Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 4:3 - ພຣະຄຳພີສັກສິ

3 ຈົ່ງ​ຮູ້​ເຖີດ​ວ່າ​ພຣະເຈົ້າຢາເວ ເລືອກ​ຄົນ​ຊອບທຳ​ສຳລັບ​ພຣະອົງ ພຣະເຈົ້າຢາເວ​ຊົງ​ໄດ້ຍິນ ເມື່ອ​ຂ້ອຍ​ຮ້ອງຫາ​ພຣະອົງ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 4:3
17 Jak'a apnaqawi uñst'ayäwi  

ທຸກຄົນ​ທີ່​ມີ​ໃຈ​ສັດຊື່​ເອີຍ ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າຢາເວ​ຊົງ​ຄຸ້ມຄອງ​ຮັກສາ​ຄົນ​ທີ່​ມີ​ໃຈ​ສັດຊື່ ສ່ວນ​ຄົນ​ຈອງຫອງ​ນັ້ນ​ພຣະອົງ​ຈະ​ລົງໂທດ​ທັນ ຕາມ​ທີ່​ພວກເຂົາ​ສົມຄວນ​ຈະ​ໄດ້​ຮັບ.


ພຣະເຈົ້າຢາເວ​ເຝົ້າເບິ່ງ​ຄົນ​ຊອບທຳ ແລະ​ຟັງ​ຄຳຮ້ອງຂໍ​ຂອງ​ເຂົາເຈົ້າ,


ແນວຄິດ​ຂອງ​ຂ້ານ້ອຍ​ນັ້ນ​ຈະ​ປອດໂປ່ງ​ດີ ຂ້ານ້ອຍ​ມີ​ຖ້ອຍຄຳ​ແຫ່ງ​ປັນຍາ​ທີ່​ຈະ​ກ່າວ.


ພຣະອົງ​ຊົງ​ກ່າວ​ວ່າ, “ຈົ່ງ​ທ້ອນໂຮມ​ເອົາ​ພວກ​ຄົນ​ສັດຊື່​ຕໍ່​ເຮົາ ແລະ​ນຳ​ພວກເຂົາ​ໃຫ້​ມາ​ຫາ​ເຮົາ​ພີ້ ຄື​ຜູ້​ທີ່​ໄດ້​ຕົກລົງ​ເຮັດ​ພັນທະສັນຍາ​ກັບ​ເຮົາ ໂດຍ​ການຖວາຍ​ເຄື່ອງ​ບູຊາ​ນັ້ນ.”


ມື້​ທີ່​ຂ້ານ້ອຍ​ຮ້ອງຫາ​ພຣະອົງ​ນັ້ນ ສັດຕູ​ຈະ​ຖອຍ​ໜີໄປ ແລະ​ຮູ້​ໄດ້​ເພາະ​ພຣະເຈົ້າ ຢູ່​ຝ່າຍ​ຂ້ານ້ອຍ​ແລ້ວ.


ພວກເຈົ້າ​ຄົນຊົ່ວຮ້າຍ ຈົ່ງ​ໜີໄປ​ຈາກ​ຂ້ອຍ​ສາ ພຣະເຈົ້າຢາເວ​ໄດ້ຍິນ​ສຽງ​ຮ້ອງໄຫ້​ຂອງຂ້ອຍ​ແລ້ວ


ຢ່າ​ສູ່​ວາງໃຈ​ໃນ​ກຳລັງ​ຂອງເຈົ້າ​ເດີ ຢ່າ​ຫວັງ​ຢາກ​ໄດ້​ມາ​ຈາກ​ການ​ລັກໂລບ ຖ້າ​ພວກເຈົ້າ​ເກີດຮັ່ງ​ຄູນມີ ເປັນດີ​ຂຶ້ນ​ກໍຕາມ ກໍ​ຢ່າ​ເພິ່ງ​ໃນ​ຄວາມຮັ່ງມີ​ນັ້ນ.


ໃຜ​ຈະ​ຮູ້​ວ່າ​ພຣະອົງ​ພໍໃຈ​ນຳ​ປະຊາຊົນ​ຂອງ​ພຣະອົງ ແລະ​ພໍໃຈ​ນຳ​ຂ້ານ້ອຍ​ໄດ້​ຢ່າງ​ໃດ ຖ້າ​ພຣະອົງ​ບໍ່​ນຳພາ​ຂ້ານ້ອຍ​ໄປ? ການ​ທີ່​ພຣະອົງ​ນຳພາ​ພວກ​ຂ້ານ້ອຍ​ໄປ​ນັ້ນ ຈະ​ສຳແດງ​ໃຫ້​ປະຊາຊົນ​ອື່ນໆ​ໃນ​ໂລກ​ເຫັນ​ວ່າ ພວກ​ຂ້ານ້ອຍ​ທັງຫລາຍ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ແທ້.”


ບໍ່ແມ່ນ​ເຈົ້າ​ທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ, ແຕ່​ຝ່າຍ​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ ແລະ​ແຕ່ງຕັ້ງ​ເຈົ້າ​ທັງຫລາຍ​ເພື່ອ​ໃຫ້​ອອກໄປ ແລະ​ເກີດຜົນ, ເພື່ອ​ຜົນ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ຖາວອນ, ເພື່ອ​ວ່າ​ເມື່ອ​ເຈົ້າ​ທັງຫລາຍ​ຈະ​ທູນ​ຂໍ​ສິ່ງໃດ ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງເຮົາ ພຣະອົງ​ກໍ​ຈະ​ຊົງ​ປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.


ເພາະວ່າ ເຮົາ​ທັງຫລາຍ​ເປັນ​ສີ​ພຣະຫັດ​ຂອງ​ພຣະອົງ ທີ່​ຊົງ​ສ້າງ​ຂຶ້ນ​ໃນ​ພຣະຄຣິດເຈົ້າ​ເຢຊູ ເພື່ອ​ໃຫ້​ປະກອບ​ການ​ດີ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ຈັດຕຽມ​ລ່ວງໜ້າ​ໄວ້​ກ່ອນ​ແລ້ວ ເພື່ອ​ໃຫ້​ເຮົາ​ທັງຫລາຍ​ໄດ້​ປະຕິບັດ​ຕາມ.


ແຕ່​ຮາກຖານ​ອັນ​ແຂງແກ່ນ ຊຶ່ງ​ພຣະເຈົ້າ​ໄດ້​ວາງ​ລົງ​ແລ້ວ​ນັ້ນ​ຕັ້ງໝັ້ນຄົງ​ຢູ່ ໂດຍ​ມີ​ຄຳ​ຂຽນ​ໄວ້​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຮູ້ຈັກ​ຄົນ​ເຫຼົ່ານັ້ນ ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ ຊຶ່ງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຕ້ອງ​ຫັນ​ໜີ​ຈາກ​ຄວາມ​ຊົ່ວຊ້າ.”


ພຣະອົງ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ເປັນ​ຜູ້​ບໍຣິສຸດ ເພື່ອ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ໂດຍ​ສະເພາະ ແລະ​ມີ​ໃຈ​ຮ້ອນຮົນ​ສຳລັບ​ເຮັດ​ຄວາມດີ.


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ ຈຶ່ງ​ຮູ້ຈັກ​ວິທີ​ທີ່​ຈະ​ໂຜດ​ເອົາ​ຄົນ​ທີ່​ຊອບທຳ ເພື່ອ​ໃຫ້​ພົ້ນ​ຈາກ​ການ​ທົດລອງ ແລະ​ຮູ້ຈັກ​ວິທີ​ຮັກສາ​ຄົນຊົ່ວ​ໄວ້ ເພື່ອ​ໃຫ້​ຢູ່​ໃຕ້​ການ​ລົງໂທດ​ໃນ​ວັນ​ພິພາກສາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka