Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 41:3 - ພຣະຄຳພີສັກສິ

3 ພຣະເຈົ້າຢາເວ​ຈະ​ຊ່ວຍຊູ​ເມື່ອ​ພວກເຂົາ​ເຈັບໂຊ ແລະ​ຈະ​ໃຫ້​ມີ​ສຸຂະພາບ​ແຂງແຮງ​ຂຶ້ນ​ໃໝ່.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 41:3
7 Jak'a apnaqawi uñst'ayäwi  

ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້: ‘ຍ້ອນ​ທ່ານ​ໄດ້​ໃຊ້​ຄົນ​ໄປ​ປຶກສາ​ບາອານເຊບຸບ ພະ​ຂອງ​ຊາວ​ເອັກໂຣນ ທ່ານ​ຈະ​ບໍ່​ຫາຍ​ດີ​ດອກ; ທ່ານ​ຈະ​ຕາຍ. ການກະທຳ​ຂອງທ່ານ​ເປັນ​ເໝືອນ​ດັ່ງ​ວ່າ, ຢູ່​ໃນ​ຊາດ​ອິດສະຣາເອນ​ນີ້​ບໍ່ມີ​ພຣະເຈົ້າ​ທີ່​ຈະ​ປຶກສາ​ນຳ​ເລີຍ.”’


ພວກເຂົາ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ ແລະ​ລາວ​ບອກ​ພວກ​ຂ້ານ້ອຍ​ໃຫ້​ກັບຄືນ​ມາ​ບອກ​ທ່ານ​ວ່າ ພຣະເຈົ້າຢາເວ​ກ່າວ​ຕໍ່​ທ່ານ​ດັ່ງນີ້: ‘ເປັນຫຍັງ​ທ່ານ​ຈົ່ງ​ໃຊ້​ຄົນ​ໄປ​ປຶກສາ​ບາອານເຊບຸບ ພະ​ຂອງ​ຊາວ​ເອັກໂຣນ? ທ່ານ​ຄິດ​ວ່າ​ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ່ມີ​ພຣະເຈົ້າ​ຊັ້ນບໍ? ທ່ານ​ຈະ​ບໍ່​ຫາຍ​ດີ​ຈາກ​ການ​ເຈັບເປັນ​ນີ້​ດອກ ທ່ານ​ຈະ​ຕາຍ.”’


ແມ່ນວ່າ ຈິດໃຈ​ແລະ​ຮ່າງກາຍ​ອ່ອນແຮງ​ກໍຕາມ ແຕ່​ພຣະເຈົ້າ​ເປັນ​ກຳລັງ​ຂອງ​ຂ້ານ້ອຍ ແລະ​ເປັນ​ທຸກສິ່ງ​ທີ່​ຂ້ານ້ອຍ​ຕ້ອງການ​ຢູ່​ເລື້ອຍໆ.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ສັ່ງ​ໃຫ້​ພວກເຮົາ ເຊື່ອຟັງ​ກົດບັນຍັດ​ທັງໝົດ​ເຫຼົ່ານີ້ ແລະ​ຢຳເກງ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ເພື່ອ​ພຣະອົງ​ຈະ​ປົກປັກ​ຮັກສາ​ຊົນຊາດ​ຂອງ​ພວກເຮົາ ໃຫ້​ຈະເລີນ​ຮຸ່ງເຮືອງ​ຕະຫລອດໄປ​ຕາມ​ທີ່​ເຫັນ​ໃນ​ວັນນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka