2 ຂ້ອຍງັບປາກມິດງຽບ ແລະບໍ່ເວົ້າຈາຫຍັງ ເຖິງແມ່ນວ່າເປັນເລື່ອງດີກໍຕາມ
ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດສັ່ງສອນຂ້ານ້ອຍໃຫ້ຮູ້ ຄວາມໝາຍຂອງກົດບັນຍັດ ເພື່ອຈະໄດ້ປະຕິບັດຕາມຈົນເຖິງທີ່ສຸດ.
ຂໍຊົງໂຜດອະທິບາຍກົດບັນຍັດນັ້ນເພື່ອຈະໄດ້ເຮັດຕາມ ຂ້ານ້ອຍຈະຖືຮັກສາກົດບັນຍັດນັ້ນດ້ວຍສຸດຈິດສຸດໃຈ.
ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຕັ້ງຍາມເຝົ້າທີ່ປາກຂອງຂ້ານ້ອຍ ໂຜດໃຫ້ມີຜູ້ປ້ອງກັນຍາມທີ່ປະຕູປາກເຖີດ.
ຈົ່ງຫັນໜີຈາກຄວາມຊົ່ວ ແລະເຮັດແຕ່ຄວາມດີ ໃຫ້ຕໍ່ສູ້ເພື່ອສັນຕິສຸກດ້ວຍສຸດຈິດສຸດໃຈຂອງເຈົ້າ.
ທ່ານຖືກທາລຸນໜັກ ແຕ່ທົນເອົາຢ່າງຖ່ອມໃຈ ທ່ານບໍ່ເຄີຍເອີ່ຍປາກເວົ້າຈາແມ່ນແຕ່ຄຳດຽວ. ດັ່ງລູກແກະພວມຖືກນຳໄປຂ້າ ດັ່ງແກະທີ່ຖືກຕັດເອົາຂົນ ຄຳດຽວທ່ານກໍບໍ່ເຄີຍກ່າວອອກ.
“ຢ່າເອົາສິ່ງທີ່ບໍຣິສຸດໂຍນໃຫ້ໝາ ຢ້ານວ່າມັນຈະຫັນຄືນມາສວບກັດເຈົ້າ ຢ່າໂຍນໄຂ່ມຸກໃສ່ຕໍ່ໜ້າໝູ ຢ້ານວ່າມັນຈະຢຽບຢໍ່າຖິ້ມເທົ່ານັ້ນ.”
ດ້ວຍວ່າ, ເປັນໄປບໍ່ໄດ້ທີ່ຈະໃຫ້ພວກຂ້າພະເຈົ້າປິດບັງ ບໍ່ໃຫ້ເວົ້າສິ່ງທີ່ໄດ້ເຫັນແລະໄດ້ຍິນ.”