Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 44:3 - ພຣະຄຳພີສັກສິ

3 ບໍ່ແມ່ນ​ດ້ວຍ​ດາບ​ທີ່​ຄົນ​ຂອງ​ພຣະອົງ​ຕີ​ໄດ້​ດິນແດນ ບໍ່ແມ່ນ​ດ້ວຍ​ກຳລັງ​ຂອງ​ພວກເພິ່ນ​ທີ່​ໄດ້​ຕີ​ຊະນະ ແຕ່​ແມ່ນ​ຍ້ອນ​ຣິດອຳນາດ​ແລະ​ກຳລັງ​ຂອງ​ພຣະອົງ ຍ້ອນ​ໝັ້ນໃຈ​ວ່າ​ພຣະອົງ​ຊົງ​ສະຖິດ​ຢູ່​ນຳ​ເພາະ​ພຣະອົງ​ຮັກ​ພວກເພິ່ນ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 44:3
27 Jak'a apnaqawi uñst'ayäwi  

ໃນ​ໂລກນີ້​ບໍ່ມີ​ຊົນຊາດ​ໃດ​ເໝືອນ​ຊາດ​ອິດສະຣາເອນ ຊຶ່ງ​ພຣະອົງ​ໄດ້​ຊົງ​ໄຖ່​ເອົາ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້​ເພື່ອ​ໃຫ້​ເປັນ​ຄົນ​ຂອງ​ພຣະອົງ. ຄວາມ​ຍິ່ງໃຫຍ່​ແລະ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ໃຫ້​ພວກເຂົາ​ນັ້ນ ໄດ້​ນຳ​ຊື່ສຽງ​ຂອງ​ພຣະອົງ​ແຜ່​ໄປ​ທົ່ວ​ໂລກ. ພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ຕ່າງໆ ແລະ​ບັນດາ​ພະ​ຂອງ​ພວກເຂົາ​ອອກ​ໄປ ໃນ​ຂະນະທີ່​ປະຊາຊົນ​ຂອງ​ພຣະອົງ​ບຸກໜ້າ​ເຂົ້າ​ໄປ ຄື​ປະຊາຊົນ​ທີ່​ພຣະອົງ​ໄດ້​ປົດປ່ອຍ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ໃຫ້​ເປັນ​ຂອງ​ພຣະອົງ.


ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ເມື່ອ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ​ໄດ້​ຍ້າຍ​ເຂົ້າ​ມາ​ໃນ​ດິນແດນ​ນີ້ ພຣະອົງ​ໄດ້​ຂັບໄລ່​ປະຊາຊົນ​ທີ່​ອາໄສ​ຢູ່​ທີ່​ນີ້​ອອກ​ໄປ ແລະ​ໄດ້​ມອບ​ດິນແດນ​ໃຫ້​ແກ່​ເຊື້ອສາຍ​ຂອງ​ອັບຣາຮາມ ມິດ​ສະຫາຍ​ຂອງ​ພຣະອົງ ໃຫ້​ເປັນ​ມໍຣະດົກ​ຂອງ​ພວກເພິ່ນ​ຕະຫລອດໄປ.


ພຣະອົງ​ໄດ້​ສຳແດງ​ຣິດທານຸພາບ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ໄດ້​ເຫັນ ໃຫ້​ດິນແດນ​ຂອງ​ຄົນ​ຕ່າງດ້າວ​ເປັນ​ກຳມະສິດ​ແກ່​ພວກເຂົາ.


ຂໍ​ຊົງ​ໂຜດ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ໂຜດ​ຊ່ວຍ​ເອົາ​ຂ້ານ້ອຍ​ດ້ວຍ​ມື​ຂວາ​ຂອງ​ພຣະອົງ​ແດ່ທ້ອນ ເມື່ອ​ຢູ່​ໃກ້ຊິດ​ພຣະອົງ​ກໍ​ປອດໄພ​ຈາກ​ສັດຕູ​ທັງສິ້ນ.


ບັດນີ້ ຈຶ່ງ​ຮູ້ວ່າ​ພຣະເຈົ້າຢາເວ​ໃຫ້​ຄວາມ​ມີໄຊ ແກ່​ກະສັດ​ທີ່​ພຣະອົງ​ໄດ້​ເລືອກເອົາ​ນັ້ນ. ພຣະອົງ​ຕອບ​ເພິ່ນ​ຈາກ​ທີ່​ສັກສິດ​ແຫ່ງ​ຟ້າ​ສະຫວັນ ໄດ້​ມີໄຊ​ອັນ​ໃຫຍ່ຫລວງ​ໂດຍ​ຣິດທານຸພາບ.


ມີ​ຫລາຍ​ຄົນ​ພາກັນ​ພາວັນນາ​ອະທິຖານ​ວ່າ: ໂອ ຂ້າແດ່​ພຣະເຈົ້າຢາເວ​ເອີຍ ໂຜດ​ອວຍພອນ​ພວກ​ຂ້ານ້ອຍ​ຕື່ມ​ຂຶ້ນ​ແດ່ ໂຜດ​ແນມເບິ່ງ​ພວກ​ຂ້ານ້ອຍ​ດ້ວຍ​ຄວາມ​ເມດຕາ​ແດ່ທ້ອນ.


ເປັນຫຍັງ​ຈຶ່ງ​ໂສກເສົ້າ​ແລະ​ຍາກ​ລຳບາກ​ຍິ່ງ? ຂ້ານ້ອຍ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ ແລະ​ຂ້ານ້ອຍ​ຍັງ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ພຣະຜູ້ຊ່ວຍ​ຂອງ​ຂ້ານ້ອຍ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ.


ເປັນຫຍັງ​ຈຶ່ງ​ໂສກເສົ້າ​ແລະ​ຍາກ​ລຳບາກ​ຍິ່ງ? ຈຶ່ງ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ​ແຕ່ອົງດຽວ ຄັ້ງໜຶ່ງ​ອີກ ຂ້ານ້ອຍ​ຈະ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະອົງ ພຣະເຈົ້າ ພຣະ​ຜູ້ໄຖ່​ຂອງ​ຂ້ານ້ອຍ​ເອີຍ.


ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ບໍ່​ຍື່ນມື​ເຂົ້າ​ມາ​ຊ່ວຍ​ພວກ​ຂ້ານ້ອຍ? ເພາະເຫດໃດ​ພຣະອົງ​ຈຶ່ງ​ເອົາ​ມື​ຂັດ​ຫລັງ​ໄວ້?


ດ້ວຍ​ພຣະ​ກຳລັງ ພຣະອົງ​ໄດ້​ຊົງໄຖ່​ປະຊາຊົນ​ຂອງ​ພຣະອົງ ຄື​ບັນດາ​ເຊື້ອສາຍ​ຂອງ​ຢາໂຄບ​ແລະ​ຂອງ​ໂຢເຊັບ.


ພຣະອົງ​ໄລ່​ຄົນ​ພື້ນເມືອງ​ໜີ​ຂະນະທີ່​ປະຊາຊົນ ບຸກໜ້າ​ເຂົ້າ​ໄປ​ໂດຍ​ໄດ້​ແບ່ງປັນ​ດິນແດນ​ໃຫ້ ເປັນ​ກຳມະສິດ​ແກ່​ທຸກ​ເຜົ່າ​ຂອງ​ອິດສະຣາເອນ ແລະ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ໄດ້​ມີ​ທີ່​ຢູ່​ອາໄສ.


ສັດຕູ​ຂອງ​ພວກ​ຂ້ານ້ອຍ​ໄດ້​ຕັດ​ມັນ​ລົງ​ແລະ​ຈູດ​ມັນ​ຖິ້ມ ຂໍ​ພຣະອົງ​ຫລຽວເບິ່ງ​ດ້ວຍ​ຄວາມ​ໂກດຮ້າຍ​ແລະ​ທຳລາຍ​ພວກເຂົາ​ດ້ວຍ


ພຣະອົງ​ໄດ້​ຖາງ​ປ່າ​ແລະ​ພວນດິນ​ຄືນ​ໃໝ່​ໃຫ້​ດີ ສຳລັບ​ໃຫ້​ເຄືອ​ອະງຸ່ນ​ປົ່ງ​ງາມດີ ມັນ​ມີ​ຮາກ​ຢັ່ງ​ລົງ​ເລິກ​ຫລາຍ​ແລະ​ແຜ່ຜາຍ​ອອກ​ໄປ ທົ່ວ​ທັງ​ຜືນ​ແຜ່ນດິນ​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ພວກເຂົາ​ເສຍຂວັນ​ແລະ​ຢ້ານກົວ​ໃຫຍ່ ເມື່ອ​ພວກເຂົາ​ເຫັນ​ພຣະ​ເດຊານຸພາບ; ພວກເຂົາ​ຢືນ​ຢ່າງ​ສິ້ນ​ທ່າ​ດ້ວຍ​ຄວາມ​ຢ້ານກົວ ຈົນກວ່າ​ປະຊາຊົນ​ຂອງ​ພຣະອົງ​ຜ່ານ​ໄປ​ໄດ້; ຄື​ປະຊາຊົນ​ທີ່​ພຣະອົງ​ປົດປ່ອຍ​ໃຫ້​ມີ​ອິດສະຫລະ​ເສລີ ຈາກ​ການ​ເປັນ​ທາດຮັບໃຊ້.


ອົງພຣະ​ຜູ້​ເປັນເຈົ້າ​ຢູ່​ໃສ? ຄື​ອົງ​ທີ່​ໄດ້​ໃຊ້​ຣິດອຳນາດ​ອັນ​ຍິ່ງໃຫຍ່​ເຮັດ​ການ​ອັດສະຈັນ​ຜ່ານ​ທາງ​ໂມເຊ​ນັ້ນ ໂດຍ​ໄດ້​ແຍກ​ນໍ້າ​ທະເລ​ອອກ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ຜ່ານ​ບ່ອນ​ທີ່​ມີ​ນໍ້າເລິກ​ໄປ ຊຶ່ງ​ເປັນ​ການ​ນຳຊື່ສຽງ​ອັນ​ຕະຫລອດໄປ​ມາ​ສູ່​ພຣະອົງ.” ໂດຍ​ມີ​ອົງພຣະ​ຜູ້​ເປັນເຈົ້າ​ນຳພາ ພວກເຂົາ​ບໍ່ໄດ້​ສະດຸດ​ລົ້ມ, ແຕ່​ເດີນ​ຕໍ່ໄປ​ຢ່າງ​ໝັ້ນຄົງ​ດັ່ງ​ມ້າ.


ເທວະດາ​ຕົນ​ນັ້ນ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ມອບ​ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ​ແກ່​ເຊຣຸບບາເບນ. ຖ້ອຍຄຳ​ນັ້ນ​ມີ​ດັ່ງນີ້: “ເຈົ້າ​ຈະ​ພົບ​ຄວາມ​ສຳເລັດ ບໍ່ແມ່ນ​ໂດຍ​ກຳລັງ​ທາງ​ທະຫານ ຫລື​ໂດຍ​ກຳລັງ​ຂອງ​ເຈົ້າເອງ ແຕ່​ໂດຍ​ພຣະວິນຍານ​ຂອງເຮົາ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ຖ້າ​ພຣະເຈົ້າຢາເວ​ຫາກ​ພໍໃຈ​ນຳ​ພວກເຮົາ ພຣະອົງ​ກໍ​ຈະ​ນຳພາ​ພວກເຮົາ​ໄປ​ທີ່ນັ້ນ ແລະ​ມອບ​ດິນແດນ​ທີ່​ອຸດົມ​ແລະ​ຮັ່ງມີ​ໃຫ້​ແກ່​ພວກເຮົາ.


ແຕ່​ພວກເຮົາ​ມີ​ຊັບສົມບັດ​ນີ້ ຢູ່​ໃນ​ພາຊະນະ​ດິນ ເພື່ອ​ໃຫ້​ເຫັນ​ວ່າ ຣິດອຳນາດ​ອັນ​ຍິ່ງໃຫຍ່​ນັ້ນ​ເປັນ​ຂອງ​ພຣະເຈົ້າ ບໍ່ໄດ້​ມາ​ຈາກ​ພວກເຮົາ​ເອງ.


ແຕ່​ຄວາມຮັກ​ຂອງ​ພຣະເຈົ້າຢາເວ ສຳລັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ມີ​ຫລາຍ​ທີ່ສຸດ ທີ່​ພຣະອົງ​ໄດ້​ເລືອກ​ເອົາ​ພວກເຈົ້າ ແທນ​ທີ່​ຈະ​ເລືອກ​ເອົາ​ປະຊາຊົນ​ຊາດ​ອື່ນ ແລະ​ພວກເຈົ້າ​ກໍ​ຍັງ​ເປັນ​ປະຊາຊົນ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ຈົນເຖິງ​ວັນ​ນີ້.


ໃນ​ຂະນະທີ່​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ ເພື່ອ​ຂັບໄລ່​ກະສັດ​ຂອງ​ຊາວ​ອາໂມ​ສອງ​ຄົນ​ອອກ​ໜີ​ນັ້ນ ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ຕົກ​ສະທ້ານ​ຢ້ານກົວ. ດາບ​ກັບ​ໜ້າທະນູ​ຂອງ​ພວກເຈົ້າ ບໍ່ໄດ້​ໃຊ້​ການ​ຫຍັງ​ເລີຍ.


ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ ພຣະອົງ​ຈະ​ຂັບໄລ່​ຄົນ​ເຫຼົ່ານີ້​ອອກ​ໄປ ເຊັ່ນ: ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ຮີວີ, ຊາວ​ເປຣີຊີ, ຊາວ​ກີກາຊີ, ຊາວ​ອາໂມ ແລະ​ຊາວ​ເຢບຸດ. ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ສະຖິດ​ໃນ​ທ່າມກາງ​ພວກເຈົ້າ;


ພຣະເຈົ້າຢາເວ​ຈະ​ບໍ່​ປະຖິ້ມ​ພວກ​ຂອງ​ພຣະອົງ ໂດຍ​ເຫັນ​ແກ່​ນາມຊື່​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ເພາະ​ພຣະເຈົ້າຢາເວ​ໄດ້​ຕັດສິນໃຈ​ຮັບ​ເອົາ​ພວກເຈົ້າ ເປັນ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka