2 ຄວາມສຸກເປັນຂອງຜູ້ທີ່ພຣະເຈົ້າຢາເວບໍ່ຕໍ່ວ່າເພາະເຮັດຜິດ ແລະເປັນຂອງຜູ້ທີ່ພົ້ນຈາກການຫລອກລວງທັງສິ້ນ.
ເມື່ອພຣະເຢຊູເຈົ້າຫລຽວເຫັນນະທານາເອັນ ກຳລັງມາຫາພຣະອົງ ຈຶ່ງເວົ້າຕໍ່ລາວວ່າ, “ຜູ້ນີ້ແຫຼະ ເປັນຄົນອິດສະຣາເອນແທ້ ໃນຕົວລາວບໍ່ມີກົນອຸບາຍເລີຍ.”
ແທ້ຈິງແລ້ວ ຄວາມຜິດບາບມີຢູ່ໃນໂລກນີ້ກ່ອນມີກົດບັນຍັດ, ແຕ່ວ່າເມື່ອບໍ່ມີກົດບັນຍັດ ກໍບໍ່ຖືວ່າມີຜິດ.
ນີ້ແຫຼະ ແມ່ນສິ່ງທີ່ພວກເຮົາເອກອ້າງໄດ້ຄື: ໃຈສຳນຶກຜິດແລະຊອບຂອງພວກເຮົາກໍເປັນພະຍານວ່າ, ການດຳເນີນຊີວິດຂອງພວກເຮົາຢູ່ໃນໂລກນີ້ ດ້ວຍຄວາມບໍຣິສຸດໃຈແລະດ້ວຍຄວາມຈິງໃຈທີ່ມາຈາກພຣະເຈົ້າ ບໍ່ແມ່ນໂດຍປັນຍາຂອງມະນຸດ ແຕ່ເປັນມາໂດຍພຣະຄຸນຂອງພຣະເຈົ້າ.
ຈະຫາຄວາມຕົວະໃນປາກຂອງພວກເຂົາກໍບໍ່ພົບ ພວກເຂົາບໍ່ມີຈຸດດ່າງພອຍແລ້ວ.