1 ເມື່ອຂ້ານ້ອຍພາວັນນາອະທິຖານຫາໂຜດຕອບແດ່ ໂອ ຂ້າແດ່ພຣະເຈົ້າ ພຣະຜູ້ປ້ອງກັນຂອງຂ້ານ້ອຍ ເມື່ອເດືອດຮ້ອນໂຜດຊ່ວຍແດ່ ບັດນີ້ໂຜດເມດຕາ ແລະຟັງຄຳພາວັນນາອະທິຖານຂອງຂ້ານ້ອຍແດ່ທ້ອນ.
ພຣະເຈົ້າໄດ້ນຳພວກເຈົ້າອອກຈາກອຸບປະສັກ ແລະໃຫ້ມ່ວນຊື່ນຢູ່ກັບຄວາມປອດໄພໄດ້. ທີ່ເທິງໂຕະຂອງເຈົ້າເຕັມໄປດ້ວຍຂອງດີ ມີອາຫານການກິນຢ່າງເຫລືອລົ້ນ.
ພຣະເຈົ້າຢາເວເຮັດຖືກຕ້ອງແລະຮັກການກະທຳດີ ຜູ້ທີ່ເຮັດຢ່າງນີ້ກໍຈະອາໄສຢູ່ຊ້ອງໜ້າພຣະອົງໄດ້.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍເປັນຜູ້ຮັບໃຊ້ຂອງພຣະອົງ ແລະບົວລະບັດຮັບໃຊ້ພຣະອົງ ເໝືອນດັ່ງທີ່ແມ່ຂອງຂ້ານ້ອຍໄດ້ປະຕິບັດມາ ພຣະອົງໄດ້ຊ່ວຍຂ້ານ້ອຍໃຫ້ພົ້ນຕາຍໄດ້.
ພຣະເຈົ້າຢາເວປົກປ້ອງຜູ້ຂາດທີ່ເພິ່ງພາ ເມື່ອຂ້ານ້ອຍຢູ່ໃນອັນຕະລາຍພຣະອົງໄດ້ຊ່ວຍໄວ້.
ໂຜດແລເບິ່ງຂ້ານ້ອຍດ້ວຍຄວາມເມດຕາ ເໝືອນດັ່ງພຣະອົງກະທຳຕໍ່ທຸກຄົນທີ່ຮັກພຣະອົງນັ້ນ.
ຂໍຢ່າໃຫ້ຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງຖືກການທົດລອງ ບໍ່ມີຜູ້ໃດທີ່ບໍ່ມີຄວາມຜິດໃນສາຍຕາຂອງພຣະອົງ.
ຂ້າແດ່ພຣະເຈົ້າ ຂ້ານ້ອຍພາວັນນາອະທິຖານຫາພຣະອົງ ເພາະພຣະອົງຕອບຄຳພາວັນນາອະທິຖານຂອງຂ້ານ້ອຍແລ້ວ ສະນັ້ນ ໂຜດຫັນມາຫາຂ້ານ້ອຍແດ່ທ້ອນ ແລະຟັງຄຳພາວັນນາອະທິຖານຂອງຂ້ານ້ອຍດ້ວຍ.
ພຣະເຈົ້າຂອງຂ້ານ້ອຍ ພຣະເຈົ້າຂອງຂ້ານ້ອຍເອີຍ ເຫດໃດພຣະອົງຈຶ່ງໄດ້ປະຖິ້ມຂ້ານ້ອຍ? ຂ້ານ້ອຍຮ້ອງຂໍໃຫ້ຊ່ວຍເຫລືອຢ່າງສຸດກຳລັງ ເປັນຫຍັງຄວາມຊ່ວຍເຫຼືອຈຶ່ງຢູ່ຫ່າງໄກຂ້ານ້ອຍແທ້.
ພຣະເຈົ້າຢາເວຈະອວຍພອນທັງຊ່ວຍພວກເຂົາໃຫ້ພົ້ນໄພ ພຣະເຈົ້າຈະປະກາດວ່າພວກເຂົາບໍ່ມີຜິດໃດໆທັງນັ້ນ.
ຂໍຊົງໂຜດຫັນມາຫາຂ້ານ້ອຍແລະເມດຕາຂ້ານ້ອຍດ້ວຍ ເພາະຂ້ານ້ອຍອ່ອນແຮງແລະໂດດດ່ຽວ.
ພຣະອົງບໍ່ໄດ້ມອບຂ້ານ້ອຍໄວ້ໃນມືຂອງພວກສັດຕູ ແຕ່ໃຫ້ຂ້ານ້ອຍມີອິດສະຫລະໄປທີ່ໃດກໍໄດ້.
ພຣະອົງຈະຊ່ວຍຂ້ານ້ອຍ ເພາະຂ້ານ້ອຍເຮັດສິ່ງທີ່ຊອບທຳ ແລະຈະໃຫ້ຂ້ານ້ອຍຢູ່ຕໍ່ໜ້າພຣະອົງສືບໄປເປັນນິດ.
ຂ້າແດ່ພຣະເຈົ້າ ຈິດໃຈຂອງຂ້ານ້ອຍຫິວກະຫາຍຫາພຣະອົງ ດັ່ງກວາງນ້ອຍຫິວກະຫາຍລຳນໍ້າໃສ
ຂະນະທີ່ປະພັນເພງນີ້ສຳລັບກະສັດ ຄຳເວົ້າອັນມ່ວນຫູກໍລົ້ນຢູ່ໃນຈິດໃຈດ້ວຍ. ລີ້ນຂ້ານ້ອຍພ້ອມທີ່ຈະກ່າວເປັນຄຳກາບກອນ ດັ່ງປາກກາຂຽນຂອງນັກປະພັນຜູ້ດີເລີດ.
ຂ້າແດ່ພຣະເຈົ້າ ຂໍຊົງໂຜດເມດຕາຂ້ານ້ອຍ ເພາະຖືກສັດຕູໂຈມຕີແລະຖືກຂົ່ມເຫັງເລື້ອຍມາ.
ຂ້າແດ່ພຣະເຈົ້າ ຂໍຊົງໂຜດເມດຕາແລະອີດູແດ່ ເພາະມາເພິ່ງຄວາມປອດໄພໃນພຣະອົງ. ຢູ່ໃຕ້ປີກຂອງພຣະອົງນັ້ນຂ້ານ້ອຍໄດ້ພົບຄວາມຄຸ້ມຄອງ ຈົນກວ່າລົມພະຍຸຮ້າຍຜ່ານພົ້ນໄປແລ້ວ.
ຂ້າແດ່ພຣະເຈົ້າຢາເວ ຢ່າໂກດຮ້າຍແລະກ່າວໂທດຂ້ານ້ອຍ ຢ່າລົງໂທດຂ້ານ້ອຍເລີຍ ເມື່ອພຣະອົງໂກດຮ້າຍ
ຂໍພຣະເຈົ້າຊົງໂຜດອີດູແລະອວຍພອນພວກຂ້ານ້ອຍດ້ວຍ ໂຜດແນມເບິ່ງພວກຂ້ານ້ອຍດ້ວຍຄວາມເມດຕາແດ່ທ້ອນ
ພຣະເຈົ້າເປັນທີ່ຮູ້ຈັກກັນໃນຢູດາ ພຣະນາມກໍເປັນທີ່ຍົກຍໍໃນອິດສະຣາເອນ.
ພວກເຂົາຈະກ່າວຕໍ່ເຮົາວ່າ, ‘ໂດຍພຣະເຈົ້າຢາເວແຕ່ອົງດຽວ ພົບຄວາມຊອບທຳແລະກຳລັງ,’ ແຕ່ທຸກຄົນທີ່ຄຽດແຄ້ນຕໍ່ສູ້ເຮົາ ກໍຈະມາຫາເຮົາ ແລະຈະຖືກອັບອາຍຂາຍໜ້າ.
ໃນສະໄໝຂອງເພິ່ນນັ້ນ, ປະຊາຊົນຢູດາຈະປອດໄພ ແລະປະຊາຊົນອິດສະຣາເອນກໍຈະຢູ່ເຢັນເປັນສຸກ. ຄົນຈະເອີ້ນເພິ່ນວ່າ, ‘ພຣະເຈົ້າຢາເວອົງເປັນຄວາມຊອບທຳຂອງພວກຂ້ານ້ອຍ.”’
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວ ຊົງເປັນກຳລັງຂອງຂ້ານ້ອຍ. ພຣະອົງເຮັດໃຫ້ຂ້ານ້ອຍແລ່ນທຸ່ນທ່ຽງເໝືອນດັ່ງກວາງ ແລະຮັກສາຂ້ານ້ອຍໃຫ້ປອດໄພ ຢູ່ທີ່ເທິງພູທັງຫລາຍນັ້ນ.
ໂດຍພຣະອົງນັ້ນ, ເຈົ້າທັງຫລາຍຈຶ່ງຢູ່ໃນພຣະຄຣິດເຈົ້າເຢຊູ, ຜູ້ຊົງເປັນປັນຍາຈາກພຣະເຈົ້າ ແລະຊົງເປັນຜູ້ເຮັດໃຫ້ເຮົາຊອບທຳ ແລະຊົງຊຳລະເຮົາໃຫ້ເປັນໄພ່ພົນຜູ້ບໍຣິສຸດຂອງພຣະເຈົ້າ ແລະຊົງໄຖ່ເຮົາໃຫ້ພົ້ນ.
ພຣະອົງນັ້ນໄດ້ຊົງໂຜດໃຫ້ເຮົາພົ້ນຈາກມໍລະນະໄພ ແລະຈະຊົງໂຜດເຮົາອີກ ເຮົາໄວ້ໃຈໃນພຣະອົງວ່າ ຍັງຈະຊົງໂຜດໃຫ້ເຮົາພົ້ນອີກຕໍ່ໄປ.
ພີ່ນ້ອງທັງຫລາຍເອີຍ ເຮົາຢາກໃຫ້ພວກເຈົ້າຮູ້ເຖິງຄວາມທຸກລຳບາກ ທີ່ພວກເຮົາໄດ້ຮັບໃນແຂວງເອເຊຍ ເປັນຄວາມທຸກລຳບາກໜັກເຫຼືອກຳລັງ ຈົນພວກເຮົາສິ້ນຄວາມຫວັງໝົດ ແທບຈະເອົາຊີວິດບໍ່ລອດ.
ພຣະເຈົ້າຢາເວໄດ້ຊ່ວຍຂ້ານ້ອຍໃຫ້ພົ້ນຈາກໂຕສິງກັບໂຕໝີມາແລ້ວຢ່າງໃດ; ພຣະອົງກໍຈະຊ່ວຍຂ້ານ້ອຍໃຫ້ພົ້ນຈາກຊາຍຟີລິດສະຕິນຄົນນີ້ໄດ້ເໝືອນກັນຢ່າງນັ້ນ.” ກະສັດໂຊນຕອບວ່າ, “ດີແລ້ວ ຈົ່ງໄປສາ ຂໍພຣະເຈົ້າຢາເວສະຖິດຢູ່ກັບເຈົ້າ.”