6 ຂ້ານ້ອຍບໍ່ຢ້ານສັດຕູເປັນໝື່ນເປັນແສນ ທີ່ຢູ່ອ້ອມຂ້າງອ້ອມແອວຂ້ານ້ອຍນັ້ນ.
ພວກອິດສະຣາເອນພ່າຍແພ້ທະຫານຂອງກະສັດດາວິດ ໂດຍມີທະຫານຖືກຂ້າໃນມື້ນັ້ນຊາວພັນຄົນ ຊຶ່ງເປັນການພ່າຍແພ້ອັນໜັກໜ່ວງທີ່ສຸດ.
ກະສັດ, ພວກຜູ້ປົກຄອງຂອງພວກເຂົາ ກໍລຸກຂຶ້ນຕໍ່ຕ້ານ ພວກເຂົາຮ່ວມໃຈກັນວາງອຸບາຍ ຕໍ່ສູ້ພຣະເຈົ້າຢາເວແລະຕໍ່ສູ້ກະສັດ ທີ່ພຣະອົງຫົດສົງໄວ້.
ເຖິງວ່າຜ່ານຮ່ອມພູອັນມືດໜາ ຂ້ານ້ອຍກໍຈະບໍ່ຢ້ານກົວເພາະພຣະອົງຢູ່ດ້ວຍ. ໄມ້ຄ້ອນແລະໄມ້ເທົ້າຂອງພຣະອົງ ກໍປົກປ້ອງຮັກສາຂ້ານ້ອຍໃຫ້ພົ້ນ.
ສະນັ້ນ ພວກຂ້ານ້ອຍຈຶ່ງບໍ່ຢ້ານແມ່ນວ່າໂລກນີ້ສະທ້ານຫວັ່ນໄຫວ ໜ່ວຍພູຖະຫລົ່ມໃສ່ມະຫາສະໝຸດອັນເລິກກໍຕາມ
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຢູ່ກັບພວກຂ້ານ້ອຍ ພຣະເຈົ້າຂອງຢາໂຄບເປັນປ້ອມປ້ອງກັນຂອງພວກຂ້ານ້ອຍ.
ເຈົ້າຈະບໍ່ຢ້ານເມື່ອເຈົ້ານັ່ງລົງ ແລະເຈົ້າຈະນອນຫລັບສະໜິດຕະຫລອດຄືນ.
ຄຳສັ່ງສອນຂອງເພິ່ນຈະນຳພາເມື່ອເຈົ້າເດີນທາງ ຄຸ້ມຄອງເຈົ້າຍາມກາງຄືນ ແລະແນະນຳເຈົ້າໃນເວລາກາງເວັນ.
ຖ້າເປັນຢ່າງນັ້ນ ເຮົາທັງຫລາຍຈະວ່າຢ່າງໃດ? ຖ້າພຣະເຈົ້າຢູ່ຝ່າຍພວກເຮົາ ຜູ້ໃດຈະຕໍ່ສູ້ພວກເຮົາໄດ້?