້ວຍ​ຣິດທານຸພາບ​ທີ່​ສາມາດ​ປາບ​ສັບພະທຸກສິ່ງ​ທັງປວງ ໃຫ້​ລົງ​ຢູ່​ໃຕ້​ການ​ບັງຄັບ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ໄດ້​ໃຫ້​ພວກເຂົາ​ມີ​ສັນຕິສຸກ​ທົ່ວ​ດິນແດນ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ. ບໍ່ມີ​ສັດຕູ​ໃດໆ​ທີ່​ສາມາດ​ຕໍ່ຕ້ານ​ພວກເຂົາ​ໄດ້ ເພາະ​ພຣະເຈົ້າຢາເວ​ໄດ້​ມອບ​ພວກ​ສັດຕູ​ທັງໝົດ​ໃຫ້​ຢູ່​ໃນ​ກຳມື​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka