Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 4:7 - ພຣະຄຳພີສັກສິ

7 ແຕ່​ຄວາມ​ຊົມຊື່ນ​ຍິນດີ ທີ່​ພຣະອົງ​ຊົງ​ປະທານ​ໃຫ້​ຂ້ານ້ອຍ​ນັ້ນ ຈະ​ມີ​ຫລາຍກວ່າ​ເຂົ້າ ແລະ​ເຫຼົ້າ​ອະງຸ່ນ​ທີ່​ພວກເຂົາ​ມີ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 4:7
14 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ພຣະອົງ ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ໄດ້​ຖືກ​ອັບອາຍ​ຂາຍໜ້າ ແຕ່​ຂໍ​ໃຫ້​ບັນດາ​ຄົນຊົ່ວຮ້າຍ​ເສຍໜ້າ​ໄປ ຂໍ​ໃຫ້​ພວກເຂົາ​ລົງ​ໄປ​ສູ່​ແດນ​ມໍຣະນາ​ຢ່າງ​ມິດງຽບ.


ຈົ່ງ​ຊອກ​ຫາ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ​ຂອງເຈົ້າ​ສາ ພຣະອົງ​ຈະ​ໂຜດ​ໃຫ້​ຕາມ​ຄວາມປະສົງ​ຂອງເຈົ້າ.


ຂ້າແດ່​ພຣະເຈົ້າ ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄປ​ທີ່​ແທ່ນບູຊາ ເພາະ​ພຣະອົງ​ເປັນ​ບໍ່​ເກີດ​ແຫ່ງ​ຄວາມສຸກ​ອັນ​ໃຫຍ່. ຂ້ານ້ອຍ​ຈະ​ຈັບ​ກິດຕາ​ຂຶ້ນ​ດີດ ຮ້ອງເພງ​ຍ້ອງຍໍ​ສັນລະເສີນ ໂອ ພຣະເຈົ້າ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ.


ເພື່ອ​ທົ່ວ​ທັງ​ໂລກນີ້​ຈະ​ຮູ້ຈັກ​ພຣະປະສົງ ມະນຸດ​ຊາດ​ຈະ​ຮູ້​ວ່າ​ພຣະອົງ​ຊ່ວຍ​ໃຫ້​ພົ້ນ​ໄດ້.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ດົນ​ປານໃດ​ທີ່​ຍັງ​ຊົງ​ໂກດຮ້າຍ ຕໍ່​ຄຳພາວັນນາ​ອະທິຖານ​ຂອງ​ປະຊາຊົນ​ພຣະອົງ​ນັ້ນ?


ຂ້າແດ່​ພຣະເຈົ້າຢາເວ ການ​ກະທຳ​ອັນ​ມີ​ຣິດອຳນາດ​ຂອງ​ພຣະອົງ ເຮັດ​ໃຫ້​ຂ້ານ້ອຍ​ດີໃຈ​ຫລາຍ ເພາະ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ແກ່​ຂ້ານ້ອຍ ຂ້ານ້ອຍ​ຈຶ່ງ​ຮ້ອງເພງ​ຢ່າງ​ເບີກບານ​ມ່ວນຊື່ນ.


ຈົ່ງ​ມາ​ຮັບ​ເອົາ​ນ້ອງ ແລະ​ພາ​ພວກນ້ອງ​ໜີໄປ​ສາ ຈົ່ງ​ມາ​ເປັນ​ຣາຊາ​ແລະ​ພາເຂົ້າ​ໄປ​ຫ້ອງນອນ​ອ້າຍ. ເພາະ​ອ້າຍ ນ້ອງ​ຈະ​ຊົມຊື່ນ​ກັບ​ຄວາມສຸກ​ດ້ວຍກັນ ມາ​ເພາະ​ຮັກກັນ​ໃຫ້​ເມົາ​ກວ່າ​ລິດ​ເຫຼົ້າ​ອະງຸ່ນ​ເຖີດ. ສົມພໍແລ້ວ ສາວ​ທຸກຖ້ວນໜ້າ​ຈຶ່ງ​ພາກັນ​ຮັກ ຫລົງໄຫລ​ຮັກ​ອ້າຍ ຮັກ​ອ້າຍ​ແຕ່​ຜູ້ດຽວ.


ພຣະອົງ​ໃຫ້​ພວກເຂົາ​ມີ​ຄວາມ​ຍິນດີ​ອັນ​ຍິ່ງໃຫຍ່ ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ມີ​ຄວາມສຸກ​ໃນ​ຈິດໃຈ. ພວກເຂົາ​ຊົມຊື່ນ​ຍິນດີ​ດ້ວຍ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ ດັ່ງ​ຄົນ​ຊົມຊື່ນ​ຍິນດີ​ເມື່ອ​ພວກເຂົາ​ເກັບກ່ຽວ​ເຂົ້າ ຫລື​ເໝືອນ​ດັ່ງ​ຄົນ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ ເວລາ​ທີ່​ພວກເຂົາ​ແບ່ງປັນ​ຊັບສິນ​ທີ່​ຢຶດ​ມາ​ໄດ້.


ຄວາມສຸກ ແລະ​ຄວາມ​ຊົມຊື່ນ​ຍິນດີ​ໄດ້​ຖືກ​ນຳ​ເອົາ​ໜີໄປ​ຈາກ​ທີ່ດິນ​ອັນ​ອຸດົມສົມບູນ​ຂອງ​ໂມອາບ. ເຮົາ​ໄດ້​ເຮັດ​ໃຫ້​ນໍ້າ​ອະງຸ່ນ​ເຊົາ​ໄຫລ​ຈາກ​ທີ່​ບີບ​ໝາກອະງຸ່ນ; ບໍ່ມີ​ຄົນ​ເຮັດ​ເຫຼົ້າ​ອະງຸ່ນ​ອີກ​ແລ້ວ ແລະ​ບໍ່ມີ​ສຽງ​ໂຮຮ້ອງ​ຊົມຊື່ນ​ຍິນດີ.


ຂໍ​ພຣະເຈົ້າຢາເວ​ຫຼຽວເບິ່ງ​ພວກເຈົ້າ​ດ້ວຍ​ຄວາມ​ເມດຕາ​ແລະ​ກະລຸນາ;


ແຕ່​ເຖິງ​ປານນັ້ນ ພຣະອົງ​ບໍ່ໄດ້​ໃຫ້​ຂາດ​ພະຍານ​ເຖິງ​ເລື່ອງ​ພຣະອົງ ໂດຍ​ກິດຈະການ​ອັນ​ດີ​ຂອງ​ພຣະອົງ ຄື​ໄດ້​ບັນດານ​ຝົນ​ໃຫ້​ຕົກ​ຈາກ​ທ້ອງຟ້າ ແລະ​ໃຫ້​ມີ​ຜົນລະປູກ​ຕາມ​ລະດູການ, ຈຶ່ງ​ໂຜດ​ໃຫ້​ອາຫານ​ການກິນ​ແກ່​ພວກທ່ານ ແລະ​ໃຫ້​ຈິດໃຈ​ອີ່ມເຕັມ​ດ້ວຍ​ຄວາມສຸກ.”


ພຣະອົງ​ຜູ້​ທີ່​ພວກເຈົ້າ​ຍັງ​ບໍ່ໄດ້​ເຫັນ ແຕ່​ພວກເຈົ້າ​ກໍ​ຍັງ​ຮັກ​ພຣະອົງ​ຢູ່ ເຖິງ​ແມ່ນ​ວ່າ​ຂະນະ​ນີ້ ພວກເຈົ້າ​ບໍ່​ເຫັນ​ພຣະອົງ ແຕ່​ຍັງ​ເຊື່ອ​ແລະ​ຊື່ນຊົມ​ຍິນດີ ດ້ວຍ​ຄວາມ​ຍິນດີ​ອັນ​ຮຸ່ງເຮືອງ ຊຶ່ງ​ເຫຼືອ​ທີ່​ຈະ​ອະທິບາຍ​ໄດ້.


ພວກເຂົາ​ພາກັນ​ອອກ​ໄປ​ທີ່​ສວນອະງຸ່ນ ເພື່ອ​ເກັບ​ເອົາ​ໝາກອະງຸ່ນ​ມາ​ເຮັດ​ເຫຼົ້າ ແລະ​ຈັດ​ງານ​ກິນລ້ຽງ​ຂຶ້ນ​ໃນ​ວັດ​ຂອງ​ພວກເຂົາ. ພວກເຂົາ​ກິນ​ແລະ​ດື່ມ​ທັງ​ເວົ້າ​ເຍາະເຍີ້ຍ​ສຽດສີ​ອາບີເມເຫຼັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka