ເພງ^ສັນລະເສີນ 4:8 - ພຣະຄຳພີສັກສິ8 ຂ້າແດ່ພຣະເຈົ້າຢາເວ ເມື່ອຂ້ານ້ອຍນອນລົງກໍເປັນສຸກໃຈ ເພາະພຣະອົງໂຜດຮັກສາໃຫ້ປອດໄພຢ່າງດີຍິ່ງ. Uka jalj uñjjattʼäta |
ແລະຂ້າພະເຈົ້າໄດ້ຍິນພຣະສຸລະສຽງຈາກສະຫວັນ ຊົງສັ່ງວ່າ, “ຈົ່ງຂຽນໄວ້ວ່າ ‘ຄົນທັງຫລາຍທີ່ຕາຍໃນອົງພຣະຜູ້ເປັນເຈົ້າ ຕັ້ງແຕ່ນີ້ໄປກໍເປັນສຸກ.”’ ແລະພຣະວິນຍານຊົງຢືນຢັນວ່າ, “ຈິງຢູ່ແລ້ວ ເພື່ອພວກເຂົາຈະໄດ້ພັກຜ່ອນຈາກການເມື່ອຍຍາກຂອງຕົນ ເພາະການງານທີ່ພວກເຂົາໄດ້ເຮັດນັ້ນ ກໍຕິດຕາມພວກເຂົາໄປ.”