Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 42:3 - ພຣະຄຳພີສັກສິ

3 ຂ້ານ້ອຍ​ຮ້ອງໄຫ້​ທັງເວັນ​ທັງຄືນ ອາຫານ​ທີ່​ກືນ​ລົງ​ກໍ​ມີ​ແຕ່​ນໍ້າຕາ​ເທົ່ານັ້ນ ເຫຼົ່າ​ສັດຕູ​ໄດ້​ຖາມ​ຂ້ານ້ອຍ​ຢູ່​ເລື້ອຍ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ຢູ່​ໃສ?”

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 42:3
16 Jak'a apnaqawi uñst'ayäwi  

ບາງທີ ພຣະເຈົ້າຢາເວ​ຈະ​ສັງເກດ​ເຫັນ​ຄວາມທຸກໃຈ​ຂອງເຮົາ ແລະ​ພຣະເຈົ້າຢາເວ​ຈະ​ໂຜດ​ອວຍພອນ​ເຮົາ​ແທນ​ຄຳ​ປ້ອຍດ່າ​ຂອງ​ລາວ​ກໍໄດ້.”


ເພາະ​ພຣະອົງ​ຄຽດຮ້າຍ​ກິ້ວໂກດ​ຂ້ານ້ອຍ ອາຫານ​ທີ່​ຂ້ານ້ອຍ​ກິນ​ກໍ​ຄື​ຂີ້ເຖົ່າ​ໄຟ​ເທົ່ານັ້ນ ແລະ​ເຄື່ອງ​ດື່ມ​ກໍ​ຈະ​ປົນ​ກັບ​ນໍ້າຕາ ພຣະອົງ​ຍົກ​ຂ້ານ້ອຍ​ຂຶ້ນ​ແລະ​ໂຍນ​ລົງ​ດ້ວຍ.


ເປັນຫຍັງ​ບັນດາ​ຊົນຊາດ​ຈຶ່ງ​ຖາມ​ວ່າ, “ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ໃສ?”


ຂ້ານ້ອຍ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ພຣະອົງ ຈິດໃຈ​ຫິວກະຫາຍ​ພຣະອົງ​ດັ່ງ​ດິນ​ແຫ້ງແລ້ງ.


ພວກເຂົາ​ເວົ້າ​ວ່າ, “ເຈົ້າ​ຜູ້ເພິ່ງ​ພຣະເຈົ້າຢາເວ​ເອີຍ ເປັນຫຍັງ​ພຣະອົງ​ບໍ່​ມາ​ຊ່ວຍກູ້​ເອົາ​ເຈົ້າ? ຖ້າ​ພຣະອົງ​ພໍໃຈ​ໃນ​ຕົວ​ເຈົ້າ​ແທ້ນັ້ນ ເປັນຫຍັງ​ພຣະອົງ​ບໍ່​ມາ​ຊ່ວຍເຫຼືອ​ເອົາ​ເຈົ້າ​ໄວ້?”


ສັດຕູ​ເວົ້າ​ເຖິງ​ຂ້ານ້ອຍ​ໂດຍ​ກ່າວ​ອອກ​ມາ​ວ່າ, “ພຣະເຈົ້າ​ຈະ​ບໍ່​ຊ່ວຍເຫຼືອ​ຄົນ​ຢ່າງ​ລາວ​ດອກ.”


ຂ້ານ້ອຍ​ຖືກ​ຢຽບຢໍ່າ​ຍ້ອນ​ເຂົາ​ເວົ້າ​ນິນທາ ພວກເຂົາ​ຖາມ​ຂ້ານ້ອຍ​ຢູ່​ເລື້ອຍໆ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ຢູ່​ໃສ?”


ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ພົບ​ພຣະອົງ​ໃນ​ພຣະວິຫານ ໃຫ້​ຂ້ານ້ອຍ​ເຫັນ​ຣິດອຳນາດ​ທັງ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ດ້ວຍ.


ເປັນຫຍັງ​ບັນດາ​ຊົນຊາດ​ຈຶ່ງ​ຖາມ​ຂ້ານ້ອຍ​ວ່າ, “ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ໃສ?” ຂໍ​ຊົງ​ໂຜດ​ລົງໂທດ​ພວກເຂົາ​ໃຫ້​ໄດ້​ເຫັນ​ແດ່ທ້ອນ ເພາະ​ການນອງເລືອດ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ນັ້ນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ແກ້ແຄ້ນ​ຊົນຊາດ​ອື່ນ​ເຈັດ​ຄັ້ງ ຍ້ອນ​ການ​ດູໝິ່ນ​ນິນທາ​ທີ່​ພວກເຂົາ​ເຮັດ​ຕໍ່​ພຣະອົງ​ນັ້ນ.


ພຣະອົງ​ໄດ້​ເຮັດ​ໃຫ້​ພວກ​ຂ້ານ້ອຍ​ກິນ​ເຂົ້າ​ກັບ​ນໍ້າຕາ ແລະ​ເອົາ​ນໍ້າຕາ​ເຕັມ​ຈອກ​ໃຫຍ່​ມາ​ໃຫ້​ດື່ມ.


ແມ່ນແຕ່​ນົກ​ຈອກ​ກໍ​ສ້າງ​ຮັງ​ແລະ​ນົກ​ແອ່ນ​ກໍ​ມີ​ຮັງ​ຂອງຕົນ ຕ່າງ​ກໍ​ຮັກສາ​ລູກນ້ອຍ​ໄວ້​ຢູ່​ໃກ້​ແທ່ນບູຊາ​ຂອງ​ພຣະອົງ. ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຈອມກະສັດ​ຂອງ​ຂ້ານ້ອຍ​ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ.


ທຸກໆ​ປີ​ໃດ​ໃນ​ເທດສະການ​ສາມ​ປາງ​ນີ້ ໃຫ້​ພວກ​ຜູ້ຊາຍ​ເຂົ້າ​ມາ​ຕໍ່ໜ້າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ.


ປະໂຣຫິດ​ຜູ້ຮັບໃຊ້​ພຣະເຈົ້າຢາເວ​ກໍ​ໃຫ້​ມາ​ຄືກັນ ລະຫວ່າງ​ແທ່ນບູຊາ​ແລະ​ທາງ​ເຂົ້າ​ພຣະວິຫານ​ນັ້ນ ຕ້ອງ​ພາກັນ​ຮ້ອງໄຫ້​ແລະ​ພາວັນນາ​ອະທິຖານ​ຄືກັນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ໂຜດ​ສົງສານ​ປະຊາຊົນ​ດ້ວຍ. ຂໍ​ຢ່າ​ໃຫ້​ຊົນຊາດ​ອື່ນ​ດູໝິ່ນ​ພວກ​ຂ້ານ້ອຍ​ເລີຍ ຫຍໍ້ຫຍັນ​ວ່າ​ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ໃສ​ແລ້ວ?”


ແລ້ວ​ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ກໍ​ຈະ​ເຫັນ​ສິ່ງນີ້ ແລະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ຄື​ເຫຼົ່າ​ສັດຕູ​ຜູ້​ດຽວກັນ​ທີ່​ເວົ້າ​ທັບຖົມ​ພວກເຮົາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ນັ້ນ​ຢູ່​ໃສ?” ພວກເຮົາ​ຈະ​ເຫັນ​ພວກເຂົາ​ພ່າຍແພ້​ຖືກ​ຢຽບຢໍ່າ​ລົງ ເໝືອນ​ດັ່ງ​ຢຽບ​ຂີ້ຕົມ​ຕາມ​ຖະໜົນ​ຫົນທາງ.


ມີ​ມະນຸດ​ຜູ້ໃດ​ແດ່​ທີ່​ຈະ​ຍັງ​ມີ​ຊີວິດ​ຢູ່ ຫລັງຈາກ​ທີ່​ໄດ້ຍິນ​ພຣະເຈົ້າ​ກ່າວ​ອອກ​ມາ​ຈາກ​ແປວໄຟ​ກັບ​ເຂົາ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka