8 ພຣະເຈົ້າຢາເວເທົ່ານັ້ນ ທີ່ໃຫ້ຂ້ານ້ອຍໄດ້ໄຊຊະນະ ຂໍຊົງໂຜດອວຍພອນປະຊາຊົນຂອງພຣະອົງເທີ້ນ.
ແຕ່ຊາມມາໄດ້ຢືນຢູ່ທີ່ກາງສວນນັ້ນສູ້ຮົບພວກຟີລິດສະຕິນໃຫ້ຖອຍໜີໄປ. ໃນມື້ນັ້ນ ພຣະເຈົ້າຢາເວໄດ້ຊົງປະທານໄຊຊະນະຢ່າງໃຫຍ່ຫລວງ.
ໂຜດຊ່ວຍຂ້ານ້ອຍໃຫ້ພົ້ນແດ່ ຂ້ານ້ອຍເປັນຂອງພຣະອົງ ແລະຂ້ານ້ອຍພະຍາຍາມທີ່ຈະເຮັດຕາມຂໍ້ຄຳສັ່ງຂອງພຣະອົງ.
ພຣະເຈົ້າຢາເວໃຫ້ເຫື່ອແຮງແກ່ປະຊາຊົນຂອງພຣະອົງ ພຣະເຈົ້າຢາເວອວຍພອນປະຊາຊົນຂອງພຣະອົງໃຫ້ມີສັນຕິສຸກ.
ໂຜດແນມເບິ່ງຜູ້ຮັບໃຊ້ຂອງພຣະອົງດ້ວຍຄວາມເມດຕາ ໂດຍຄວາມຮັກອັນໝັ້ນຄົງຂອງພຣະອົງ ໂຜດຊ່ວຍເອົາຂ້ານ້ອຍດ້ວຍ.
ຂໍໃຫ້ພວກເຂົາຫາຍໄປເໝືອນດັ່ງທີ່ນໍ້າຖືກເປັ່ງອອກໄປ ຂໍໃຫ້ຖືກຢຽບຢໍ່າດັ່ງຫຍ້າຕາມທາງຍ່າງ.
ຂໍໃຫ້ນາມກະສັດນັ້ນຢ່າເປັນທີ່ລືມໄລໄປ ຂໍໃຫ້ຊື່ສຽງເພິ່ນຍືນຍົງດັ່ງດວງອາທິດ ຂໍໃຫ້ທຸກຊົນຊາດຂໍພຣະເຈົ້າອວຍພອນພວກຕົນ ເໝືອນດັ່ງທີ່ພຣະອົງໄດ້ອວຍພອນແກ່ກະສັດນັ້ນ.
ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດເຮັດໃຫ້ພວກເຂົາຢ້ານ ໂຜດເຮັດໃຫ້ພວກເຂົາຮູ້ວ່າ ພວກເຂົາເປັນພຽງແຕ່ມະນຸດເທົ່ານັ້ນ.
ແມ່ນວ່າມີຝູງມ້າຕຽມເຮັດເສິກກໍດີ, ແຕ່ແມ່ນພຣະເຈົ້າຢາເວທີ່ເປັນຜູ້ໃຫ້ໄຊຊະນະ.
ເຮົາຜູ້ດຽວເທົ່ານັ້ນ ທີ່ເປັນພຣະເຈົ້າຢາເວເດີ ເຮົາແຕ່ຜູ້ດຽວຊ່ວຍພວກເຈົ້າໃຫ້ພົ້ນໄດ້.
ພວກຂ້ານ້ອຍບໍ່ໄດ້ຮັບການຊ່ວຍເຫລືອຫຍັງເລີຍ ຈາກພະຕ່າງຊາດທີ່ພວກຂ້ານ້ອຍນະມັດສະການທີ່ເທິງເນີນພູຕ່າງໆ ແລະພູເຂົາທັງຫຼາຍນັ້ນ. ຄວາມພົ້ນຂອງຊາດອິດສະຣາເອນນັ້ນມາຈາກພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍແຕ່ເທົ່ານັ້ນ.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ແຕ່ເຮົາເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ. ພວກເຈົ້າບໍ່ມີພຣະເຈົ້າອົງອື່ນນອກຈາກເຮົາ. ເຮົາເປັນພຣະຜູ້ຊ່ວຍໃຫ້ພົ້ນອົງດຽວຂອງພວກເຈົ້າ.
ແຕ່ຂ້ານ້ອຍຈະຮ້ອງເພງໂມທະນາຂອບພຣະຄຸນ ແລະຈະຖວາຍເຄື່ອງບູຊາແກ່ພຣະອົງ ແລະເຮັດຕາມສິ່ງທີ່ຂ້ານ້ອຍໄດ້ສັນຍາ ຄວາມພົ້ນມີມາໂດຍທາງພຣະເຈົ້າຢາເວ.”
ທຸກເທື່ອທີ່ພວກເຂົາຍົກຍ້າຍຫີບພັນທະສັນຍາອອກເດີນທາງໄປນັ້ນ ໂມເຊຕ້ອງໄດ້ກ່າວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດລຸກຂຶ້ນເທີ້ນ ໂຜດບັນດານໃຫ້ເຫຼົ່າສັດຕູຂອງພຣະອົງແຕກກະຈັດກະຈາຍ ແລະໃຫ້ຜູ້ທີ່ກຽດຊັງພຣະອົງປົບໜີ.”
ເມື່ອພຣະເຈົ້າໄດ້ຊົງບັນດານໃຫ້ອົງຜູ້ຮັບໃຊ້ຂອງພຣະອົງເປັນຄືນມາແລ້ວ ກໍຊົງໃຊ້ພຣະອົງມາຫາທ່ານທັງຫລາຍກ່ອນ ເພື່ອອວຍພຣະພອນແກ່ພວກທ່ານ ໂດຍໃຫ້ທຸກຄົນກັບຈາກການຊົ່ວຮ້າຍຂອງຕົນ.”
ໃນຜູ້ອື່ນຄວາມລອດພົ້ນບໍ່ມີ ດ້ວຍວ່າ, ບໍ່ມີນາມຊື່ອື່ນໃດທົ່ວໃຕ້ຟ້າ ທີ່ຊົງປະທານແກ່ມະນຸດ ເພື່ອໃຫ້ເຮົາທັງຫລາຍຕ້ອງໄດ້ພົ້ນ.”
ສາທຸການແດ່ພຣະເຈົ້າ ຄືພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຜູ້ໄດ້ຊົງໂຜດປະທານພຣະພອນທຸກປະການຝ່າຍວິນຍານ ໃຫ້ແກ່ເຮົາທັງຫລາຍໃນສະຫວັນສະຖານໂດຍພຣະຄຣິດ.
ວ່າ, “ຈິງແທ້ ເຮົາຈະອວຍພອນໃຫ້ເຈົ້າ ແລະຈະໃຫ້ເຊື້ອສາຍຂອງເຈົ້າທະວີຫລາຍຂຶ້ນ.”
ຢ່າຮ້າຍຕອບແທນການຮ້າຍ ແລະຢ່າປ້ອຍດ່າຕອບແທນການປ້ອຍດ່າ, ແຕ່ກົງກັນຂ້າມຈົ່ງອວຍພອນແກ່ພວກເຂົາ. ດ້ວຍວ່າ, ພຣະເຈົ້າຊົງເອີ້ນພວກເຈົ້າໃຫ້ເຮັດການຢ່າງນີ້ແຫຼະ ເພື່ອພວກເຈົ້າຈະໄດ້ຮັບພຣະພອນມາເປັນມໍຣະດົກ.
ຫລັງຈາກນັ້ນ ຂ້າພະເຈົ້າໄດ້ຍິນເໝືອນສຽງດັງຂອງປະຊາຊົນຈຳນວນຫລາຍໃນສະຫວັນ ກຳລັງຮ້ອງວ່າ, “ຮາເລລູຢາ ຄວາມພົ້ນ ສະຫງ່າຣາສີ ແລະຣິດອຳນາດ ເປັນຂອງພຣະເຈົ້າຂອງພວກເຮົາທັງຫລາຍ.
ພວກເຂົາເປັ່ງສຽງຮ້ອງວ່າ, “ຄວາມລອດພົ້ນຂຶ້ນຢູ່ກັບພຣະເຈົ້າຂອງພວກເຮົາ ຜູ້ຊົງປະທັບຢູ່ເທິງພຣະຣາຊບັນລັງ ແລະ ຂຶ້ນກັບພຣະເມສານ້ອຍ.”