Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 39:1 - ພຣະຄຳພີສັກສິ

1 ຂ້ອຍ​ກ່າວ​ວ່າ, “ຂ້ອຍ​ຈະ​ລະວັງ​ສິ່ງ​ທີ່​ຂ້ອຍ​ກະທຳ ແລະ​ຈະ​ບໍ່​ເວົ້າ​ສິ່ງໃດ ເມື່ອ​ຄົນຊົ່ວ​ຢູ່​ໃກ້.”

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 39:1
21 Jak'a apnaqawi uñst'ayäwi  

‘ຖ້າ​ເຈົ້າ​ປະຕິບັດ​ຕາມ ພຣະເຈົ້າຢາເວ​ຈະ​ຮັກສາ​ຖ້ອຍຄຳ​ຂອງ​ພຣະອົງ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້ ເມື່ອ​ພຣະອົງ​ໄດ້​ກ່າວ​ວ່າ ລູກຫລານ​ຂອງ​ພໍ່​ຈະ​ປົກຄອງ​ຊາດ​ອິດສະຣາເອນ​ຕໍ່ໄປ ຕາບໃດ​ທີ່​ພວກເຂົາ​ຕັ້ງໜ້າ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຢ່າງ​ສັດຊື່​ແລະ​ດ້ວຍ​ສຸດຈິດ​ສຸດໃຈ.’


ແຕ່​ເຢຮູ​ບໍ່ໄດ້​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ເພິ່ນ. ເພິ່ນ​ໄດ້​ເອົາ​ແບບຢ່າງ​ຂອງ​ເຢໂຣໂບອາມ​ຜູ້​ທີ່​ໄດ້​ນຳພາ​ຊາດ​ອິດສະຣາເອນ​ເຮັດ​ບາບ.


ໃນ​ທີ່ນັ້ນ ເຮມານ​ແລະ​ເຢດູທູນ​ກັບ​ຄົນອື່ນໆ ທີ່​ໄດ້​ຮັບ​ເລືອກ​ຂຶ້ນ​ໂດຍ​ພິເສດ​ພ້ອມ​ດ້ວຍ​ພວກ​ປະໂຣຫິດ ຈະ​ຮ້ອງເພງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ສຳລັບ​ຄວາມຮັກ​ອັນ​ໝັ້ນຄົງ​ຕະຫລອດໄປ​ຂອງ​ພຣະອົງ.


ໂຢບ​ຕອບ​ວ່າ, “ເຈົ້າ​ຢ່າ​ເວົ້າ​ແບບ​ບໍ່ມີ​ຄວາມຄິດ​ຢ່າງນີ້​ແມ ເມື່ອ​ພຣະເຈົ້າ​ໃຫ້​ຂອງ​ດີ​ແກ່​ເຮົາ ເຮົາ​ກໍ​ຮັບ​ເອົາ​ໄວ້. ເມື່ອ​ພຣະອົງ​ໃຫ້​ຄວາມ​ລຳບາກ​ແກ່​ເຮົາ ເຮົາ​ຈະ​ຈົ່ມທຸກ​ໄດ້​ຢ່າງໃດ?” ເຖິງ​ແມ່ນ​ໄດ້​ຮັບ​ຄວາມ​ທົນທຸກ​ທັງໝົດ​ນີ້​ກໍຕາມ ແຕ່​ໂຢບ​ກໍ​ບໍ່ໄດ້​ເວົ້າ​ຫຍັງ​ຕໍ່ສູ້​ພຣະເຈົ້າ​ເລີຍ.


ຄົນ​ໜຸ່ມສາວ​ຮັກສາ​ຊີວິດ​ໃຫ້​ບໍຣິສຸດ​ໄດ້​ຢ່າງໃດ? ກໍ​ໂດຍ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າ.


“ພຽງແຕ່​ພວກເຮົາ​ກ່າວ​ອອກ​ປາກ​ກໍໄດ້​ສິ່ງ​ທີ່​ຕ້ອງການ ຈະ​ເວົ້າ​ສິ່ງ​ທີ່​ໃຈ​ຕ້ອງການ ແລະ​ຜູ້ໃດ​ຈະ​ຢັບຢັ້ງ​ໄດ້.”


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຕັ້ງ​ຍາມ​ເຝົ້າ​ທີ່​ປາກ​ຂອງ​ຂ້ານ້ອຍ ໂຜດ​ໃຫ້​ມີ​ຜູ້ປ້ອງກັນ​ຍາມ​ທີ່​ປະຕູ​ປາກ​ເຖີດ.


ເຫດສະນັ້ນ ຈົ່ງ​ລະເວັ້ນ​ຈາກ​ການເວົ້າ​ຊົ່ວຊ້າ ຢ່າ​ໃຫ້​ຄຳເວົ້າ​ຕົວະ​ອອກ​ຈາກ​ປາກ​ຂອງ​ເຈົ້າ​ຈັກເທື່ອ.


ຂ້ານ້ອຍ​ລໍຄອຍ​ດ້ວຍ​ຄວາມ​ອົດທົນ​ຢ່າງ​ຈົດຈໍ່​ໃຫ້​ພຣະເຈົ້າ​ຊ່ວຍ​ໃຫ້​ພົ້ນໄພ ແລະ​ເພິ່ງພາ​ອາໄສ​ພຣະອົງ​ແຕ່​ອົງດຽວ​ເທົ່ານັ້ນ.


ຂ້ານ້ອຍ​ຮ້ອງທຸກ​ຕໍ່​ພຣະເຈົ້າ​ດ້ວຍ​ສຽງ​ອັນ​ດັງ, ຂ້ານ້ອຍ​ຮ້ອງຫາ​ຕໍ່​ພຣະເຈົ້າ​ດ້ວຍ​ສຽງ​ອັນ​ດັງ ພຣະອົງ​ໄດ້ຍິນ​ສຽງ​ຂອງ​ຂ້ານ້ອຍ.


ຄຳ​ປາກ​ຊີ້ຂາດ​ຊີວິດ​ວ່າ​ຈະ​ຢູ່​ຫລື​ຕາຍ ຄົນ​ປາກ​ບອນ​ກໍ​ຮັບ​ກຳ​ຍ້ອນ​ຄຳ​ປາກ.


ຄົນ​ທີ່​ລະວັງ​ຄຳເວົ້າ ຄວາມ​ເດືອດຮ້ອນ​ບໍ່​ມາ​ຕຳ.


ເພາະສະນັ້ນ ການ​ມິດງຽບ​ຢູ່​ໃນ​ຄາວ​ແຫ່ງ​ຄວາມ​ຊົ່ວຮ້າຍ​ນີ້ ຈຶ່ງ​ເປັນ​ການ​ສະຫລາດ​ທີ່​ຄວນ​ເຮັດ.


ຈົ່ງ​ປະຕິບັດ​ຕໍ່​ຄົນ​ພາຍນອກ​ດ້ວຍ​ໃຊ້​ສະຕິປັນຍາ ໂດຍ​ສວຍ​ໂອກາດ.


ເພາະສະນັ້ນ ພວກເຮົາ​ຈຶ່ງ​ຕ້ອງ​ໃຫ້​ຄວາມ​ສົນໃຈ​ຫລາຍ​ຍິ່ງ​ຂຶ້ນ​ໃນ​ຂໍ້​ຄວາມຈິງ ຊຶ່ງ​ພວກເຮົາ​ໄດ້ຍິນ​ໄດ້​ຟັງ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ຖືກ​ລໍ້ລວງ​ໃຫ້​ຫລົງ​ເສຍ​ໄປ.


ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນ​ເປັນ​ຄົນ​ມີ​ທຳມະ ແຕ່​ບໍ່ໄດ້​ຫ້າມ​ລີ້ນ​ຂອງຕົນ​ແລ້ວ ທຳມະ​ຂອງ​ຜູ້ນັ້ນ​ກໍ​ບໍ່ມີ​ປະໂຫຍດ ແລະ​ເປັນ​ການ​ຫລອກລວງ​ຕົນເອງ​ເທົ່ານັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka