Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 39:3 - ພຣະຄຳພີສັກສິ

3 ແຕ່​ຄວາມທຸກ​ທໍລະມານ​ກໍ​ຍິ່ງ​ໜັກ​ຂຶ້ນ​ເລື້ອຍໆ ຄວາມ​ກະວົນ​ກະວາຍ​ກໍ​ຖ້ວມລົ້ນ​ຈິດໃຈ​ຢູ່. ເມື່ອ​ຂ້ອຍ​ຍິ່ງ​ຄິດ​ກໍ​ຍິ່ງ​ລຳບາກ​ໃຈ​ເຕັມ​ທີ ອົດ​ບໍ່​ໄຫວ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ວ່າ,

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 39:3
3 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ຂ້ານ້ອຍ​ກ່າວ​ວ່າ, “ຂ້ອຍ​ຈະ​ລືມໄລ​ພຣະອົງ ທັງ​ຈະ​ບໍ່​ກ່າວ​ເຖິງ​ພຣະນາມ​ຂອງ​ພຣະອົງ​ຕໍ່ໄປ​ອີກ.” ແລ້ວ​ຖ້ອຍຄຳ​ຂອງ​ພຣະອົງ​ກໍ​ຮ້ອນຮົນ​ຢູ່​ພາຍໃນ ດັ່ງ​ໄຟ​ລຸກໄໝ້​ເຜົາຜານ​ໃນ​ຈິດໃຈ​ຂ້ານ້ອຍ​ຢູ່. ຂ້ານ້ອຍ​ຈຶ່ງ​ພະຍາຍາມ​ລະງັບ​ມັນ​ໃຫ້​ໄດ້​ຜົນ ແຕ່​ກໍ​ທົນ​ລະງັບ​ມັນ​ຕໍ່ໄປ​ບໍ່ໄດ້.


ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ສູ່​ຂ້າພະເຈົ້າ​ເຕັມ​ກຳລັງ ແລະ​ຂະນະທີ່​ພຣະວິນຍານ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ​ນັ້ນ ຂ້າພະເຈົ້າ​ກໍ​ຮູ້ສຶກ​ວ່າ​ຂົມຂື່ນ ແລະ​ຄຽດແຄ້ນ​ຫລາຍ.


ພວກເພິ່ນ​ຈຶ່ງ​ເວົ້າ​ກັນ​ວ່າ, “ເມື່ອ​ພຣະອົງ​ກຳລັງ​ເວົ້າ​ນຳ​ພວກເຮົາ​ຕາມ​ທາງ ແລະ​ໄດ້​ອະທິບາຍ​ພຣະຄຳພີ​ໃຫ້​ພວກເຮົາ​ຟັງ​ນັ້ນ ໃຈ​ຂອງ​ພວກເຮົາ​ກໍ​ຮ້ອນຮົນ​ເໝືອນ​ໄຟ​ພາຍ​ໃນ​ພວກເຮົາ​ບໍ່ແມ່ນ​ບໍ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka