2 ພວກເຈົ້າຈະໝິ່ນປະໝາດຂ້ອຍໄປດົນປານໃດ? ພວກເຈົ້າຈະຮັກສິ່ງທີ່ໄຮ້ຄ່າ ທັງຊອກຫາຄຳຕົວະຍົວະຫລອກລວງຢູ່ຫລື?
ພວກເຂົາເອົາພຣະເຈົ້າຜູ້ເປັນກຽດສັກສີຂອງພວກຕົນ ປ່ຽນກັບຮູບສັດເດຍລະສານທີ່ກິນຫຍ້າໂຕໜຶ່ງ.
ຄົນຊົ່ວຂັດຂວາງແຜນການຂອງຄົນຖ່ອມຕົວ ແຕ່ພຣະເຈົ້າຢາເວຊົງຄຸ້ມຄອງຄົນຖ່ອມຕົວໄວ້.
ເປັນຫຍັງບັນດາຊົນຊາດທັງປວງຈຶ່ງກໍ່ແຜນການກະບົດ? ເປັນຫຍັງປະຊາຊົນຈຶ່ງວາງອຸບາຍອັນໄຮ້ປະໂຫຍດ?
ຂ້າແດ່ພຣະເຈົ້າຢາເວ ແຕ່ພຣະອົງເປັນທີ່ກຳບັງຂອງຂ້ານ້ອຍ ພຣະອົງປົກປັກຮັກສາຂ້ານ້ອຍຈາກອັນຕະລາຍເລື້ອຍໆ ພຣະອົງໃຫ້ຂ້ານ້ອຍໄດ້ຮັບຄວາມມີໄຊ ແລະຊ່ວຍຊູໃຫ້ມີຄວາມກ້າຫານຂຶ້ນໃໝ່.
ຜູ້ທີ່ຂາບໄຫວ້ຮູບເຄົາຣົບນັ້ນ ພຣະອົງກຽດຊັງຫລາຍ ແຕ່ຂ້ານ້ອຍໄວ້ວາງໃຈໃນພຣະເຈົ້າຢາເວ.
ພຣະອົງທຳລາຍຄົນຂີ້ຕົວະທຸກຄົນ ແລະພຣະເຈົ້າຢາເວກຽດຊັງຄົນຊົ່ວຮ້າຍແລະຄົນຫລອກລວງດ້ວຍ.
ເມື່ອເຈົ້າຖືກເດືອດຮ້ອນ ຈົ່ງຮ້ອງຫາເຮົາ ເຮົາຈະຊ່ວຍເຈົ້າໃຫ້ພົ້ນ ແລະເຈົ້າກໍຈະຍ້ອງຍໍສັນລະເສີນເຮົາ.”
ຂ້ານ້ອຍຖືກປິດລ້ອມໂດຍເຫຼົ່າສັດຕູ ຜູ້ເປັນດັ່ງໂຕສິງທີ່ກັດກິນມະນຸດ. ແຂ້ວມັນນັ້ນຄ້າຍຄືຫອກແລະລູກສອນ ລີ້ນມັນຄ້າຍຄືກັບດາບອັນຄົມໆ.
ທ່ານຕັດສິນໃຈຖືກຕ້ອງຫລືບໍ່? ບັນດາຜູ້ປົກຄອງເອີຍ ທ່ານຕັດສິນທຸກຄົນຢ່າງເປັນທຳຫລືບໍ່?
ຄົນຊົ່ວຮ້າຍເຮັດຜິດຕະຫລອດຊີວິດຂອງພວກເຂົາ ພວກເຂົາເວົ້າຕົວະຕະຫລອດມາຕັ້ງແຕ່ມື້ພວກເຂົາເກີດ.
ສ່ວນກະສັດນັ້ນກໍຈະຊົມຊື່ນຍິນດີ ເພາະວ່າພຣະເຈົ້າໃຫ້ໄຊຊະນະແກ່ເພິ່ນ. ຄົນທັງຫລາຍທີ່ສັນຍາໃນພຣະນາມຂອງພຣະເຈົ້າ ກໍຈະຍ້ອງຍໍສັນລະເສີນພຣະອົງ ແຕ່ປາກຂອງຄົນຂີ້ຕົວະຈະຖືກງັບໄວ້.
ເພື່ອວ່າຈະໄດ້ປົກຄອງຄົນຂອງເພິ່ນຢ່າງຍຸດຕິທຳ ແລະພວກທີ່ຖືກກົດຂີ່ຂົ່ມເຫັງດ້ວຍຄວາມຊອບທຳໄດ້.
ສະນັ້ນ ໂມເຊແລະອາໂຣນຈຶ່ງໄດ້ເຂົ້າໄປພົບກະສັດຟາໂຣ ແລະກ່າວຕໍ່ເພິ່ນວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາວເຮັບເຣີກ່າວວ່າ, ‘ເຈົ້າຍັງຈະແຂງຂໍ້ຕໍ່ເຮົາອີກດົນນານປານໃດ? ຈົ່ງປ່ອຍປະຊາຊົນຂອງເຮົາໄປ ເພື່ອວ່າພວກເຂົາຈະໄດ້ນະມັດສະການເຮົາ.
“ຄົນໂງ່ຈ້າເອີຍ ພວກເຈົ້າຢາກເປັນຄົນໂງ່ຈ້າຢູ່ອີກເຫິງປານໃດ? ພວກເຈົ້າຍັງຈະພໍໃຈກັບການດູໝິ່ນປະໝາດຄວາມຮູ້ຢູ່ບໍ? ພວກເຈົ້າຈະບໍ່ຮໍ່າຮຽນເອົາຈັກເທື່ອບໍ?
ເປັນຫຍັງຄົນຈຶ່ງພ້ອມທີ່ຈະເຮັດຊົ່ວກັນແທ້? ກໍເພາະຄົນທີ່ເຮັດຊົ່ວນັ້ນບໍ່ໄດ້ຖືກລົງໂທດໃຫ້ໄວທັນການ.
ຊາຕາກຳອັນດຽວມາສູ່ທຸກຄົນສະເໝີໜ້າກັນ ແລະອັນນີ້ແມ່ນຜິດຈາກເຫດການໃດໆ ທີ່ເກີດຂຶ້ນຢູ່ໃຕ້ດວງຕາເວັນ. ຕາບໃດທີ່ມະນຸດມີຊີວິດຢູ່ ຕາບນັ້ນຄວາມຄິດຂອງເຂົາກໍເຕັມໄປດ້ວຍຄວາມຊົ່ວແລະຄວາມບ້າບໍ ແລະພວກເຂົາກໍຕາຍໄປໃນທັນໃດນັ້ນ.
ພວກໃດທີ່ໄວ້ວາງໃຈປະເທດເອທີໂອເປຍ ແລະເວົ້າອວດໃຫ້ແກ່ປະເທດເອຢິບ ພວກນັ້ນກໍຈະຮູ້ເມື່ອວ່າຕົນຄິດຜິດໄປສາແລ້ວ ຄືຄວາມຫວັງຂອງພວກເຂົາໄດ້ແຕກສະຫລາຍໄປ.
ແຕ່ພຣະເຈົ້າຢາເວໄດ້ຊ່ວຍຊູຊາດອິດສະຣາເອນ ແລະຄວາມມີໄຊຂອງພວກເຂົາກໍດຳລົງໄປຕະຫລອດ; ພຣະອົງຈະບໍ່ໃຫ້ປະຊາຊົນຂອງພຣະອົງ ໄດ້ຖືກອັບອາຍຂາຍໜ້າອີກຈັກເທື່ອ.”’
ພວກເຈົ້າໄປສານແຕ່ຄວາມຍຸດຕິທຳຈະບໍ່ຢູ່ຝ່າຍພວກເຈົ້າ ເພາະພວກເຈົ້າເວົ້າຕົວະເພື່ອເອົາຊະນະຄະດີ. ພວກເຈົ້າໃຊ້ອຸບາຍເພື່ອທຳຮ້າຍຄົນອື່ນ.
ບໍ່ມີຊົນຊາດອື່ນໃດເຄີຍສັບປ່ຽນພຣະຂອງຕົນ ເຖິງວ່າພວກມັນບໍ່ແມ່ນພຣະແທ້ກໍຕາມ. ແຕ່ປະຊາຊົນຂອງເຮົາໄດ້ສັບປ່ຽນເຮົາເດີ ພຣະເຈົ້າຜູ້ທີ່ໄດ້ນຳສະຫງ່າຣາສີມາສູ່ພວກເຂົາ ກັບບັນດາພະທີ່ບໍ່ສາມາດເຮັດຫຍັງ ແລະທີ່ຊ່ວຍເຫລືອພວກເຂົາຫຍັງບໍ່ໄດ້.
