Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 4:6 - ພຣະຄຳພີສັກສິ

6 ມີ​ຫລາຍ​ຄົນ​ພາກັນ​ພາວັນນາ​ອະທິຖານ​ວ່າ: ໂອ ຂ້າແດ່​ພຣະເຈົ້າຢາເວ​ເອີຍ ໂຜດ​ອວຍພອນ​ພວກ​ຂ້ານ້ອຍ​ຕື່ມ​ຂຶ້ນ​ແດ່ ໂຜດ​ແນມເບິ່ງ​ພວກ​ຂ້ານ້ອຍ​ດ້ວຍ​ຄວາມ​ເມດຕາ​ແດ່ທ້ອນ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 4:6
20 Jak'a apnaqawi uñst'ayäwi  

ຂໍ​ຊົງ​ໂຜດ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ທັງ​ອວຍພອນ​ຂ້ານ້ອຍ​ດ້ວຍ. ແລະ​ສັ່ງສອນ​ຂ້ານ້ອຍ​ໃຫ້​ຮູ້​ກົດບັນຍັດ​ຂອງ​ພຣະອົງ​ແດ່ທ້ອນ.


ພຣະພອນ​ນັ້ນ​ກໍ​ດຳລົງ​ຢູ່​ກັບ​ເພິ່ນ​ຕະຫລອດໄປ ເພິ່ນ​ຊົມຊື່ນ​ຍິນດີ​ທີ່ສຸດ​ເມື່ອ​ຢູ່​ຊ້ອງໜ້າ​ພຣະເຈົ້າ.


ບໍ່ມີ​ຫຍັງ​ດີ​ລື່ນ​ເພາະ​ເປັນ​ພຽງແຕ່​ເງົາ ພວກເຂົາ​ສະສົມ​ຊັບສິນ ແຕ່​ບໍ່​ຮູ້​ວ່າ​ຜູ້ໃດ​ຈະ​ໄດ້​ສິ່ງນັ້ນ.


ເປັນຫຍັງ​ຈຶ່ງ​ໂສກເສົ້າ​ແລະ​ຍາກ​ລຳບາກ​ຍິ່ງ? ຈຶ່ງ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ​ແຕ່ອົງດຽວ ຄັ້ງໜຶ່ງ​ອີກ ຂ້ານ້ອຍ​ຈະ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະອົງ ພຣະເຈົ້າ ພຣະ​ຜູ້ໄຖ່​ຂອງ​ຂ້ານ້ອຍ​ເອີຍ.


ບໍ່ແມ່ນ​ດ້ວຍ​ດາບ​ທີ່​ຄົນ​ຂອງ​ພຣະອົງ​ຕີ​ໄດ້​ດິນແດນ ບໍ່ແມ່ນ​ດ້ວຍ​ກຳລັງ​ຂອງ​ພວກເພິ່ນ​ທີ່​ໄດ້​ຕີ​ຊະນະ ແຕ່​ແມ່ນ​ຍ້ອນ​ຣິດອຳນາດ​ແລະ​ກຳລັງ​ຂອງ​ພຣະອົງ ຍ້ອນ​ໝັ້ນໃຈ​ວ່າ​ພຣະອົງ​ຊົງ​ສະຖິດ​ຢູ່​ນຳ​ເພາະ​ພຣະອົງ​ຮັກ​ພວກເພິ່ນ.


ຂໍ​ພຣະເຈົ້າ​ຊົງ​ໂຜດ​ອີດູ​ແລະ​ອວຍພອນ​ພວກ​ຂ້ານ້ອຍ​ດ້ວຍ ໂຜດ​ແນມເບິ່ງ​ພວກ​ຂ້ານ້ອຍ​ດ້ວຍ​ຄວາມ​ເມດຕາ​ແດ່ທ້ອນ


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຂໍ​ຊົງ​ໂຜດ​ນຳ​ພວກ​ຂ້ານ້ອຍ​ໃຫ້​ກັບຄືນ​ມາ​ແດ່ທ້ອນ ຂໍ​ຊົງ​ໂຜດ​ໃຫ້​ຄວາມ​ເມດຕາ​ແກ່​ພວກ​ຂ້ານ້ອຍ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ໄດ້​ພົ້ນໄພ.


ຂ້າແດ່​ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຂໍ​ຊົງ​ໂຜດ​ນຳ​ພວກ​ຂ້ານ້ອຍ​ກັບຄືນ​ມາ​ແດ່ທ້ອນ ຂໍ​ຊົງ​ໂຜດ​ໃຫ້​ຄວາມ​ເມດຕາ​ແກ່​ພວກ​ຂ້ານ້ອຍ​ແດ່ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ພົ້ນໄພ.


ຂ້າແດ່​ພຣະເຈົ້າຢາເວ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ນະມັດສະການ​ພຣະອົງ​ດ້ວຍ​ສຽງ​ເພງ ພວກເຂົາ​ດຳເນີນ​ຢູ່​ໃນ​ຄວາມ​ສະຫວ່າງ ແຫ່ງ​ພຣະເມດຕາ​ຂອງ​ພຣະອົງ.


