1 ຄວາມສຸກເປັນຂອງຜູ້ທີ່ໄດ້ຮັບການອະໄພບາບກຳ ແລະເປັນຂອງຜູ້ທີ່ໄດ້ຮັບການຍົກໂທດຈາກຄວາມຜິດ.
ດາວິດຈຶ່ງເວົ້າຕໍ່ນາທານວ່າ, “ເຮົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວແລ້ວ.” ນາທານກ່າວຕໍ່ດາວິດວ່າ, “ພຣະເຈົ້າຢາເວອະໄພໃຫ້ທ່ານ ແລະທ່ານຈະບໍ່ຕາຍ.
ຂໍຢ່າໄດ້ຍົກໂທດຄວາມຊົ່ວຊ້າທີ່ພວກເຂົາໄດ້ເຮັດ ແລະຂໍຢ່າລືມການບາບຂອງພວກເຂົາ; ເພາະພວກເຂົາໄດ້ໝິ່ນປະໝາດພວກຂ້ານ້ອຍ ຜູ້ທີ່ກຳລັງສ້າງເມືອງນີ້ຂຶ້ນໃໝ່.”
ພຣະອົງຍົກການບາບຂອງຂ້ານ້ອຍໃຫ້ໝົດໄປ ແລະປິ່ນປົວພະຍາດທຸກຊະນິດຂອງຂ້ານ້ອຍ.
ຄວາມສຸກເປັນຂອງຜູ້ທີ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ ຄືຜູ້ທີ່ປະຕິບັດຕາມສິ່ງຖືກຕ້ອງຢູ່ເລື້ອຍໆ.
ຄວາມສຸກເປັນຂອງທຸກຄົນຜູ້ທີ່ຢ້ານຢຳພຣະເຈົ້າຢາເວ ຄືຜູ້ທີ່ໃຊ້ຊີວິດເຮັດຕາມກົດບັນຍັດຂອງພຣະອົງ.
ຄວາມສຸກເປັນຂອງຜູ້ທີ່ໄວ້ວາງໃຈໃນພຣະເຈົ້າຢາເວ ຄືຜູ້ທີ່ບໍ່ຫັນໄປຫາຮູບເຄົາຣົບຫລືຮ່ວມຂາບໄຫວ້ພະທຽມນັ້ນ.
ຂ້າແດ່ພຣະເຈົ້າ ຈິດໃຈຂອງຂ້ານ້ອຍຫິວກະຫາຍຫາພຣະອົງ ດັ່ງກວາງນ້ອຍຫິວກະຫາຍລຳນໍ້າໃສ
ຂະນະທີ່ປະພັນເພງນີ້ສຳລັບກະສັດ ຄຳເວົ້າອັນມ່ວນຫູກໍລົ້ນຢູ່ໃນຈິດໃຈດ້ວຍ. ລີ້ນຂ້ານ້ອຍພ້ອມທີ່ຈະກ່າວເປັນຄຳກາບກອນ ດັ່ງປາກກາຂຽນຂອງນັກປະພັນຜູ້ດີເລີດ.
ເປັນຫຍັງຈຶ່ງອວດອ້າງຄວາມຊົ່ວຂອງເຈົ້າ ມະນຸດຜູ້ແຂງແຮງເອີຍ? ຄວາມສັດຊື່ຂອງພຣະອົງດຳລົງສືບໄປເປັນນິດ.
ຄົນໂງ່ຈ້າເວົ້າຕໍ່ກັນວ່າ, “ໂລກນີ້ບໍ່ມີພຣະເຈົ້າ.” ພວກເຂົາຕ່າງກໍເຮັດໃຫ້ຕົນຊົ່ວລົງທັງນັ້ນ ພວກເຂົາໄດ້ເຮັດສິ່ງທີ່ໜ້າຢ້ານກົວຫລາຍ ບໍ່ມີຜູ້ໜຶ່ງຜູ້ໃດເຮັດໃນສິ່ງທີ່ຖືກຕ້ອງ.
ຂ້າແດ່ພຣະເຈົ້າ ຂໍໂຜດຟັງຄຳພາວັນນາອະທິຖານຂອງຂ້ານ້ອຍດ້ວຍ ແລະຢ່າສູ່ຫັນໜີຈາກຄຳຮ້ອງຂໍຂອງຂ້ານ້ອຍເລີຍ
ຂ້າແດ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ເອີຍ ຄວາມສຸກເປັນຂອງຜູ້ທີ່ໄວ້ວາງໃຈໃນພຣະອົງ.
ພຣະອົງໄດ້ອະໄພການບາບໃຫ້ປະຊາຊົນ ແລະຍົກໂທດຍົກຜິດທຸກຢ່າງໃຫ້ເຂົາເຈົ້າ.
ຂ້າແດ່ພຣະເຈົ້າຢາເວ ຄວາມສຸກເປັນຂອງຜູ້ທີ່ນະມັດສະການພຣະອົງດ້ວຍສຽງເພງ ພວກເຂົາດຳເນີນຢູ່ໃນຄວາມສະຫວ່າງ ແຫ່ງພຣະເມດຕາຂອງພຣະອົງ.
ພຣະເຈົ້າຢາເວກ່າວວ່າ, “ບັດນີ້ ຈົ່ງມາຕົກລົງເລື່ອງລາວກັນເທາະ. ເຖິງແມ່ນວ່າບາບຂອງພວກເຈົ້ານັ້ນເປັນສີແດງເຂັ້ມ ແຕ່ເຮົາກໍຈະຊຳລະໃຫ້ຂາວສະອາດດັ່ງຫິມະ ເຖິງແມ່ນວ່າຮອຍເປິເປື້ອນຈະແດງເຂັ້ມ ພວກເຈົ້າກໍຈະຂາວສະອາດດັ່ງຂົນແກະ.
ແຕ່ເຮົາຍັງເປັນພຣະເຈົ້າຜູ້ຍົກບາບໃຫ້ເດີ ເຮົາເຮັດໄປກໍເພາະເຮົາເປັນຜູ້ເຮົາເປັນນັ້ນ. ເຮົາບໍ່ໄດ້ຈົດຈຳການບາບຂອງພວກເຈົ້າໃດ ເພື່ອນຳເອົາສິ່ງນັ້ນໄປຕໍ່ສູ້ພວກເຈົ້າ.
ເຮົາປັດການບາບຂອງເຈົ້າດັ່ງເມກຫາຍໄປ ຈົ່ງກັບມາ ເພາະເຮົາຜູ້ດຽວທີ່ຊ່ວຍເຈົ້າໄດ້.”
ພຣະເຢຊູເຈົ້າກ່າວກັບເປໂຕວ່າ, “ຊີໂມນບາຣະໂຢນາເອີຍ ເຈົ້າກໍເປັນສຸກ ເພາະວ່າບໍ່ແມ່ນມະນຸດທີ່ເປີດເຜີຍຄວາມຈິງນີ້ໃຫ້ເຈົ້າຮູ້ ແຕ່ແມ່ນພຣະບິດາເຈົ້າຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນ.
ແຕ່ພຣະເຢຊູເຈົ້າຕອບວ່າ, “ຄົນທັງຫລາຍທີ່ໄດ້ຟັງຖ້ອຍຄຳຂອງພຣະເຈົ້າ ແລະປະຕິບັດຕາມ ກໍມີຄວາມສຸກຫລາຍກວ່ານັ້ນອີກ.”
ຄວາມສຸກເປັນຂອງຜູ້ທີ່ຊຳລະລ້າງເສື້ອຜ້າຂອງຕົນໃຫ້ສະອາດ ເພື່ອພວກເຂົາຈະມີສິດຢ່າງຖືກຕ້ອງເຂົ້າໄປເຖິງຕົ້ນໄມ້ແຫ່ງຊີວິດ ແລະເຂົ້າໄປໃນນະຄອນນັ້ນຜ່ານທາງປະຕູ.