ພຣະເຈົ້າຢາເວກ່າວດັ່ງນີ້: “ບັນພະບຸລຸດຂອງພວກເຈົ້າມີຂໍ້ກ່າວຫາ ພວກເຂົາມີຂໍ້ກ່າວຫາຫຍັງຕໍ່ສູ້ເຮົາຢ່າງນີ້ນໍ ແມ່ນຫຍັງທີ່ເຮັດໃຫ້ພວກເຂົາຫັນໜີຈາກເຮົາໄດ້? ພວກເຂົາໄດ້ຂາບໄຫວ້ຮູບເຄົາຣົບທີ່ບໍ່ມີປະໂຫຍດຫຍັງ ແລະພວກເຂົາເອງກໍໄດ້ກາຍເປັນຄົນບໍ່ມີປະໂຫຍດ.
ພວກເຂົາຕຽມພ້ອມທີ່ຈະເວົ້າຕົວະຢູ່ສະເໝີ ຄວາມບໍ່ສັດຊື່ແທນຄວາມຈິງປົກຄອງດິນແດນນີ້.” ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຂອງເຮົາເຮັດຊົ່ວແລ້ວເຮັດຊົ່ວອີກ ທັງບໍ່ໄດ້ຮັບຮູ້ເຮົາວ່າເປັນພຣະເຈົ້າຂອງພວກເຂົາ.”
ພວກເຈົ້າຜູ້ເປັນປະໂຣຫິດມີຈຳນວນຫລາຍຂຶ້ນເທົ່າໃດ ພວກເຈົ້າກໍຍິ່ງເຮັດບາບຕໍ່ສູ້ເຮົາຫລາຍຂຶ້ນເທົ່ານັ້ນ ເຮົາຈະໃຫ້ກຽດຕິຍົດຂອງພວກເຈົ້າກາຍເປັນຄວາມອັບອາຍ.
ພວກທີ່ຂາບໄຫວ້ຮູບເຄົາຣົບອັນບໍ່ມີປະໂຫຍດຫຍັງ ກໍໄດ້ປະຖິ້ມຄວາມສັດຊື່ຕໍ່ພຣະອົງສາແລ້ວ.
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ປະຊາຊົນເຫຼົ່ານີ້ຍັງຈະໝິ່ນປະໝາດເຮົາອີກດົນນານປານໃດ? ເຖິງແມ່ນວ່າ ເຮົາໄດ້ເຮັດການອັດສະຈັນຫລາຍຢ່າງໃນທ່າມກາງພວກເຂົາແລ້ວ ພວກເຂົາກໍຍັງປະຕິເສດທີ່ຈະໄວ້ວາງໃຈໃນເຮົາຕະຫລອດໄປບໍ?
ພວກຢິວຕ່າງກໍສະໜັບສະໜູນຄຳກ່າວຫານີ້ ແລະຢືນຢັນວ່າເລື່ອງລາວທັງໝົດນັ້ນເປັນຄວາມຈິງ.
ເພື່ອໃຫ້ເປັນໄປຕາມທີ່ມີຄຳຂຽນໄວ້ແລ້ວວ່າ, “ຜູ້ຢາກອວດອ້າງນັ້ນ ຈົ່ງເອົາອົງພຣະຜູ້ເປັນເຈົ້າມາອວດອ້າງ.”
ດັ່ງນັ້ນ, ເຈົ້າທັງຫລາຍຈົ່ງເຊົາເວົ້າຕົວະ ທຸກຄົນຈົ່ງເວົ້າແຕ່ຄວາມຈິງຕໍ່ກັນ ເພາະພວກເຮົາທຸກຄົນເປັນອະໄວຍະວະຂອງກັນແລະກັນ ຢູ່ໃນພຣະກາຍອັນດຽວກັນ.
ຢ່າຫລົງໄຫລໄປນຳພະທຽມ; ມັນຊ່ວຍເຫລືອຫຍັງພວກເຈົ້າບໍ່ໄດ້ ເພາະມັນບໍ່ແມ່ນພຣະແທ້.