ເປັນຫຍັງ​ຈຶ່ງ​ຈ່າຍ​ເງິນ​ຊື້​ສິ່ງຂອງ​ທີ່​ບໍ່​ແມ່ນ​ເຂົ້າຈີ່. ເປັນຫຍັງ​ຈຶ່ງ​ຈ່າຍ​ໄປ​ແຕ່​ພັດ​ຍັງ​ຢາກ​ຢູ່? ຈົ່ງ​ຕັ້ງໃຈ​ຟັງ​ເຮົາ ແລະ​ກິນ​ອາຫານ​ທີ່​ດີ ແລະ​ຈົ່ງ​ປິຕິ​ຍິນດີ​ໃນ​ອາຫານ​ອັນ​ດີ​ເປັນ​ປະໂຫຍດ​ທີ່ສຸດ.


ພຣະອົງ​ຈະ​ມາ​ຕັດສິນ​ເໝືອນ​ດັ່ງ​ຄົນ​ທີ່​ຫລອມ​ເງິນ ແລະ​ຊຳລະ​ມັນ​ໃຫ້​ບໍຣິສຸດ. ຊ່າງ​ໂລຫະ​ຫລອມ​ເງິນ​ແລະ​ຄຳ​ສັນໃດ ຜູ້​ແຈ້ງຂ່າວ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຈະ​ຊຳລະ​ບັນດາ​ປະໂຣຫິດ​ໃຫ້​ບໍຣິສຸດ​ສັນນັ້ນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນຳ​ເຄື່ອງ​ບູຊາ​ຊະນິດ​ທີ່​ຖືກຕ້ອງ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.


ຂໍ​ພຣະເຈົ້າຢາເວ​ຫຼຽວເບິ່ງ​ພວກເຈົ້າ​ດ້ວຍ​ຄວາມ​ເມດຕາ​ເອັນດູ ແລະ​ໂຜດ​ສັນຕິສຸກ​ແກ່​ພວກເຈົ້າ​ເຖີດ.”


ແລ້ວ​ເຮົາ​ກໍ​ຈະ​ເວົ້າ​ກັບ​ຕົວ​ເອງ​ວ່າ, ‘ຈິດໃຈ​ເອີຍ ເຮົາ​ມີ​ເຂົ້າ​ຂອງ​ດີ ເພື່ອ​ໄວ້​ກິນ​ຫລາຍໆ​ປີ​ຕາມ​ຄວາມ​ຕ້ອງການ ຈົ່ງ​ໃຊ້​ຊີວິດ​ຢ່າງ​ສຸກ​ສະບາຍ ຈົ່ງ​ກິນ ຈົ່ງ​ດື່ມ ແລະ​ຈົ່ງ​ເຮັດ​ໃຫ້​ຕົນເອງ​ມ່ວນຊື່ນ​ເທາະ.’


“ຍັງ​ມີ​ເສດຖີ​ຄົນ​ໜຶ່ງ ທີ່​ນຸ່ງຫົ່ມ​ເສື້ອຜ້າ​ສີມ່ວງ​ອ່ອນ ແລະ​ຜ້າປ່ານ​ເນື້ອລະອຽດ ປິຕິ​ຍິນດີ​ດ້ວຍ​ອາຫານ​ການກິນ​ຢ່າງ​ປານີດ​ທຸກໆ​ວັນ.


ພວກເຂົາ​ເອີ້ນ​ປະຊາຊົນ​ທັງໝົດ​ມາ​ທີ່​ເທິງ​ພູເຂົາ ແລະ​ເຜົາ​ເຄື່ອງ​ຖວາຍບູຊາ​ອັນ​ຊອບທຳ​ຢູ່​ທີ່​ນັ້ນ. ເພາະ​ພວກເຂົາ​ຈະ​ດູດ​ຄວາມ​ອຸດົມ​ຈາກ​ທະເລ​ກວ້າງ ແລະ​ໄດ້​ຂຸມຊັບ​ທີ່​ຊ້ອນ​ຢູ່​ໃນ​ຫາດ​ຊາຍ​ຕາມ​ແຄມຝັ່ງ.”


ດັ່ງນັ້ນ ເຈົ້າ​ທັງຫລາຍ​ທີ່​ເຄີຍ​ເວົ້າ​ວ່າ, “ມື້ນີ້​ຫລື​ມື້ອື່ນ ພວກເຮົາ​ຈະ​ເຂົ້າ​ໄປ​ໃນ​ເມືອງນັ້ນ​ເມືອງນີ້ ຈະ​ພັກ​ຢູ່​ທີ່​ນັ້ນ​ປີ​ໜຶ່ງ ແລະ​ຈະ​ຄ້າຂາຍ​ເອົາ​ກຳໄລ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka