Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 32:3 - ພຣະຄຳພີສັກສິ

3 ເມື່ອ​ຂ້ານ້ອຍ​ບໍ່​ສາລະພາບ​ການບາບ​ທີ່​ໄດ້​ກະທຳ​ມາ ຂ້ານ້ອຍ​ກໍ​ອິດອ່ອນ​ຊຸດໂຊມ​ເພາະ​ຮ້ອງໄຫ້​ຕະຫລອດ​ວັນ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 32:3
26 Jak'a apnaqawi uñst'ayäwi  

ເມື່ອ​ໝົດ​ກຳນົດ​ໄວ້ທຸກ​ແລ້ວ ກະສັດ​ດາວິດ​ກໍ​ໃຫ້​ຄົນ​ໄປ​ນຳ​ນາງ​ມາ​ທີ່​ວັງ. ນາງ​ຈຶ່ງ​ກາຍເປັນ​ເມຍ​ຂອງ​ເພິ່ນ ແລະ​ເກີດ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ເພິ່ນ. ແຕ່​ພຣະເຈົ້າຢາເວ​ບໍ່​ພໍໃຈ​ກັບ​ສິ່ງ​ທີ່​ກະສັດ​ດາວິດ​ໄດ້​ເຮັດ​ນັ້ນ.


ແທນ​ທີ່​ຂ້ານ້ອຍ​ຈະ​ກິນ​ເຂົ້າ ແຕ່​ກັບ​ໄວ້ທຸກ ແລະ​ບໍ່​ສາມາດ​ຢຸດ​ຢັ້ງ​ຮ້ອງໄຫ້​ຄໍ່າຄວນ​ໄດ້​ເລີຍ.


ກາງຄືນ​ກະດູກ​ຂອງຂ້ອຍ​ເຈັບປວດ​ທັງໝົດ ເຈັບປວດ​ຢ່າງ​ທໍລະມານ​ບໍ່ເຄີຍ​ເຊົາ​ຈັກເທື່ອ.


ເນື້ອໜັງ​ຂ້ານ້ອຍ​ບວມຊໍ້າ ເຕັມ​ທົ່ວ​ທັງ​ຕົນຕົວ ຂ້ານ້ອຍ​ກຳລັງ​ໄຂ້​ໜັກ ຮ່າງກາຍ​ຮ້ອນ​ດັ່ງ​ໄຟ​ເຜົາໄໝ້.


ພຣະເຈົ້າ​ຂອງ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ເຫດໃດ​ພຣະອົງ​ຈຶ່ງ​ໄດ້​ປະຖິ້ມ​ຂ້ານ້ອຍ? ຂ້ານ້ອຍ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ​ຢ່າງ​ສຸດ​ກຳລັງ ເປັນຫຍັງ​ຄວາມ​ຊ່ວຍເຫຼືອ​ຈຶ່ງ​ຢູ່​ຫ່າງໄກ​ຂ້ານ້ອຍ​ແທ້.


ຍ້ອນ​ພຣະອົງ​ໂກດຮ້າຍ ຂ້ານ້ອຍ​ຈຶ່ງ​ເຈັບປວດ​ໜັກ ມີ​ພະຍາດ​ທົ່ວ​ທັງ​ກາຍ ເພາະ​ຂ້ານ້ອຍ​ເຮັດ​ບາບ.


ຂ້ານ້ອຍ​ໝົດແຮງ​ທັງ​ຖືກ​ຂະຍີ້​ຈົນ​ໝົດ​ສະຕິ​ໄປ ຈິດໃຈ​ຂອງ​ຂ້ານ້ອຍ​ລະທົມ​ທຸກ​ແລະ​ເຈັບປວດ.


ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ໄດ້ຍິນ​ສຽງ​ອັນ​ຊົມຊື່ນ​ເບີກບານ​ໃຈ ຂໍ​ໃຫ້​ກະດູກ​ທີ່​ພຣະອົງ​ໄດ້​ຊົງ ເຮັດ​ໃຫ້​ໝຸ່ນ​ແຕກ​ສະຫລາຍ​ໄປ​ນັ້ນ​ຍິນດີ ຂ້ານ້ອຍ​ນັ້ນ​ກໍ​ຈະ​ມີ​ຄວາມສຸກ​ອີກ​ຄັ້ງ​ໜຶ່ງ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ອິດອ່ອນ​ຊຸດໂຊມ​ລົງ ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ແດ່ທ້ອນ ຂ້າແດ່​ພຣະເຈົ້າຢາເວ ໂຜດ​ໃຫ້​ກຳລັງ​ດ້ວຍ ເພາະ​ອິດເມື່ອຍ​ທີ່ສຸດ ແລະ​ຈິດໃຈ​ພາຍ​ໃນ​ຂອງ​ຂ້ານ້ອຍ​ກໍ​ເປັນ​ທຸກຢ່າງ​ໜັກໜ່ວງ


ຄວາມ​ຊື່ນບານ​ໃຈ​ພາ​ໃຫ້​ມີ​ສຸຂະພາບ​ດີ ຄວາມ​ໂສກເສົ້າ​ເຮັດ​ໃຫ້​ຊີວິດ​ຄ່ອຍໆ​ດັບ​ໄປ.


ຜູ້​ທີ່​ຊ້ອນເຊື່ອງ​ບາບກຳ​ໄວ້ ຊີວິດ​ຈະ​ບໍ່​ຈະເລີນ​ຮຸ່ງເຮືອງ. ຜູ້​ທີ່​ສາລະພາບ​ບາບກຳ​ຂອງຕົນ ພຣະເຈົ້າ​ຈະ​ເມດຕາ​ຜູ້ນັ້ນ.


ໃນ​ຖະໜົນ​ທຸກໆ​ສາຍ​ຕາມ​ທຸກ​ຂອບ​ທຸກ​ແຈ ປະຊາຊົນ​ລົ້ມລົງ​ເພາະ​ຄວາມ​ອິດອ່ອນ; ພວກເຂົາ​ເປັນ​ດັ່ງ​ກວາງ​ທີ່​ຖືກ​ຕາໜ່າງ​ນາຍພານ ທີ່​ໄດ້​ຕົກ​ຢູ່​ໃຕ້​ອຳນາດ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ.


ເຮົາ​ໂກດຮ້າຍ​ພວກເຂົາ ເພາະ​ການບາບ​ແລະ​ຄວາມ​ໂລບມາກ​ຂອງ​ພວກເຂົາ; ສະນັ້ນ ເຮົາ​ຈຶ່ງ​ໄດ້​ລົງໂທດ​ແລະ​ປະຖິ້ມ​ພວກເຂົາ. ແຕ່​ພວກເຂົາ​ຍັງ​ດື້ດ້ານ​ແລະ​ສືບຕໍ່​ເຮັດ​ຕາມ​ວິຖີ​ທາງ​ຂອງຕົນ​ຢູ່.


ພວກເຮົາ​ຢ້ານ​ແລະ​ເປັນທຸກໃຈ​ຫລາຍ. ພວກເຮົາ​ຫວັງ​ທີ່​ຈະ​ເຫັນ​ພຣະເຈົ້າ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ການກົດຂີ່​ແລະ​ການ​ຜິດພາດ ແຕ່​ກໍ​ບໍ່​ເຫັນ​ມີ​ຫຍັງ​ເກີດຂຶ້ນ.


ຊາວ​ຢູດາ​ຕົກ​ເປັນ​ທາດ​ຂາດ​ຜູ້​ຊ່ວຍເຫລືອ ທັງ​ຖືກ​ບັງຄັບ​ໃຫ້​ໜີ​ຫ່າງໄກ​ຈາກ​ເມືອງ​ບ້ານ. ພວກເຂົາ​ອາໄສ​ຢູ່​ໃນ​ແດນ​ອື່ນ​ບໍ່ມີ​ບ່ອນ​ເປັນ​ຂອງຕົນເອງ ຖືກ​ອ້ອມ​ດ້ວຍ​ສັດຕູ ບໍ່ມີ​ທາງ​ທີ່​ຈະ​ປົບໜີໄປ​ໄດ້.


ພຣະອົງ​ໄດ້​ໃຫ້​ເນື້ອໜັງ​ຂອງຂ້ອຍ​ເຖົ້າແກ່​ຂື້ນ ກະດູກ​ທັງຫລາຍ​ຂອງ​ຂ້ອຍ ພຣະອົງ​ໄດ້​ຫັກ​ແຕກ​ໄປ.


ຂ້ອຍ​ຮ້ອງຫາ​ຜູ້​ຊ່ວຍເຫລືອ​ສຽງ​ດັງໆ ແຕ່​ພຣະເຈົ້າ​ບໍ່​ຟັງ​ສຽງ​ຮ້ອງ​ຂອງຂ້ອຍ;


ພວກເຂົາ​ບໍ່ໄດ້​ພາວັນນາ​ອະທິຖານ​ຫາ​ເຮົາ​ດ້ວຍ​ຄວາມ​ຈິງໃຈ; ແຕ່​ໄດ້​ນອນ​ລົງ​ແລະ​ຮ້ອງໄຫ້​ຄໍ່າຄວນ​ດັ່ງ​ຄົນ​ບໍ່​ນັບຖື​ພຣະເຈົ້າ. ເມື່ອ​ພາວັນນາ​ອະທິຖານ​ຂໍ​ເຂົ້າ​ສາລີ​ແລະ​ເຫຼົ້າ​ອະງຸ່ນ​ນັ້ນ ພວກເຂົາ​ກໍ​ປາດເນື້ອ​ເຖືອໜັງ​ຕົນເອງ ຄື​ກັບ​ຄົນ​ບໍ່​ນັບຖື. ພວກເຂົາ​ເປັນ​ກະບົດ​ຕໍ່​ເຮົາ.


ພວກເຂົາ​ເອົາ​ກະດູກ​ໄປ​ຝັງ​ໄວ້​ໃນ​ເມືອງ ຢູ່​ລຸ່ມ​ກົກໄມ້​ຕົ້ນ​ໜຶ່ງ​ຊື່​ວ່າ ຕາມາຣີ​ທີ່​ເມືອງ​ຢາເບັດ ແລະ​ພາກັນ​ອົດອາຫານ​ເປັນ​ເວລາ​ເຈັດ​ວັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka