ເພງ^ສັນລະເສີນ 4:4 - ພຣະຄຳພີສັກສິ4 ເຈົ້າຈະຮ້າຍກໍຮ້າຍໄດ້ ແຕ່ຢ່າເຮັດບາບ ຈົ່ງຄິດເຖິງເລື່ອງນີ້ໃຫ້ເລິກເຊິ່ງ ເມື່ອເຈົ້ານອນຢູ່ເທິງຕຽງຢ່າງມິດງຽບ. Uka jalj uñjjattʼäta |
ເຮົາແມ່ນພຣະເຈົ້າຢາເວ ເປັນຫຍັງພວກເຈົ້າຈຶ່ງບໍ່ຢຳເກງເຮົາ? ເປັນຫຍັງພວກເຈົ້າຈຶ່ງບໍ່ຢ້ານກົວຕົວສັ່ນຕໍ່ໜ້າເຮົາ? ເຮົາເປັນຜູ້ຈັດສັນດິນຊາຍໄວ້ເປັນເຂດອ້ອມທະເລ ເພື່ອໃຫ້ເປັນເຄື່ອງກີດກັ້ນອັນຖາວອນບໍ່ໃຫ້ນໍ້າທະເລຜ່ານໄປໄດ້. ນໍ້າທະເລອາດໂຍກຂຶ້ນໂຍກລົງ ແຕ່ກໍເລີຍຂອບເຂດນັ້ນໄປບໍ່ໄດ້; ຄື້ນທະເລອາດດັງກ້ອງສະໜັ່ນ ແຕ່ກໍຜ່ານໄປບໍ່ໄດ້.